何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ມາ​ຣາ​ໂດ​ນາ​ເສຍ​ຊີ​ວິດ​ຍ້ອນ​ເສັ້ນ​ເລືອດ​ຫົວ​ໃຈ​ອຸດ​ຕັນ ​ວົງ​ການ​ຕ່າງໆ​​ຂອງ​ສາ​ກົນສະ​ແດງ​ຄວາມ​ໄວ້​ອາ​ໄລ

2020-11-26 15:02:01 CRI

ສື່ມວນ​ຊົນຫຼາຍ​ແຫ່ງ​ຂອງອາກ​ຊັງ​ຕິນ​ລາຍ​ງານ​ວ່າ, ທ່ານ​ດີ​ເອ​ໂກ ມາ​ຣາ​ໂດ​ນາ ດາ​ລາ​ບານ​ເຕະ​ຜູ້​ມີ​ຊື່​ສຽງ​​ຂອງ​ໂລກໄດ້​ເສຍ​ຊີ​ວິດ​ຍ້ອນ​ເສັ້ນ​ເລືອດ​ຫົວ​ໃຈ​ອຸດ​ຕັນ​ຢູ່​ໃນ​ເຮືອນ​ຂອງ​ຕົນ​ໃນ​ວັນ​ທີ 25 ພະ​ຈິກ​ນີ້, ​ລວມ​ອາ​ຍຸ​ໄດ້ 60 ປີ.

 

ມື້​ດຽວ​ກັນ, ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ອາກ​ຊັງ​ຕິນ​ໄດ້​ອອກ​ຖະ​ແຫຼງ​ການ​ໂດຍ​ກ່າວ​ວ່າ, ເນື່ອງ​ຈາກ​ທ່ານ​ມາ​ຣາ​ໂດ​ນາ​ໄດ້​ເສຍ​ຊີ​ວິດ, ທົ່ວ​ປະ​ເທດ​ອາກ​ຊັງ​ຕິນ​ຈະ​ໄວ້​ອາ​ໄລ​ເປັນ​ເວ​ລາ 3 ວັນ.

 

​​ຂ່າວ​ຍັງ​ໄດ້​ລາຍ​ງານ​ວ່າ: ມີ​ບຸກ​ຄົນ​ທີ່​ມີ​ຊື່​ສຽງ​ໃນ​ວົງ​ການ​ຕ່າງໆ​ຂອງ​ສາ​ກົນຫຼາຍ​ທ່ານ​ກໍ​ໄດ້​ພາ​ກັນ​ສະ​ແດງ​ຄວາມ​ໄວ້​ອາ​ໄລ​ຕໍ່​ການ​ມໍ​ລະ​ນະ​ກຳ​ຂອງ​ທ່ານ​ມາ​ຣາ​ໂດ​ນາ.

ຄຳ​ເຫັນ

0