覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈີ້ນຜິງກ່າວວ່າ,ການພັດທະນາເປັນຂໍ​ກົນ​ແຈ​ສຳ​ຄັນ​ໃນ​ການແກ້ໄຂບັນຫາ​ຄວາມທຸກຍາກ

2020-11-23 11:06:50 cri

 ຕອນ​ຄ່ຳ​ວັນ​ທີ 22 ພະ​ຈິກ​ນີ້, ທ່ານ​ສີ​ຈີ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກ​ອງ​ປະ​ຊຸມ​ໄລ​ຍະ​ທີ 2 ຂອງກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ກຸ່ມ G20 ຄັ້ງ​ທີ 15 ດ້ວຍ​ທາງວິ​ດີ​ໂອ ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.
 

 ທ່ານ​ສີ​ຈີ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ການພັດທະນາເປັນຂໍ​ກົນ​ແຈ​ສຳ​ຄັນ​ໃນ​ການແກ້ໄຂບັນຫາ​ຄວາມທຸກຍາກ. ​ຄວນ​ກຳ​ນົດ​ວາ​ລະ​ການ​ພັດ​ທະ​ນາ​ຢູ່​ໃນ​ຖານະ​ທີ່​​ພົ້ນ​ເດັ່ນ​ກວ່າ​ເກົ່າ​ໃນ​ການ​ປະ​ສາ​ນ​ງານ​ດ້ານນະ​ໂຍ​ບາຍ​ມະ​ຫາ​ພາກ​ຂອງ​ໂລກ, ​​ຖື​ເອົາການ​ຈັດ​ຕັ້ງ​ປະ​ຕີ​ບັດ​​ວາ​ລະການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ປີ 2030 ຂອງ​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ​ເປັນ​​ສິ່ງ​ນຳ​ພາ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ການ​ພັດ​ທະ​ນາ, ຫຼຸດ​ຄວາມ​ແຕກ​ໂຕນ​ກັນ​​ດ້ານການ​ພັດ​ທະ​ນາ​​ລະ​ຫວ່າງ​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ກັບ​ປະ​ເທດ​ພວມ​ພັດ​ທະ​ນາ, ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ການພັດ​ທະ​ນາ​​ແລະ​ຄວາມຈະ​ເລີ​ນ​ຮຸ່ງ​ເຮືອງ​ຮ່ວມ​ກັນ.

ຄຳ​ເຫັນ

0