覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈີ້ນ​ຜິງ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມນອກ​ຮອບຂອງກອງ​ປະ​ຊຸມ​ສຸດ​ຍອດ​ຜູ້​ນຳ G20 ​ຣີ​ຢັດພາຍ​ໃຕ້ຫົວ​ຂໍ້ “ປົກ​ປັກ​ຮັກ​ສາ​ໜ່ວຍ​ໂລກ”

2020-11-23 14:56:07 ​cri

ທ່ານ​ສີ​ຈີ້ນ​ຜິງ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມນອກ​ຮອບຂອງກອງ​ປະ​ຊຸມ​ສຸດ​ຍອດ​ຜູ້​ນຳ G20 ​ຣີ​ຢັດພາຍ​ໃຕ້ຫົວ​ຂໍ້ “ປົກ​ປັກ​ຮັກ​ສາ​ໜ່ວຍ​ໂລກ”


ວັນ​ທີ 22 ພະ​ຈິກ​ນີ້, ທ່ານ​ສີ​ຈີ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນກອງ​ປະ​ຊຸມນອກ​ຮອບຂອງກອງ​ປະ​ຊຸມ​ສຸດ​ຍອດ​ຜູ້​ນຳ G20 ​ຣີ​ຢັດ​ພາຍ​ໃຕ້ຫົວ​ຂໍ້ “ປົກ​ປັກ​ຮັກ​ສາ​ໜ່ວຍ​ໂລກ” 
  

     ທ່ານ​ສີ​ຈີ້ນ​ຜິງກ່າວວ່າ, ໜ່ວຍ​ໂລກ​ເປັນ​ບ້ານ​ເມືອງ​ຮ່ວມ​ຂອງ​ມະ​ນຸດ​ເຮົາ ແ​ລະ​ທ່ານ​ໄດ້​ມີ ​ຂໍ້​ສະ​ເໜີ 3 ຂໍ້, ຄື:
 

    ໜຶ່ງ,ເພີ່ມ​ຄວາມ​ແຮງ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​. ​ກຸ່ມ G20 ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​​ນຳພາ, ພາຍ​ໃຕ້​​ຂອບ​ຂອງ “ສັນ​ຍາ​​ຂອບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ຂອງ​ສະ​ຫະ​ປະ​ຊາ​ຊາດ” ຊຸກ​ຍູ້ “​ສັນ​ຍາ​ປາ​ຣີ” ​ກ່ຽວ​ກັບ​ການຮັບ​ມື​ກັບ​ການ​ປ່​ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ນັ້ນ​ໃຫ້​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​​ໃຫ້​ມີ​ປະ​ສິດ​ທິ​ຜົນ​ຢ່າງ​ຮອບ​ດ້ານ. ຈີນ​ປະ​ກາດ​ວ່າ​ ຈະ​ປະ​ກອບ​ສ່ວນ​ເປັນ​ເຈົ້າ​ການ​ຫຼາຍກວ່າ​ເກົ່າ, ​ສູ້​ຊົນໃຫ້​ປະ​ລິ​ມານ​ການ​ລະ​ບາຍກາກ​​ບອນ​ດີ​ອົກ​ຊິດ​ຮອດ​ລະ​ດັບ​ສູງ​ສຸດ​ກ່ອນ​ປີ 2030, ແລະ ບັນ​ລຸ​ເປົ້າ​ໝາຍ​ປອດ​ກາກບອນກ່ອນ​ປີ 2060. ຈີນ​ຈະ​ຈັດ​ຕັ້ງ​ປະ​ຕິ​ບັດ​​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ.

    ສອງ, ລົງ​ເລິກ​ການ​ຊຸ​ກ​ຍູ້​ການ​ຫັນ​ມາ​ນຳ​ໃຊ້​ພະ​ລັງ​ງານ​ສະ​ອາດ. ຈີນ​ສະ​ໜັບ​ສະ​ໜູນ​ການ​ນຳ​ໃຊ້​ພະ​ລັງ​ງານ​ກາກບອນ​ຕ່ຳ​ຫຼັງ​​ກາ​ນ​ລະ​ບາດ​ຂອງພະ​ຍາດ​ໂຄວິດ-19 ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ທີ່​​ໝົດ​ທຸກ​ຄົນ​ສາ​ມາດ​ເຂົ້າ​ເຖິງ​ພະ​ລັງ​ງານ​ແບບ​ຍືນ​ຍົງ. ຈີນ​ໄດ້​ສ້າງ​ ​ລະ​ບົບ​ພະ​ລັງ​ງານ​ສະ​ອາດ​ໃຫຍ່​ທີ່​ສຸດ​ໃນ​ໂລກ​ສຳ​ເລັດ, ​ທັງຈະ​ຊຸກ​ຍູ້​​ການ​ນຳ​ໃຊ້ພະ​ລັງ​ງານ​ທີ່​ສະ​ອາດ ກາກບອນ​ຕ່ຳ ແລະ ປອດ​ໄພ ພ້ອມ​ທັງ​ຖືກ​ນຳ​ໃຊ້​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ​, ເລັ່ງ​ລັດ​ພັດ​ທະ​ນາອຸດ​ສາ​ຫະ​ກຳ​ພະ​ລັງ​ງານ​ໃໝ່ ແລະ ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ສີ​ຂຽວ, ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົນ​ຫັນ​ເປັນ​ແບບ​ສີ​ຂຽວ​ຢ່າງ​ຮອບ​ດ້ານ.

     ສາມ, ສ້າງ​ລະ​ບົບ​ນິ​ເວດ​ທີ່​ເຄົາ​ລົບ​ທຳ​ມະ​ຊາດ. ຈີນ​ຍິນ​ດີ​ຕ້ອນ​ຮັບ​ ຝ່າຍ​ຕ່າງໆ​ຢ່າງ​ຈິງ​ໃຈ​ເພື່ອເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ພາ​ຄີ “ສົນ​ທິ​ສັນ​ຍາ​ຊີ​ວະ​ນາ​ນາ​ພັນ” ຄັ້ງ​ທີ 15 ທີ່​​ຈະຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ມີງ​ຈີນ​ໃນ​ເດືອນ​ພຶດ​ສະ​ພາ​ປີ​ໜ້າ, ຈີນ​ຫວັງວ່າ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ຈະ​ກຳ​ນົດ​ເປົ້າ​ໝາຍ​ແລະໃຊ້​ມາດ​ຕະ​ການ​ຕ່າງໆເພື່ອ​ອະ​ນຸ​ລັກຊີ​ວະ​ນາ​ນາ​ພັນ​ໃນ​ໄລ​ຍະ​ໜຶ່ງ​​​ໃນ​ຕໍ່​ໜ້າ. ພວກ​ເຮົາ​​ຈົ່ງຮ່ວມ​ມື​ກັນ​ເພື່ອ​ສ້າງ​ໂລກ​ທີ່​ສະ​ອາດ ແລະ ສວຍ​ງາມ!

ຄຳ​ເຫັນ

0