何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ເປີດງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ ແລະ ກອງ​ປະ​ຊຸມ​ສຸດຍອດ​ການ​ຄ້າ ແລະ ການ​ລົງ​ທຶນ​ຈີນ-ອາ​ຊຽນ​​ຄັ້ງ​ທີ 27

2020-11-27 15:42:26 CRI

ວັນ​ທີ 27 ພະ​ຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປ​ະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ເປີດ ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ ແລະ ກອງ​ປະ​ຊຸມ​ສຸດຍອດ​ການ​ຄ້າ ແລະ ການ​ລົງ​ທຶນ​ຈີນ-ອາ​ຊຽນ​​ຄັ້ງ​ທີ 27.

     ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: “ປີ2013, ຂ້າ​ພະ​ເຈົ້າ​ໄດ້​ສະ​ເໜີ​ວ່າ ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ສ້າງ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສັດ​ຕະ​ວັດ​ທີ 21 ແລະ​ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ. ພວກ​ເຮົາ​ມີຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ເຫັນ​ວ່າ ໃນ​ໄລ​ຍະ 7 ປີ​ຜ່ານ​ມາ,ການ​ເຊື່ອ​ໂຍງ​ເຊື່ອມ​ຈອດ​ກັນ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ເລັ່ງ​ລັດ​ໃຫ້​ໄວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ເຊື່ອ​ໂຍງ​ດ້ານ​ເສດ​ຖະ​ກິດ​ໄດ້​ກ້າວ​ສູ່​ລວງ​ເຊິກ​ຢ່າງ​ຕໍ່​ເນື່ອງ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​​ກໍ​ນັບ​ມື້​ນັບ​ພັດ​ທະ​ນ​ໄວ​ຂຶ້ນ, ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ກໍ​ນັບ​ມື້​ນັບ​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ, ການ​ພົວ​ພັນ​ຈີນ-ອາ​ຊຽນ​ໄດ້​ກາຍ​ເປັນ​ແບບ​ຢ່າງ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​ຫຼາຍກວ່າ​ໝູ່​ແລະ​ມີ​ຊີ​ວິດ​ຊີ​ວາຫຼາຍກວ່າ​​ໝູ່ໃນ​ດ້ານ​ເສດ​ຖ​ະ​ກິດ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ ແລະ​ກາຍ​ເປັນ​ແບບ​ຢ່າງ​ທີ່​ມີ​ຊີ​ວີດ​ຊີ​ວາ​ໃນ​ການ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ມວນ​ມະ​ນຸດ. ” ເມື່ອ​ຜະ​ເຊີນ​ໜ້າ​ກັບ​ການ​ແຜ່​ລ​ະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ສອງ​ຝ່າຍໄດ້​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ. ປະ​ຈຸ​ບັນ ໂລກ​ພວມ​ປະ​ສົບ​​ກັບການ​ປ່ຽນ​ແປງ​ອັນ​ໃຫຍ່ຫຼວງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ຮອບ​ຮ້ອຍ​ປີ​ຜ່ານ​ມາ, ຊາ​ຕາ​ກຳ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ບໍ່​ເຄີຍ​ພົວ​ພັນ​ກັນ​ຢ່າງ​ໃກ້​ຊິດ​ຄື​ດັ່ງ​ທຸກ​ມື້​ນີ້. ຈີນ​ຖື​ເອົາ​ອາ​ຊຽນ​ເປັນ​ທິດ​ທາງ​​ບູ​ລິ​ມະ​ສິດ​ໃນ​ວຽກ​ງານ​ການ​ຕ່າງປະ​ເທດ​ກັບ​ປະ​ເທດ​ໃກ້​ຄຽງແລະ​ເປັນ​ພາກ​ພື້ນສຳ​ຄັນ​ໃນ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວໜຶ່ງ​ເສັ້ນ​ທາງ”ດ້ວຍ​ຄຸນ​ນະ​ພາບ​ສູງ, ຈີນ​ຍິນ​ດີ​ຮ່ວມ​ກັບ​ອາ​ຊຽນຊຸ​ກ​ຍູ້​ການຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ, ຮັກ​ສາ​ທ່ວງ​ທ່າທີ່​ດີ​ໃນ​ການ​ພັດ​ທະ​ນາ​​ໃນພາກ​ພື້ນ​ນີ້, ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາກຳ​ຈີນ-ອາ​ຊຽນ​ທີ່​ແໜ້ນ​ແຟ້ນ​ກວ່າເກົ່າ.

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ 4 ຂໍ້, ຄື:

ໜຶ່ງ, ຍົກ​ສູງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ຍຸດ​ທະ​ສາດ, ລົງ​ເລິກ​ການ​ເຊື່ອມ​ຈອດ​ແຜນ​ແມ່​ບົດ​ການ​ພັດ​ທະ​ນາ. ໂດຍ​ອີງ​ໃສ່​ການ​ສ້າງ​ຊ່ອງ​ທາງ​ໃໝ່​ທາງ​ບົກ ແລະ ທາງ​ທະ​ເລ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ເຊື່ອມ​ຈອດ​ພື້ນ​ຖານ​ໂຄງ​ລ່າງ, ເລັ່ງ​ລັດ​​ການຊຸກ​ຍູ້​ ການ​ສ້າງ​ແລວ​ເສດ​ຖະ​ກິ​ດ ແລະ ໂຄງ​ການ​ສຳ​ຄັນ​ທີ່​ມີ​ຢູ່​ໃນ​ປະ​ຈຸ​ບັນ, ຕັ້ງ​ໜ້າ​ສ້າງ​ສະ​ຫະ​ພັນ​ຂົນ​ສົ່ງ​ດ້ວຍຫຼາຍ​ຮູບແບບ​ລະ​ຫວ່າງ​ຈີນ-ອາ​ຊຽນ. ປີ​ໜ້າ​ແມ່ນ​​ປີ​ທີ່ຈີນ ແລະ ອາ​ຊຽນ​ສ້າງ​​ຕັ້ງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຄົບ​ຮອບ 30 ປີ, ຈີນ​ຍິນ​ດີ​ຮ່ວມ​ກັບ​ອາ​ຊຽນ, ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ.

ສອງ, ຍົກ​ສູງ​ລະ​ດັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ, ເລັ່ງ​ລັດ​ການ​ຟື້ນ​ຟູເສດ​ຖະ​ກິດ​ຂອງ​ພາ​ກພື້ນ​ຢ່າງ​ຮອບ​ດ້ານ. ປະ​ຕິ​ບັດ​ສັນ​ຍາ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ​ໃຫ້​ດີກວ່າ​ເກົ່າ. ຈີນ​ຫວັງ​ວ່າ “ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ຂອງ​ພາກ​ພື້ນ” ຈະ​ບັງ​ເກີດ​ຜົນ​ໂດຍ​ໄວ. ເພີ່ມ​ທະ​ວີ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ ແລະ ສົ່ງ​ເສີມ​ການ​ລົງ​ທຶນ, ເປີດກວ້າງ​ຕະຫຼາດ​ໃຫ້​ກັນ​ແລະ​ກັນ, ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ ຕ່ອງ​ໂສ້​ການ​ສະ​ໜອງ ແລະ ຕ່ອງ​ໂສ້​​ມູນ​ຄ່າ​ຢ່າງ​ເລິກ​ເຊິ່ງ. ພາຍ​ໃຕ້​ປະ​ຖົມ​ປັດ​ໄຈ​ທີ່​ຮັບ​ປະ​ກັນ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ, ໃຊ້​ມາດ​ຕະ​ການ​ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ບຸກ​ຄະ​ລາ​ກອນ ແລະ ການ​ຈໍ​ລະ​ຈອນ​ສິນ​ຄ້າ. ຊຸກ​ຍູ້​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ​ແລະ​ການ​ຮ່ວມ​ມື​​ລະ​ຫວ່າງ​ຈີນ-​ເຂດ​ເຕີບ​ໂຕພາກ​ຕາ​ເວັນ​ອອກ​ຂອງ​ອາ​ຊຽນ.

ສາມ, ຍົກ​ລະ​ດັບ​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ, ລົງ​ເລິກ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ດິ​ຈີ​ຕອນ. ສ້າງ​ຈຸດ​​ພົ້ນເດັ່ນ​ໃໝ່​ດ້ານ​ການ​ຮ່ວມ​ມື​ໃຫ້ຫຼາຍກວ່າ​ເກົ່າ​ໃນ​ຂົງ​ເຂດ​ຕ່າງໆ, ເຊັ່ນ: ຕົວ​ເມືອງ​ອັດ​ສະ​ລິ​ຍະ, 5G, ປັນ​ຍາ​ປະ​ດິດ, ການ​ຄ້າ​ເອ​ເລັກ​ໂຕຼນິກ, ຂໍ້​ມູນ​ໃຫຍ່, ບຼອກ​​ເຊນ(Blockchain), ການ​ປິ່ນ​ປົວ​ທາງ​ໄກ ແລະ​ອື່ນໆ, ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ຂ່າວ​ສານ ແລະ ການປະ​ສານ​ສົມ​ທົບ​ກັນ​ດ້ານ​ນະ​ໂຍ​ບາຍ. ສ້າງ​ສູນ​ຂໍ້​ມູນ​ຂ່າວ​ສານ​ຈີນ-ອາ​ຊຽນ, ສ້າງ “ເສັ້ນ​ທາງ​ສາຍ​ໄໝ​ດິ​ຈີ​ຕອນ”.

ສີ່, ຍົກ​ລະ​ດັບ​ການ​ຮ່ວມ​ມື​ໃນ​ການ​ຕ້ານ​ກັບ​ພະ​ຍາດ, ເສີມ​ສ້າງ​ຄວາມ​​ສາ​ມາດດ້ານ​ສາ​ທາ​ລະ​ນະ​ສຸກ. ເພີ່ມ​ທະ​ວີ​ການ​ສົນ​ທະ​ນາ​ກັນ​ດ້ານ​ນະ​ໂຍ​ບາຍ, ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ ແລະ ການ​ຮ່ວມ​ມື​ດ້ານ​ຢາ​ວັກ​ຊີນ. ຈີນ​ຈະ​ພິ​ຈາ​ລະ​ນາ​ເຖິງ​ຄວາມ​ຕ້ອງ​ການ​ຂອງ​ປະ​ເທດ​ອາ​ຊຽນ​ຢ່າງ​ຕັ້ງ​ໜ້າຫຼັງ​ຈາກ​ນຳ​ໃຊ້​ຢາ​ວັກ​ຊີນ​ຕ້ານ​ເຊື້ອ​ພະ​ຍາດ​ໂຄວິດ-19ຢ່າງ​ເປັນ​ທາງ​ການ, ໃຫ້​ການ​ສະ​ໜັບ​ສະ​ໜູນ​ດ້ານ​ເງິນ​ທຶນ​ໃຫ້​ແກ່ກອງ​ທຶນ​ຕ້ານ​ພະ​ຍາດ​ອາ​ຊຽນ, ອົບ​ຮົມ​ຜູ້​ບໍ​ລິ​ຫານ ແລະ ວິ​ຊາ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ 1000 ຄົນ​ໃຫ້​ແກ່​ອາ​ຊຽນ, ຮ່ວມ​ກັນ​ສ້າງ​ສາງ​ສະ​ສົມ​ອຸ​ປະ​ກອນ​ການ​ແພດ​​ເພື່ອຮັບ​ມື​ສຸກ​ເສີນ ແລະ ກົນ​ໄກ​ພົວ​ພັນ​ສຸກ​ເສີນ​ດ້ານ​ສາ​ທາ​ລະ​ນະ​ສຸກ.

ທ່ານສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ປີ​ໜ້າ​ຈີນ​ຈະ​ເປີດ​ຂະ​ບວນ​ການ​ໃໝ່​​ນັ້ນ​ກໍ​ຄື​ບັ້ນ​ສ້າງ​ສາ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ. ຈີນ​ຈະ​ເດັດ​ດ່ຽວ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ, ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ ແລະ ອາ​ຊຽນ​ຈະ​ມີ​ໂອ​ກາດ​ທີ່ກວ້າງ​ຂວາງກວ່າ​ເກົ່າ.

 

 

ຄຳ​ເຫັນ

0