吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19 ຢູ່​ໃນ​ໂລກ​ມີຫຼາຍກວ່າ 60ລ້ານຄົນ​

2020-11-26 15:25:26 CRI

     ຕົວ​ເລກ​ສະ​ຖິ​ຕິຫຼ້າ​ສຸດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຈອນ ຮອບ​ກິນ​ສ​ອາ​ເມ​ຣິ​ກາ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ນັບ​ມາ​ຮອດ​ເວ​ລາ 6 ໂມງ 27 ນາ​ທີ​ຂອງວັນ​ທີ 26 ພະ​ຈິກ​ນີ້​ຕາມ​ເວ​ລາ​ວຽງ​ຈັນ, ​ ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ໃນ​ທົ່ວ​ໂລກ​ມີ​ເຖິງ 60.207.001 ຄົນ, ​ມີຜູ້​ເສຍ​ຊີ​ວິດ​ແລ້ວ 1.417.906 ຄົນ. ອາ​ເມ​ຣິ​ກາ​ເປັນ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພະຍາດ​ໂຄ​ວິດ-19 ຮ້າຍ​ແຮງ​ທີ່​ສຸດ​ໃນ​ໂລກ, ​ມີຜູ້ຕິດ​ເຊື້ອ​ເຖິງ 12.742.743 ຄົນ, ມີ​ຜູ້​ເສຍ​ຊີ​ວິດ​ເຖິງ 261.874 ຄົນ.

 

     ​ສະ​ຖາ​ບັນ​ແພດ​ເດັກ ແລະ ສະ​ມາ​ຄົມ​ໂຮງ​ໝໍ​ເດັກ​ນ້ອຍ​ຂອງ​ອາ​ເມ​ຣິ​ກາ​ໄດ້​ຮ່ວມ​ກັນ​ປະ​ກາດ​ບົດ​ລາຍ​ງານ​ຫຼ້​າ​ສຸດ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ແຕ່​ເກີດ​ມີ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ, ຢູ່​ອາ​ເມ​ຣິ​ກາ​ໄດ້​ມີ​ເດັກ​ນ້ອຍ​ເກືອບ 1 ລ້ານ 2 ແສນ​ຄົນ​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19. ຫວ່າງ​ມໍ່ໆ​ມາ​ນີ້, ຈຳ​ນວນ​ເດັກ​ນ້ອຍ​ອາ​ເມ​ຣິກ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ, ພາຍ​ໃນ​ອາ​ທິດ​ດຽວ​ກໍ່​​ມີ​ກໍ​ລະ​ນີ​ເພີ່ມ​ໃໝ່​ຫຼາຍກວ່າ 1 ແສນ 4 ໝື່ນ​ຄົນ.

ຄຳ​ເຫັນ

0