何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ​ຢູ່ທົ່ວ​ໂລກ​ມີ​ເຖິງ 58521493 ຄົນ

2020-11-24 15:22:45 CRI

ຕົວ​ເລກ​ສະ​ຖິ​ຕິຫຼ້າ​ສຸດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຈອນ ຮອບ​ກິນ​ສ​ອາ​ເມ​ຣິ​ກາ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ນັບ​ມາ​ຮອດ​ເວ​ລາ 6 ໂມງ 26 ນາ​ທີ​ຂອງວັນ​ທີ 24 ພະ​ຈິກ​ນີ້​ຕາມ​ເວ​ລາ​ວຽງ​ຈັນ, ​ ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ໃນ​ທົ່ວ​ໂລກ​ມີ​ເຖິງ 59070488 ຄົນ, ​ມີຜູ້​ເສຍ​ຊີ​ວິດ​ແລ້ວ 1394694 ຄົນ. ອາ​ເມ​ຣິ​ກາ​ມີຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຫຼາຍກວ່າ 12395660 ຄົນ, ມີ​ຜູ້​ເສຍ​ຊີ​ວິດ​ເຖິງ 257549 ຄົນ.

 

ວັນ​ທີ 23 ພະ​ຈິກ​ນີ້, ອົງ​ການ​ຕ້ານ​ໄພ​​ພິ​ບັດແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ໄດ້​ປະ​ກາດ​ຕົວ​ເລກ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ​ເພີ່ມ​ໃໝ່​ມີ 4442 ຄົນ​ເມື່ອ​ທຽບ​ໃສ່​ວັນ​ທີ 22 ພະ​ຈິກ​ນີ້, ​ລວມ​ທັງ​ໝົດ​ມີ 502110 ຄົນ, ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ 16002 ຄົນ.

 

ວັນ​ທີ 23 ພະ​ຈິກ​ນີ້,ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ມ​າ​ເລ​ເຊຍ​ໄດ້​ປະ​ກາດ​ຕົວ​ເລກ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ມາ​ຮອດ​ຕອນ​ທ່ຽງ​ມື້​ດຽວ​ກັນ, ພາຍ​ໃນ​ເວ​ລາ 24 ຊົ່ວ​ໂມງ​ໄດ້​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ເພີ່ມ​ໃໝ່ 1884 ຄົນ​, ເຊິ່ງ​​ເປັນ​ສະ​ຖິ​ຕິ​ສູງ​ສຸດ​ນັບ​ແຕ່​​ເກີດມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍ​າດ​ເປັນ​ຕົ້ນ​ມາ, ມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ​ລວມ​ທັງ​ໝົດ 56659 ຄົນ, ມີ​ຜູ້​ເສຍ​ຊີ​ວິດ​​ແລ້ວ 337 ຄົນ.

ຄຳ​ເຫັນ

0