吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັງ​ກິດ​ມີ​ແຜນ​ຈະ​ລົງ​ໂທດ​ວິ​ສາ​ຫະ​ກິດ​ໂທ​ລະ​ຄົມ​ທີ່​ໃຊ້ອຸ​ປະ​ກອນHUAWEIຢ່າງ​​ໜັກ​ໜ່ວງ ເຊິ່ງ​ເປັນ​ການລະ​ເມີດ​ກົດ​ລະ​ບຽບ​ການ​ຄ້າ​ເສ​ລີ​ຢ່າງບັງ​ອາດ

2020-11-26 15:24:20 CRI

     ໂດຍ​ແນ​ໃສ່​ກໍ​ລະ​ນີ​ທີ່​ອັງ​ກິດ​ມີແຜນ​ສ້າງ​ກົດ​ໝາຍ​ເພື່ອ​ລົງ​ໂທດ​ວິ​ສາ​ຫະ​ກິດ​ໂທ​ລະ​ຄົມ​ທີ່​ໃຊ້​ອຸ​ປະ​ກອນ HUAWEI ຢ່າງ​​ໜັກ​ໜ່ວງ, ວັນ​ທີ 25 ພະ​ຈິກ​ນີ້, ທ່ານ​ຈ້າວ​ລີ້​​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ຢູ່​ທີ່​ປັກ​ກິ່ງວ່າ: ອັງ​ກິດ​ພວມທຳ​​ລາຍ​ຜົນ​ປະ​ໂຫຍດ​​ທີ​ຖືກ​ຕ້ອງຂອງວິ​ສາ​ຫະ​ກິດ​ຈີນ​ຢ່າງ​​ໜັກ​ໜ່ວງ, ​ທຳ​ລາຍ​ພື້ນ​ຖານ​​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຂອງ​ການ​ຮ່ວມ​ມື​ຈີນ-ອັງ​ກິດ​ຢ່າງ​ບໍ່​ຢຸດ​ຢັ້ງ.

 

     ໃນ​ກອງ​ປະ​ຊຸມ​​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ມີ​ນັກ​ຂ່າວ​ຖາມ​ວ່າ: ອັງ​ກິດ​ອາດ​ຈະ​ຜ່ານ​ການ​ຮັບ​ຮອງ​​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຫ້າມ​ບໍ່​ໃຫ້ HUAWEI ເຂົ້າ​ຮ່ວມໂຄງ​ການ​ກໍ່​ສ້າງ​ເຄືອ​ຂ່າຍ 5G ຂອງ​ອັງ​ກິດ​ໃນ​ວັນ​ທີ 25 ພະ​ຈິກ​ນີ້. ອີງ​ຕາມ​​ຮ່າງ​ກົດ​ໝາຍສະ​ບັບ​ນີ້, ວິ​ສາ​ຫະ​ກິດ​ໂທ​ລະ​ຄົມ​ທີ່​ກ່ຽວ​ຂ້ອງ​ຖ້າ​ຍັງ​ໃຊ້​​ອຸ​ປະ​ກອນ​ທີ່​ຜະ​ລິດ​​ໂດຍ HUAWEI ຢູ່​ຫຼັງ​ຮ່າງ​ກົດ​ໝາຍມີ​ຜົນ​ສັກ​ສິດ​ແລ້ວ ​ກໍ​ອາດ​ຈະ​ຖືກປັບ​ໃໝ​ຢ່າງ​ຫຼວງ​ຫຼາຍ. ຕໍ່​ເລື່ອງ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າ​ວ​ວ່າ:

 

“ພາຍ​ໃຕ້​ເງື່ອນ​ໄຂ​ທີ່​ບໍ່​ມີ​ຫຼັກ​ຖານ​ອ້າງ​ອີງ​ໃດໆ, ອັງ​ກິດ​ຖື​ງ​ເອົາຄວາມ​ສ່ຽງ​​ທີ່​ບໍ່​ມີ​ມູນ​ຄວາມ​ຈິງເປັນ​ຂໍ້​ອ້າງ​ໂດຍ​ມີ​ການປະ​ສານ​ສົມ​ທົບ​ກັບ​ອາ​ເມ​ຣິ​ກາ​​ຊ້ຳ​ແລ້ວ​ຊ້ຳ​ອີກເພື່ອ​​ຈຳ​ແນກ ແລະ ​ບີດ​ບັງ​ຄັບ​ວິສາ​ຫະ​ກິດ​ຈີນ, ລະ​ເມີດ​ຫຼັກ​ການ​ເສດ​ຖະ​ກິດ​ຕະ​ຫຼາດ ແລະ ກົດ​ລະ​ບຽບ​ການ​ຄ້າ​ເສ​ລີ​ຢ່າງ​ບັງ​ອາດ,ທຳ​​ລາຍ​ຜົນ​ປະ​ໂຫຍດ​ອັນ​ຖືກ​ຕ້ອງ​ຂອງວິ​ສາ​ຫະ​ກິດ​ຈີນ​ຢ່າງ​​ໜັກ​ໜ່ວງ, ​ທຳ​ລາຍ​ພື້ນ​ຖານ​​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ກັນ​​ໃນການ​ຮ່ວມ​ມື​ຈີນ-ອັງ​ກິດ​ຢ່າງ​ບໍ່​ຢຸດ​ຢັ້ງ. ພາຍ​ໃຕ້​​ສະ​ພາບ​ການ​ນີ້, ​ການ​ເປີດກວ້າງ, ຄວາມ​ຍຸດ​ຕິ​ທຳ​​ດ້ານຕະ​ຫຼາດ​ຂອງ​ອັງ​ກິດ ແລະ ຄວາມ​ປອດ​ໄພ​ຂອງ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ທີ່​ລົງ​ທຶນ​ຢູ່​ອັງ​ກິດ​​ຈິ່ງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ໃນ​ລະ​ດັບ​ສູງ.”

ຄຳ​ເຫັນ

0