吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19 ຢູ່​ໃນ​ໂລກ​ມີ​ເຖິງ 59620502 ຄົນ​

2020-11-25 16:45:42 cri

ຕົວ​ເລກ​ສະ​ຖິ​ຕິຫຼ້າ​ສຸດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຈອນ ຮອບ​ກິນ​ສ​ອາ​ເມ​ຣິ​ກາ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ນັບ​ມາ​ຮອດ​ເວ​ລາ 6 ໂມງ 27 ນາ​ທີ​ຂອງວັນ​ທີ 25 ພະ​ຈິກ​ນີ້​ຕາມ​ເວ​ລາ​ວຽງ​ຈັນ, ​ ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ໃນ​ທົ່ວ​ໂລກ​ມີ​ເຖິງ 59620502 ຄົນ, ​ມີຜູ້​ເສຍ​ຊີ​ວິດ​ແລ້ວ 1406283 ຄົນ. ອາ​ເມ​ຣິ​ກາ​ເປັນ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພະຍາດ​ໂຄ​ວິດ-19 ຮ້າຍ​ແຮງ​ທີ່​ສຸດ​ໃນ​ໂລກ, ​ມີຜູ້ຕິດ​ເຊື້ອ​ເຖິງ 12555729 ຄົນ, ມີ​ຜູ້​ເສຍ​ຊີ​ວິດ​ເຖິງ 259477 ຄົນ.

ວັນ​ທີ 24 ພະ​ຈິກ​ນີ້, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ມ​າ​ເລ​ເຊຍ​ໄດ້​ປະ​ກາດ​ຕົວ​ເລກ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ມາ​ຮອດ​ຕອນ​ທ່ຽງ​ມື້​ດຽວ​ກັນ, ພາຍ​ໃນ​ເວ​ລາ 24 ຊົ່ວ​ໂມງ​ໄດ້​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ເພີ່ມ​ໃໝ່ 2188 ຄົນ​, ເຊິ່ງ​​ເປັນສອງ​ມື້ລຽນຕິດ​ທີ່​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ນັບ​ແຕ່​​ເກີດມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍ​າດ​ເປັນ​ຕົ້ນ​ມາ ​ແລະ​ເປັນ​ຄັ້ງ​ທຳ​ອິດ​ທີ່​ມີ​ຜູ້​ຕິດ​ເຊື້ອ​ເພີ່ມ​ໃໝ່​ຫຼາຍ​ກວ່າ 2000 ຄົນ, ນັບ​ລວມ​ແລ້ວມີ​ຜູ້​ຕິດ​ເຊື້ອ​ທັງ​ໝົດ 58847 ຄົນ.

 

ຄຳ​ເຫັນ

0