尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ໃໝ່​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ RCEP

2020-11-26 16:46:10 cri

ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ໃໝ່​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ RCEP

ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາຊຽນ​ຄັ້ງ​ທີ 17 ຈະຈັດ​ຂຶ້ນ​ຢູ່​ນະ​ຄອນ​ໜານ​ໜິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ​ວ້າງ​ກວາງ​ຊີ​ຈີນ​ແຕ່ວັນ​ທີ 27 ຫາ​ວັນ​ທີ 30 ພະ​ຈິກ​ນີ້. ນັບ​ແຕ່​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ປະ​ເທດ​ກິດ​ຕິ​ມະ​ສັກ​ຂອງງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​​ຄັ້ງ​ທີ 6 ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 2009 ເປັນ​ຕົ້ນ​ມາ, ປີ​ນີ້, ລາວ​ຈະ​ເປັນ​ປະ​ເທດ​ກິດ​ຕິ​ມະ​ສັກ​ຂອງ​ງານ​​ດັ່ງ​ກ່າວອີກ​ເທື່ອ​ໜຶ່ງ, ນີ້​ແມ່ນ​ການ​ສືບ​ເນື່ອງ​ທັງເປັນ​ການ​ເລີ່ມ​ຕົ້ນ​ໃໝ່.
 

ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ໃໝ່​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ RCEP_fororder_微信图片_20201126164513
ໃນ​ຖາ​ນະ​ເປັນ​ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ພຽງ​ປະ​ເທດ​ດຽວ​ຂອງ​ອາ​ຊຽນ, ລາວ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ດີ​ໂດຍ​ຜ່ານ​ການ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຢ່າງ​ຕັ້ງ​ໜ້າ, ງານ​ວາງ​ສະ​ແດງ​ດັ່ງ​ກ່າວ​ບໍ່​ພຽງ​ແຕ່​ໄດ້​ຊຸກ​ຍູ້​ການ​ແລກ​ປ່ຽນ​ກັນ​ທາງດ້ານ​ການ​ຄ້າ​ລະ​ຫວ່າງ​ລາວ​ກັບ​ຈີນ​ກໍ​ຄື​ບັນ​ດາ​ປະ​ເທດ​ອາ​ຊຽນ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ກາຍ​ເປັນ​ເວ​ທີ​ທີ່​ສຳ​ຄັນ​ຂອງ​ລາວ​ໃນ​ການ​ດຶງ​ດູດ​ການ​ລົງ​ທຶນ​ອີກ​ດ້ວຍ. ນອກ​ຈາກໄດ້​ສ້າງ​ໂອ​ກາດ​ການ​ພັດ​ທະ​ນາ​ໃຫ້​ແກ່​ລາວ​ແລ້ວ, ໃນ 17 ປີ​ຜ່ານ​ມາ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນຍັງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ດ້ານ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ,ຊຸກ​ຍູ້​ການ​ຮ່ວມ​ມື​ແບບ​ເປີດ​ປະ​ຕູ​ລະ​ຫວ່າງ​ຈີນ-ອາ​ຊຽນ​ກໍ​ຄື​ຊຸກ​ຍູ້​ການ​ພັດ​ທະ​ນາ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ​ອີກ​ດ້ວຍ.

ໃນ​ວັນ​ທີ 15 ພະ​ຈິກ​ນີ້, “ສັນ​ຍາ​​ວ່າ​ດ້ວຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​​ໃນ​ພາກ​ພື້ນ”ຫຼື RCEP ໄດ້​ຮັບ​ການ​ລົງ​ນາມ​ຢ່າງ​ເປັນ​ທາງ​ການ​​ພາຍ​ຫຼັງ​ໄດ້​ເຈ​ລະ​ຈາ​ກັນ​ມາ​ເປັນ​ເວ​ລາ 8 ປີ, ​ກາຍ​ເປັນ​ເຂດ​ການ​ຄ້າ​ເສ​ລີ​ທີ່​ໃຫຍ່​ທີ່​ສຸດ​ຢູ່​ໃນ​ໂລກ.  ການ​ເຊັນ​ສັນ​ຍາ RCEP​ ເປັນ​ໄຊ​ຊະ​ນະ​ຂອງ​ລັດ​ທິ​ຫຼາຍ​ຝ່າຍ,ຈະ​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ດີ​ໃຫ້​ແກ່​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ,​ທັງມີ​ຜົນ​ດີ​ຕໍ່​ການ​ລົງ​ເລິກ​ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ​ຕື່ມ​ອີກ.

ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ໃໝ່​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ RCEP_fororder_微信图片_202011261645131

ໃນ​ຖາ​ນະ​ເປັນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ແລະ​ມີ 10 ປະ​ເທດ​ອາ​ຊຽນ​ຮ່ວມ​ກັນ​ເປັນ​ເຈົ້າ​ພາບ​ໃນ​ການ​ຮ່ວມ​ມື​​ກັນ​ຂອງ​ພາກ​ພື້ນ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ດັ່ງ​ກ່າວ​ໄດ້​ມີ​ທ່າ​ແຮງ​​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຂອງ​ພາກ​ພື້​ນ, ໃນ​ຊຸມ​ປີ​ຜ່ານ​ມາ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ໄດ້​ມີ​ການ​ເຊື່ອມ​ຕໍ່​ແລະ​ສອດ​ຄ່ອງ​ກັບ​​ເງື່ອນ​ໄຂ RCEP ​ທີ່​ມີ​ລັກ​ສະ​ນະ​ຄາດ​ການ, ໄດ້​​ຫັນ​ປ່ຽນຈາກ​​ເວ​ທີການ​ຮ່ວມ​ມື​ຈີນ-ອາ​ຊຽນ​ເປັນ​ເວ​ທີ​ທີ່​ເຂັ້ມ​ແຂງ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ຂອງ​ປະ​ເທດ​ສະ​ມ​າ​ຊິກ RCEP.
 

ບົນ​ພື້ນ​ຖານ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາຊຽນ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຈະ​ປະ​ຕິ​ບັດ​ສັນ​ຍາ RCEP ດ້ວຍ​ທ່າ​ທີ​ທີ່​ເປີດກວ້າງກວ່າ​ເກົ່າ, ສ່ວນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນທີ່​​ຍິ່ງ​ເປີດກວ້າງກວ່າ​ເກົ່າກໍ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ໃຫຍ່​ຫຼວງກວ່າ​ເກົ່າ​ເຂົ້າ​ໃນ​ການ​ຮ່ວມ​ມື​ຂອງ RCEP ຢ່າງ​ແນ່ນອນ.

ຄຳ​ເຫັນ

0