何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ຈີນ​ກ່າວ​ເນັ້ນ​ວ່າ: ຈະ​ຊຸກ​ຍູ້​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງກວ່າ​ເກົ່າ ແລະ ບັນ​ລຸ​ເປົ້າ​ໝາຍ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດຫຼາຍກວ່າ​ເກົ່າ

2020-11-25 14:44:58 CRI

ວັນ​ທີ 24 ພະ​ຈິກ​ນີ້, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ແລະ ທ່ານ​ເດ​ວິດ ມານ​ພັ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ທະ​ນາ​ຄານ​ໂລກ, ທ່ານ​ນາງ​ຄຼິ​ສ​ຕາ​ລິ​ນາ​ ຈໍ​ເຈຍວາ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການກອງ​ທຶນເງິນ​ຕາ​ສາ​ກົນ, ທ່ານ​ອາ​ລານ ວອບ ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ການ​ຄ້າ​ໂລກ, ທ່ານ​ກາຍ ​ໄຣ​ເດີ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ແຮງ​ງານ​ສາ​ກົນ, ທ່ານ​ແອງ​ໂຈ ​ເກີ​ເຣຍ ເລ​ຂາ​ທິ​ການ​​ໃຫຍ່ອົງ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດແລະ ​ການພັດ​ທະ​ນາ, ແລະ​ທ່ານ​​ແຣນ​ໂດ ຄວາ​ເລັ​ສ ປະ​ທານ​ຄະ​ນະ​ກຳ​ມະ​ການ​ເພື່ອຄວາມ​ໝັ້ນ​ຄົງ​ດ້ານ​ການ​ເງິນ​ໄດ້​ຈັດ​ກອງ​ປ​ະ​ຊຸມ​ໂຕະ​ມົນ “1+6” ຄັ້ງ​ທີ 5. ກອງ​ປະ​ຊຸມ​ໄດ້​ຈັດ​ຂຶ້ນ​ດ້ວຍ​ຮູບ​ແບບ​ຜ່ານ​ວີ​ດີ​ໂອ, ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​ “ຊຸກ​ຍູ້​ການ​ຟື້ນ​ຟູ ແລະ ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ພາຍຫຼັງ​ການ​ແຜ່​ລ​ະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19”, ລົງ​ເລິກdko​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ສະ​ພາບ​ເສດ​ຖະ​ກິດ​ໂລກ, ສະ​ພາບ​ເສດ​ຖະ​ກິດ​ຈີນ ແລະ ການ​ບໍ​ລິ​ຫານ​ເສດ​ຖະ​ກິດ​ໂລກຫຼັງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ແລະ​ຫົວ​ຂໍ້​ອື່ນໆ.

 

ທ່ານຫຼີ​ເຄີ້​ສຽງ​ກ່າວ​ວ່າ, ເມື່ອ​ຜະ​ເຊີນ​ໜ້າ​ກັບ​ຜົນ​ກະ​ທົບ​ທີ່ໜັກ​ໜ່ວງ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ເສດ​ຖະ​ກິດ​ຈີນ​ສາ​ມາດ​ຟື້ນ​ຟູ​ຄືນ​ໃໝ່​ຢ່າງ​ໜັກ​ແໜ້ນ, ນີ້​​ເປັນ​ຍ້ອນໄດ້​ຮັບ​ຜົນ​ດີ​ຈາກ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ​ຈີນ​ໃນ​ການ​ຊ່ວຍ​ເຫຼືອ​ວິ​ສາ​ຫະ​ກິດ​​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ, ​ທັງໄດ້​ຮັບ​ຜົນ​ດີ​ຈາກ​ການ​ຊຸກ​ຍູ້​ການ​ປະ​ຕິ​ຮູບ ເປີດ​ປະ​ຕູ​ສູ່​ພາຍນອກ​ເຊິ່ງ​ເປັນ​ການ​ກະ​ຕຸກ​ຊຸກ​ຍູ້​​ຄວາມ​ມີ​ຊີ​ວິດ​ຊີ​ວາຂອງ​​ຫົວ​ໜ່ວຍ​ທຸ​ລະ​ກິດ ແລະ ພັດ​ທະ​ນາ​ແຮງ​ຂັບ​ເຄື່ອນ​ພາຍ​ໃນ​​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ, ທັງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ຄວາມ​ຕ້ອງ​ການຂອງ​ຕະຫຼາດ​ຂະ​ໜາດ​ໃຫຍ່​ຂອງ​ຈີນ.

 

ທ່ານຫຼີ​ເຄີ້​ສຽງ​ຊີ້​ອອກວ່າ, ໃນ​ໄລ​ຍະ​ປະ​ຕິ​ບັດ​ແຜນ​ການ 5 ປີ​ຄັ້ງ​ທີ 14, ຈີນ​ຈະ​ຖື​ເອົາການ​ປະ​ຕິ​ຮູບ ແລະ ການ​ປະ​ດິດ​ສ້າງ​ໃໝ່ເປັນ​ແຮງ​ຂັບ​ເຄື່ອນ​ພື້ນ​ຖານ, ເລັ່ງ​ລັດ​ສ້າງ​ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ຖືກ​ຕ້ອງ​ກັບຫຼັກ​ການ​ຕະຫຼາດ ຄຸ້ມ​ຄອງ​ຕາມ​ກົດ​ໝາຍ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ຈີນ​ຈະ​ສ້າງ​ສະ​ພາບ​ການ​ພັດ​ທະ​ນາ​ໃໝ່, ​ຊຸກ​ຍູ້​ການເປີດກວ້າງ​ຄວາມ​ຕ້ອງ​ການ​ພາຍ​ໃນ ແລະ ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໄປ​ພ້ອມໆ​ກັນ, ຊຸກ​ຍູ້​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງກວ່າ​ເກົ່າ, ເພີ່ມ​ທະ​ວີ​ການ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນ​ຍາ, ສົ່ງ​ເສີມ​ການ​ແຂ່ງ​ຂັນ​ແບບ​ຍຸດ​ຕິ​ທຳ​ລະ​ຫວ່າງວິ​ສາ​ຫະ​ກິດ​ຈີນ ແລະ ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ, ບັນ​ລຸ​ເປົ້າ​ໝາຍ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດຫຼາຍກວ່າ​ເກົ່າ.

 

ຜູ້​ຮັບ​ຜິດ​ຊອບ​ອົງ​ການ​ເສດ​ຖະ​ກິດ​ສາ​ກົນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ຜົນ​ສຳ​ເລັດ​ຂອງ​ຈີນ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19. ຝ່າຍ​ຕ່າງໆ​ເຫັນ​ວ່າ, ເມື່ອ​ຜະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ພະ​ຍາດ ແລະ ເສດ​ຖະ​ກິດ, ບັນ​ດາ​ປະ​ເທດ​ໃນ​ໂລກ​ຄວນ​ເພີ່ມ​ທະ​ວີ​ການ​ປະ​ສາ​ນ​ງານ​ໃນ​ດ້ານ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ມະ​ຫາ​ພາກ, ຮ່ວມ​ມື​ກັນ​ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໂລກ​ຫຼັງ​ການ​ແຜ່​ລ​ະ​ບາດ​ຂອງ​ພະ​ຍາດ​ໂຄ​ວິດ-19. ບັນ​ດາ​ຝ່າຍ​ໃຫ້​ຄວາມ​ສຳ​ຄັນຢ່າງ​ສູງ​ຕໍ່​ການ​ພົວ​ພັນ ແລະ ການ​ຮ່ວມ​ມື​ກັບ​ຈີນ, ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕື່ມ​ອີກ​ໃນ​ຂົງ​ເຂດ​ການ​ເງິນ ການ​ປະ​ກອບ​ອາ​ຊີບ, ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ເລື່ອນ​ເວ​ລາ​ຊຳ​ລະ​ໜີ້​ສິນ ແລະ​ອື່ນໆ, ຮ່ວມ​ກັນ​ສະ​ໜັບ​ສະ​ໜູນ​ລັດ​ທິຫຼາຍ​ຝ່າຍ, ຊຸກ​ຍູ້​ການ​ພັດ​ທະ​ນາ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ໂລກ.

ຄຳ​ເຫັນ

0