吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຮຽ​ກ​ຮ້ອງ​ໃຫ້​ອັງ​ກິດ​ປະ​ຖິ້ມ​ແນວ​ຄິດ​ລັດ​ທິ​ລ່າ​ເມືອງ​ຂຶ້ນ

2020-11-25 16:55:04 CRI

    ໂດຍ​ແນ​ໃສ່ກໍ​ລະ​ນີ​ທີ່​ລັດ​ຖະ​ບານ​ອັງ​ກິດ​ໄດ້​ປະ​ກາດ​ບົດ​ລາຍ​ງານ​ກ່ຽວ​ກັບ​ຮົງ​ກົງ, ວັນ​ທີ 24 ພະ​ຈິກ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຮຽກ​ຮ້ອງ​ໃຫ້​ອັງ​ກິດ​ປະ​ຖິ້​ມ​ແນວ​ຄິດ​ລັດ​ທິ​ລ່າ​ເມືອງ​ຂຶ້ນ, ເກັບ​​ເອົາ​ຄວາມ​ຈອມ​ປອມ ແລະ ສອງມາດ​​ຕະຖານກັບ​ຄືນ​ໄປ​, ຢຸດ​ຕິ​ແຊກ​ແຊງ​ເຂົ້າວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ, ກັບ​ຄືນ​ສູ່​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​ຕາມກົດ​ໝາຍ​ສາ​ກົນ ແລະ ​ຫຼັກ​ການ​ພື້ນ​ຖານ​ຂອງການ​ພົວ​ພັນ​ສາ​ກົນ.


     ໃນ​ເວ​ລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ໃນກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ມື້​ດຽວ​ກັນ, ທ່ານ​ຈ້າ​ວ​ລີ້​ຈ່ຽນ​ຊີ້​ອອກວ່າ: ຮົງ​ກົງ​ໄດ້​ກັບ​ຄືນ​ສູ່​ອ້ອມກອດ​ຂອງປະ​ເທດ​ຊາດ​ເປັນ​ເວ​ລາ 23 ປີ​ແລ້ວ, ລັດ​ຖະ​ບານ​ອັງ​ກິດ​ຍັງ​ຜ່ານ​ການ​ຮັບ​ຮອງ “ບົດ​ລາຍ​ງານ​ເຄິ່ງ​ປີ​ກ່ຽວ​ກັບ​ບັນ​ຫາ​ຮົງ​ກົງ” ​ປີ້ນ​ຂາວ​ເປັນ​ດຳ, ແລະ ກ່າວ​​ຕຳ​ໜິ​ວິ​ຈານ​ຈີນ​ຢ່າງ​ໄຮ້​ເຫດ​ຜົນ, ຕໍ່​ເລື່ອງ​ນີ້ ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ ແລະ ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ. ຮົງ​ກົງ​ເປັນ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຂອງ​ຈີນ, ອັງ​ກິດ​ບໍ່​ມີ​ສິດ​ຕິດ​ຕາມກວດ​ກາ ແລະ ​ບໍ່​ມີ​ອັນ​ທີ່​ເອີ້ນ​ວ່າ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕາມ​ສິນ​ທຳ​ຕໍ່​ວຽກ​ງານ​ຮົງ​ກົງ, ບໍ່​ມີ​ສິດ​ແຊກ​ແຊງວຽກ​ງານ​ຮົງ​ກົງ​ໂດຍ​​ສວຍ​ໃຊ້ “ຖະ​ແຫຼງ​ການ​ຮ່ວມ​ຈີນ-ອັງ​ກິດ”. ໃນ​ໄລ​ຍະ​ການ​​ປົກ​ຄ​ອງແບບ​ລ່າ​ເມືອງ​ຂຶ້ນ, ອັງ​ກິດ​ບໍ່​ໄດ້​ໃຫ້​​ສິດປະ​ຊາ​ທິ​ປະ​ໄຕ​ແກ່​ຮົງ​ກົງ. ປັດ​ຈຸ​ບັນ, ອັງ​ກິດ​ກໍ່​ບໍ່​ມີ​ສິດ​ເປັນ​ຜູ້​ພິ​ພາກ​ສາ.

ຄຳ​ເຫັນ

0