何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຊ່ວຍເຫຼືອອຸປະກອນດ້ານການສຶກສາໃຫ້ແກ່ນັກຮຽນລາວ 5 ໝື່ນຊຸດ

2020-11-26 10:07:31 CRI

ຈີນຊ່ວຍເຫຼືອອຸປະກອນດ້ານການສຶກສາໃຫ້ແກ່ນັກຮຽນລາວ 5 ໝື່ນຊຸດ

 

    ວັນທີ 25 ພະຈິກນີ້ ທີ່ໂຮງຮຽນປະຖົມສົມບູນບ້ານໜອງແວງ ນະຄອນຫຼວງວຽງຈັນ,ໄດ້ມີພິທີແຈກຢາຍອຸປະກອນດ້ານການສຶກສາພາຍໃຕ້ໂຄງການ Panda Pack Project ຂອງກອງທຶນຫຼຸດຜ່ອນຄວາມທຸກຍາກຈີນ. ໂອກາດນີ້,ໄດ້ມີການມອບ-ຮັບອຸປະກອນດ້ານການສຶກສາໃຫ້ແກ່ນັກຮຽນປະຖົມ ລາວຈຳນວນ50.000ຊຸດ.ໃນຄັ້ງນີ້,ກອງທຶນຫຼຸດຜ່ອນຄວາມທຸກຍາກຈີນຈະນໍາເອົາອຸປະກອນດ້ານການສຶກສາຈຳນວນ 50.000 ຊຸດໄປແຈກຢາຍຢູ່ 595 ໂຮງຮຽນໃນນະຄອນຫຼວງວຽງຈັນ,ແຂວງຊຽງຂວາງ,ຫຼວງພະບາງແລະແຂວງໄຊຍະບູລີ.

 

ຈີນຊ່ວຍເຫຼືອອຸປະກອນດ້ານການສຶກສາໃຫ້ແກ່ນັກຮຽນລາວ 5 ໝື່ນຊຸດ

 

    ທ່ານແກ້ວ ມັກກະຜົນ ຫົວໜ້າກົມພົວພັນສາກົນຂອງອົງການຈັດຕັ້ງມະຫາຊົນ ຄະນະພົວພັນຕ່າງປະເທດສູນກາງພັກກ່າວວ່າ,ການຊ່ວຍເຫຼືອໃນຄັ້ງນີ້ຈະເປັນຜົນປະໂຫຍດອັນສູງສຸດໃຫ້ແກ່ນັກຮຽນລາວທັງເປັນການປະກອບສ່ວນເຂົ້າໃນການພັດທະນາວຽກງານການສຶກສາໃນລາວ.ພ້ອມດຽວກັນ,ຍັງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອກໍ່ຄືຄູ່ຮ່ວມຍຸດທະສາດຮອບ ດ້ານ ໝັ້ນຄົງຍາວນານ ລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ.ຫວັງວ່າບັນດານັກຮຽນຈົ່ງໄດ້ຖະໜຸຖະໜອມຂອງຂວັນຈາກປະຊາຊົນຈີນໃນຄັ້ງນີ້.

 

    Panda Pack Project ຂອງກອງທຶນຫຼຸດຜ່ອນຄວາມທຸກຍາກຈີນ ເປັນໂຄງການໜຶ່ງ ເພື່ອຕອບສະໜອງຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ແລະການສ້າງຄູ່ຮ່ວມຊະຕາກໍາຂອງມວນມະນຸດຂອງຈີນໂດຍມີຈຸດປະສົງເພື່ອປັບປຸງເງື່ອນໄຂການຮຽນໃນຂັ້ນພື້ນຖານຂອງນັກຮຽນຢູ່ບັນດາປະເທດກໍາລັງພັດທະນາທີ່ຢູ່ໃນຂົງເຂດ ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ທັງເປັນການສົ່ງເສີມການເຊື່ອມໂຍງທາງດ້ານຈິດໃຈລະຫວ່າງປະຊາຊົນ.

 

ຂ່າວແຈ້ງອີກວ່າ, ປີນີ້ເປັນປີທີສອງທີ່ກອງທຶນຫຼຸດຜ່ອນຄວາມທຸກຍາກຈີນ ມາມອບອຸປະກອນດ້ານການສຶກສາໃຫ້ແກ່ນັກຮຽນລາວເຊິ່ງປີຜ່ານມາກໍ່ໄດ້ມອບອຸປະກອນດ້ານການສຶກສາໃຫ້ແກ່ນັກຮຽນລາວ ຈໍານວນ 20.000 ຊຸດໃຫ້ກັບບັນດາ ໂຮງຮຽນໃນນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ບໍລິຄໍາໄຊ ແລະແຂວງຄຳມ່ວນ ຈຳນວນ 196 ໂຮງຮຽນ.

 

 

 

ຄຳ​ເຫັນ

0