吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະຊຸມສຳມະນາວ່າ​ດ້ວຍ​ຄູ່​ຮ່ວມ​ມື​ເພື່ອ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງໂລກ​ປີ 2020 ​ໄດ້ສຸມ​ໃສ່​ການ​ປະຕິຮູບ​ການ​ປະດິດ​ສ້າງ​ໃໝ່ດ້ານ​ການ​ຫຼຸດຜ່ອນ​ຄວ​າມທຸກ​ຍາກພາຍ​ຫຼັງການແຜ່ລະບາດຂອງພະຍາດໂຄວິດ-19

2020-11-25 16:45:22 cri

ວັນທີ 24 ພະຈິກນີ້, ກອງປະຊຸມສຳມະນາວ່າ​ດ້ວຍ​ຄູ່​ຮ່ວມ​ມື​ເພື່ອຫຼຸດຜ່ອນຄວາມທຸກຍາກ​ຂອງ​ໂລກ​ປີ 2020 ​ໄດ້​ຈັດ​ຂຶ້ນຢູ່​ນະຄອນ​ຫຼົງ​ນານ​ແຂວງ​ກ່ານ​ຊູ້ ​ເຊິ່ງ​ໄດ້​ປຶກສາ​ຫາລືກ່ຽວ​ກັບ​ການ​ປະດິດ​ສ້າງ​ໃໝ່ ​ແລະ​ການ​ຮ່ວມ​ມື​ດ້ານ​ການ​ຫຼຸດຜ່ອນ​ຄວາມ​ທຸ​ກຍາກ​ພາຍຫຼັງ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19.

ທ່ານ​ເຊີນ​ເຈີ້​ກັ່ງ ຮອງ​ຫົວໜ້າ​ຫ້ອງການໜ່ວຍ​ງານນຳພາ​ວຽກ​ງານ​ລຶບລ້າງຄວາມທຸກ​ຍາກ ​ແລະ​ການ​ພັດທະນາ​​ຂອງ​ລັດຖະບານ​ຈີນ​​​ໄດ້​ໃຫ້​ຮູ້​ວ່າ: ຈີນ​ໄດ້​ສ້າງ​ກົນ​ໄກວິ​ເຄາະ ​ແລະ​ຮັບ​ມືຜົນ​ກະທົບ​ຈາກ​ພະຍາດ​ໂຄ​ວິດ-19 ທີ່​ມີ​ຕໍ່​ການລຶບລ້າງ​ຄວາມທຸກ​ຍາກ, ກຳ​ແໜ້ນ​ທິດ​ທາງ​ຟື້ນ​ຟູ​ອຸດສາຫະກຳ ​ແລະ​ສົ່ງ​ເສີມ​ການ​ປະກອບ​ອາຊີບ, ຕິດຕາມ ​ແລະ​ປ້ອງ​ກັນບໍ່​ໃຫ້ກັບ​ຄືນ​ສູ່​ສະພາບ​ຄວາມທຸກ​ຍາກ​ອີກ ​ລວມທັງ​ການ​ຊ່ວຍ​ເຫຼືອຢ່າງຫ່ວງ​ທັນ​ກັບ​ເວລາ ​ເຊິ່ງ​ໄດ້​ບັນລຸ​ໝາກຜົນ​ຢ່າງ​ແທ້​ຈິງ. ບັນຫາ​ຕ່າງໆ​ຂອງ​ຈີນ ​ເຊັ່ນ: ການ​ສຶກສາ​ພາກ​ບັງຄັບ, ການ​ປິ່ນປົວ​ຂັ້ນ​ພື້ນຖານ, ​ເຮືອນ​ຢູ່​ທີ່​ຖາວອນ ​ແລະ​ນ້ຳ​ດື່ມ​ສະອາດ​ກໍ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງຮອບດ້ານ​ແລ້ວ.

ທ່ານ​ສຸ່ຍສື້ສີ ຜູ້ຕາງໜ້າອົງການແຜນການທັນ​ຍາຫານ​ໂລກ​ຂອງອົງການ​ສະ​ຫະປະຊາ​ຊາດ​ປະຈຳ​ຈີນ​ໄດ້​ກ່າວ​ວ່າ: ​ເມືອງ​ທຸກ​ຍາກທັງ​ໝົດ 832 ​ແຫ່ງຢູ່ຈີນ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກໝົດ​ແລ້ວ​ໃນ​ວັນ​ທີ 23 ພະຈິກ​ຜ່ານ​ມາ ​ເຊິ່ງ​ໄດ້​ເຮັດ​ໃຫ້​ບັນດາ​ປະ​ເທດ​ທີ່​ກຳລັງ​ພັດທະນາ​ຂອງ​ໂລກ​ຮູ້ສຶກມີ​ກຳລັງ​ໃຈ​ເພີ່ມ​ຂຶ້ນ. ອົງການ​ແຜນການ​ທັນ​ຍາ​ຫານ​ໂລກ​ຂອງ​ອົງການ​ສປຊ​ໄດ້​ຮ່ວມ​ມື​ກັບ​ຈີນ​ເປັນ​ເວລາ 40 ປີ​ມາແລ້ວ, ກໍ​ໄດ້​​ເປັນສັກຂີ​ພິຍານ ​ແລະຜູ້​ເຂົ້າຮ່ວມ​ການ​ຫຼຸ​ດຜ່ອນ​ຄວາມທຸກ​ຍາກຢູ່​ຈີນ. ຈີນ​ສາມາດ​ສະໜອງ​ບົດຮຽນ​ໃນການ​ຫຼຸດຜ່ອນ​ຄວາມ​ທຸ​ກຍາກ​ໃຫ້​ແກ່​ບັນດາ​ປະ​ເທດກຳລັງ​ພັດທະນາ​ໃນ​ໂລກ ​ເຊັ່ນ: ​ເຕັກນິກ​ກະສິກຳ​​ແບບແຫ້ງ, ການ​ລຶບລ້າງຄວາມທຸກ​ຍາກ​ດ້ວຍ​ການ​ຄ້າ​ເອ​ເລັກ​ໂຕຣນິກ ​ແລະ​ອື່ນໆ.

ຜູ້ຕາງໜ້າ​ທີ່​ໄດ້​​ເຂົ້າ​ຮ່ວມ​ກອງ​ປະຊຸມດັ່ງກ່າວ​ເຫັນ​ວ່າ: ​ໃນ​ຍຸກຫຼັງ​ເກີດ​ການ​ແຜ່​ລະບາດຂອງ​ພະຍາດ​ໂຄ​ວິດ-19, ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໃນ​ທົ່ວ​ໂລກ​ຕ້ອງ​ການ​ພັດທະນາ ​ແລະນຳ​ໃຊ້​ການ​ປະ​ດິດສ້າງ​ໃໝ່​ດ້ານ​ດີ​ຈີ​ຕອນຢ່າງ​ຮີບ​ດ່ວນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ ​ແລະ​ການຖອດ​ຖອນ​ບົດຮຽນ​ໃນ​ດ້ານ​ການ​ພັດທະນາ​ເພື່ອ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໃນ​ທົ່ວ​ໂລກ, ​ເອົາ​ໃຈ​ໃສ່​ສະຫຼຸບ​ຜຶດຕິ​ກຳ​ຕົວ​ຈິງ ​ແລະ​ວິທີ​ທີ່​ດີ​ທີ່​ສຸດ​ຂອງ​ຈີນ ​ແລະ​ສາກົນ​ໃນ​ກາ​ນພັດທະນາ​ເພື່ອ​ຫຼຸດຜ່ອນ​ຄວາມທຸກ​ຍາກ.

 

 

ຄຳ​ເຫັນ

0