何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊາວ​ອົບ​ພະ​ຍົບ​ເອ​ທີ​ໂອ​ປີ 4 ໝື່ນກວ່າ​ຄົນ​ໜີ​ໄປ​ຊູ​ດັງ

2020-11-25 16:37:14 CRI

ວັນ​ທີ 24 ພະ​ຈິກ​ນີ້, ອົງ​ການ​ຊາວ​ອົບ​ພະ​ຍົບ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ເຜີຍ​ແຜ່​ຖະ​ແຫຼ​ງ​ການ​ວ່າ, ຍ້ອນ​ວ່າ​ຢູ່​ລັດ​ຕີກຼີທາງ​ພາກ​ເໜືອ​ເອ​​ທີ​ໂອ​ປີ​ເກີດ​​ມີການ​ປະ​ທະ​ກັນ​​ທາງ​ການ​ທະ​ຫານ​ຢ່າງ​ຕໍ່​ເນື່ອງ, ນັບ​ມາ​ຮອດ​ວັນ​ທີ 23 ພະ​ຈິກ​ນີ້, ໄດ້​ມີ​ຊາວ​ອົບ​ພະ​ຍົບ​ເອ​ທີ​ໂອ​ປີ 41193 ຄົນ​ໜີ​ອອກ​ຈາກ​ລັດ​ຕີກຼີ​ໄປ​ລີ້​ໄພ​ຢູ່​ປະ​ເທດ​ຊູ​ດັງ.

 

ໃນ​ຖະ​ແຫຼງ​ການຍັງ​ລະ​ບຸ​ວ່າ, ຍ້ອນ​ວ່າ​ມີ​ຊາວ​ອົບ​ພະ​ຍົບ​ຈຳ​ນວນຫຼວງຫຼາຍ​ເຂົ້າ​ໄປ​ລີ້​ໄພ, ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ​ພາກ​ເໜືອ​ຂອງ​ເອ​​ທີ​ໂອ​​ປີ ແລະ ຊູ​ດັງ, ​ເຮັດ​ໃຫ້ເງື່ອນ​ໄຂ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ອົບ​ພະ​ຍົບ​ບໍ່​​ຄ່ອຍດີ​ປານ​ໃດ. ​ເຖິງວ່າອົງ​ການ​ຊາວ​ອົບ​ພະ​ຍົບ​ແຫ່ງ​ສະ​ຫະ​ປະ​ຊ​າ​ຊາດ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ຊາວ​ອົບ​ພະ​ຍົບ​ຕະຫຼອດ​ມາ​ກໍ​ຕາມ.

ຄຳ​ເຫັນ

0