尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ກັບ​ອາ​ຊຽນ

2020-11-27 11:24:55 cri

ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສູນ​ຂໍ້​ມູນ​ຂ່າວ​ສານ​ຈີນ-ອາ​ຊຽນ​ຄັ້ງ​ທີ 4 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 26 ພະ​ຈິກ​ນີ້, ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ,ບຸກ​ຄົນ​ວົງ​ການ​ການ​ຄ້າ​ແລະ​ວິ​ສາ​ຫະ​ກິດ​, ຜູ້​ຊ່ຽວ​ຊານ​ແລະ​ນັກ​ວິ​ຊາ​ການ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ຂອງ​ຈີນ​ແລະ​ອາ​ຊຽນ​ໄດ້​ແລກ​ປ່ຽນ​ແລະ​ຄົ້ນ​ຄວ້າ​ກ່ຽວ​ກັບ​ການ​ຮ່ວມ​ມື. ພາຍ​ໃຕ້​ສະ​ພາບ​ການ​ທີ່​ພະ​ຍາດ​ໂຄວິດ-19 ຍັງ​ສືບ​ຕໍ່​ແຜ່​ລາມ​ຢູ່​ໃນ​ທົ່ວ​ໂລກ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ,ການ​ເຊື່ອມ​ຈອດ​ກັນ​ທາງ​​ດ້ານປັນ​ຍາ​ປະ​ດິດ,ການ​ເຊື່ອມ​ໂຍງ​ກັນ​ທາງ​ດ້ານ​ຂໍ້​ມູນ​ແລະ​ຂົງ​ເຂດ​ອື່ນໆໄດ້​ກາຍ​ເປັນ​ຫົວ​ຂໍ້​ຈຸດ​ສຸມ​ທີ່​ຜູ້​ຮ່ວມ​ປະ​ຊຸມ​ມີ​ຄວາມ​ສົນ​ໃຈ​ນຳກັນ.
 

ທ່ານ ຊິນ​ຢູ​ເຜີຍ ຮອງ​ປະ​ທານຜູ້​ປະ​ຈຳ​ການ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ​ວ້າງກວາງ​ຊີຈີນ​ກ່າວ​ວ່າ: ສູນ​ຂໍ້​ມູນ​ຂ່າວ​ສານ​ຈີນ-ອາ​ຊຽນ​ໃນ​ຖາ​ນະ​ເປັນ​ເວ​ທີ​ທີ່​ສຳ​ຄັນລະ​ດັບ​ຊາດ​ທີ່​ຕັ້ງ​ຢູ່​ເຂດ​ກວາງ​ຊີ,​ກໍເປັນ​ເວ​ທີ​ທີ່​ສຳ​ຄັນ​ໃນ​ການ​ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ​ແລະ​ເຊື່ອມ​ຈອດ​ກັນ​ດ້ານ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງ​ຈີນ-ອາ​ຊຽນ​ແລະ​ການ​ຍົກ​ລະ​ດັບ​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ​ແລະ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ຊຽນ.ນັບ​ແຕ່​ໄດ້​ຈັດ​ເວ​ທີ​ປຶກ​ສາ​ຫາ​ລື​ສູນ​ຂໍ້​ມູນ​ຂ່າວ​ສານ​ຈີນ-ອາ​ຊຽນ​ຢ່າງ​ສຳ​ເລັດ​ຜົນ​ໃນ​ປີ 2015 ເປັນ​ຕົ້ນ​ມາ,​ສອງ​ຝ່າຍໄດ້​ຮັບ​ໝາກ​ຜົນ​ທີ່​ສຳ​ຄັນ​ໃນ​ຫຼາຍ​ດ້ານ​ເຊັ່ນ: ກາ​ນ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ແລະ​ເຊື່ອມ​ຈອດ​ກັນ​ທາງ​ດ້ານ​ຂໍ້​ມູນ​ຂ່າວ​ສານ,ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ,ຊຸກ​ຍູ້​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ,ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ດີ​ຈີ​ຕອນ​ແລະ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ອື່ນໆ.
 

ໂດຍ​ພາຍ​ໃຕ້​ຫົວ​ຂໍ້ “ການ​ເຊື່ອມ​ຈອດ​ກັນ​ທາງ​ດ້ານ​​ດີ​ຈີ​ຕອນຂອງ​ອາ​ຊຽນ ການ​ສ້າງ​ອະ​ນາ​ຄົດ​ດ້ວຍ​ປັນ​ຍາ​ປະ​ດິດ”, ໃນ​ນັ້ນ​ຍັງ​ມີ 1 ເວ​ທີ​ປຶກ​ສາ​ຫາ​ລື​ຫຼັກແລະ 7 ເວ​ທີ​ປຶກ​ສາ​ຫາ​ລື​ຍ່ອຍ. ເຊິ່ງກວມ​ຂົງ​ເຂດ 5G , ປັນ​ຍາ​ປະ​ດິດ, ການ​ນຳ​ໃຊ້​ລະ​ບົບ​ດາວ​ທຽມ​​ນຳ​ທາງເປີຍ​ໂຕວ,ການ​ສ້າງ​ເສັ້ນ​ທາງ​ສາຍ​ໄໝ​ດີ​ຈີ​ຕອນ​ແລະ​ຂົງ​ເຂດ​ອື່ນໆ. ​ພ້ອມ​ດຽວ​ກັນ​ນີ້, ຍັງໄດ້​ຈັດ​ງານ​ວາງ​ສະ​ແດງ​ເຕັກ​ນິກ​ດີ​ຈີ​ຕອນ​ຈີນ-ອາ​ຊຽນ​ຜ່ານ​ທາງ​ອອນ​ລາຍ,ເປີດ​​ຮ້ານວາງ​ສະ​ແດງ​ທາງ​ອອນ​ລາຍ​ໃນ​ຂົງ​ເຂດ​ເຕັກ​ນິກ​ຂໍ້​ມູນ​ຂ່າວ​ສານ​ລຸ້ນ​ໃໝ່, ໂທ​ລະ​ຄົມ 5G, ປັນ​ຍາ​ປະ​ດິດ, ການ​ຜະ​ລິດ​​ອັດ​ສະ​ລິ​ຍະ​ແລະ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ,ເມືອງ​​ອັດ​ສະ​ລິ​ຍະ​ແລະ​ການ​ບໍ​ລິ​ຫານ​ສັງ​ຄົມ​ແລະ​ຂົງ​ເຂດ​ອື່ນໆ.

ຄຳ​ເຫັນ

0