吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກຮຽນ​ຊັ້ນປະຖົມ​ປະ​ເທດ​ບຣູ​ໄນ​ແຕ້ມຮູບ​ການ​ຮ່ວມ​ມື​ຕ້ານ​ກັບ​ພະຍາດ​ໂຄ​ວິ​ດ-19 ລະຫວ່າງ​ຈີນ ​ແລະ​ບຣູ​ໄນ

2020-11-25 16:46:09 cri

ວັນ​ທີ 24 ພະຈິກ​ນີ້, ພິທີ​ມອບ​ລາງ​ວັນ​ການ​ແຂ່ງຂັນ​​ແຕ້ມຮູບ​ຂອງ​ນັກ​ຮຽນ​ຊັ້ນປະຖົມ​ບຣູ​ໄນ​ພາຍ​ໃຕ້​ຫົວ​ຂໍ້ “ຮ່ວມ​ກັນ​ຕ້ານພະຍາດ​ໂຄ​ວິດ-19” ກໍ​ຄືພິທີ​ເປີດ​ງານ​ວາງສະ​ແດງຮູບ​ແຕ້ມ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ບັນດາ​​ເຊຣີ ​ເບ​ກາ​ວັນ​ປະ​ເທດ​ບຣູ​ໄນ. ​ການ​ແຂ່ງຂັນ​ດັ່ງກ່າວ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ນັກຮຽນ​ 1022 ຄົນ​ຈາກ​ໂຮງຮຽນ​ປະຖົມ​ທົງ​ໝົດ 53 ​ແຫ່ງ​ຢູ່​ບຣູ​ໄນ. ນັກຮຽນ​ທັງຫຼາຍ​ໄດ້​ແຕ້ມ​ຮູບ​ທີ່​ມີຊີວິດ​ຊີວາ​ກ່ຽວ​ກັບ​ການ​ຮ່ວມ​ມື​ຕ້ານ​ກັບ​ພະຍາດ​ໂຄ​ວິດ-19 ລະຫວ່າງ​ຈີນ ​ແລະ​ບຣູ​ໄນ.

ການ​ແຂ່ງຂັນ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ຮ່ວມ​ກັນ​ໂດຍ​ສະຖານທູດ​ຈີນ​ປະ​ຈຳ​ບຣູ​ໄນ ​ແລະ​ກະຊວງ​​ສຶກສາ​ບທິການຣູ​ໄນ. ​ໃນ​ການ​ຕ້ານ​ກັບ​ພະຍາດ​ໂຄ​ວິດ-19, ສອງ​ປະ​ເທດ​​ໄດ້ສະໜັບສະໜູນ ​ແລະ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ​ກັນໃນ​ການ​ຮັບ​ມື​ກັບ​ພະຍາດ ​ແລະ​ໄດ້​ຜ່ານ​ຜ່າ​ຄວາມຫຍຸ້ງຍາກ​ຮ່ວມ​ກັນ. ຫວັງ​ວ່າ​ໂດຍ​ຜ່ານການ​ຈັດກິດຈະກຳ​ດັ່ງກ່າວຈະ​ສາມາດ​ປູກຝັງແນວ​ຄິດ​ຮັກ​ແພງ ​ແລະ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ​ກັນ​​ໃຫ້​ນັກ​ສຶກສາ, ​ແລະ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ການ​ຮ່ວມ​ມື​ຕ້ານ​ກັບ​ພະຍາດ​ໂຄ​ວິດ-19 ລະຫວ່າງ​ຈີນ ​ແລະ​ບຣູ​ໄນ.

ທ່ານ​ຮາ​ຈີ ຮາມຊາ ລັດ​ຖະມົນຕີ​ກະຊວງ​ສຶກສາ​ທິການບຣູ​ໄນ​ທີ່​ໄດ້​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ​ໄດ້ກ່າວ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຮູບ​ແຕ້ມ​ທີ່​ມີຈິນຕະນາການ​ຂອງ​ນັກ​ຮຽນ, ທ່ານ​ເຫັນ​ວ່າ: ​ເມື່ອ​ນັກຮຽນ​ຕັ້ງໜ້າ​ເຂົ້າ​ຮ່ວມ​ກິດຈະກຳຄັ້ງ​ນີ້​ກໍ​ຈະ​ມີ​ຜົນ​ດີ​ຕໍ່​ການ​ປັບປຸງ ​ແລະ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ອະນາຄົດ.

ຄຳ​ເຫັນ

0