尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສື່ມວນ​ຊົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກັນ​ຢ່າງ​ກົງ​ໄປ​ກົງ​ມາ​ຜ່ານ​ທາງວິ​ດີ​ໂອ

2020-11-27 11:24:06 cri

ວັນ​ທີ 26 ພະ​ຈິກ​ນີ້, ເວ​ທີ​ປຶກ​ສາ​ຫາ​ລື​​ສື່ມວນ​ຊົນ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ປີ 2020 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໂດຍ​ຜ່ານ​ທາງວິ​ດີ​ໂອ. ຜູ້​ຮັບ​ຜິດ​ຊອບ​​ສຳ​ນັກ​ຂ່າວທີ່​ມາ​ຈາກ 60 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ 120 ກວ່າ​ທ່ານ​ໄດ້​ດຳ​ເນີນ​ການ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກັນ​ຢ່າງ​​ກົງ​ໄປ​ກົງ​ມາ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້ “ສາ​ມັກ​ຄີ​ຮ່ວມ​ມືກັນ,ຮ່ວມ​ຊາ​ຕາ​ກຳນຳ​ກັນ--ການ​ແລ​ກ​ປ່ຽນ​ຂ່າວ​ຫຼັງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19”.
 

ເວ​ທີ​ປຶກ​ສາ​ຫາ​ລື​ໄດ້​ອອກ “ຖະ​ແຫຼງ​ການ​ຮ່ວມ​​ຂອງ​ເວ​ທີ​ການ​ຮ່ວມ​ມື​​ສື່ມວນ​ຊົນໜຶ່ງ​ແລວ​​ໜຶ່ງ​ເສັ້ນ​ທາງ(2020)” ໂດຍ​ໄດ້​ຮຽກ​ຮ້ອງ​ໃຫ້​​ບັນ​ດາສະ​ມາ​ຊິກຈົ່ງ​ເສີມ​ຂະ​ຫຍາຍ​ຈິດ​ໃຈ​“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ນຳ​ພາ​ອົງ​ການ​ສື່ມວນ​ຊົນ​ແລະ​ຜູ້​ເຮັດ​ວຽກ​ຂ່າວ​ດຳ​ເນີນ​ການ​ແລກ​ປ່ຽນ​ກັນ​ຢ່າງ​ໃກ້​ຊິດ​ແລະ​ສາ​ມັກ​ຄີ​ຮ່ວມ​ມື​ກັນ, ຍຶດ​ຖື​​ຈັນ​ຍາ​ບັນ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ເຜີຍ​ແຜ່​ແລະ​​ຂະ​ຫຍາຍ​ຫາງ​ສຽງ​ທີ່ພາ​ວະ​ວິ​ໄສ,ສົມ​ເຫດ​ສົມ​ຜົນ​ແລະ​ມີ​ວິ​ທະ​ຍາ​ສາດ, ຮ່ວມ​ກັນຕໍ່​ຕ້ານ​ການ​ກະ​ທຳ​ທີ່​ຈຳ​ແນກ​ແລະ​ເຮັດ​ໃຫ້​ເສື່ອມ​ເສຍ​ຊື່​ສຽງ, ເດັດ​ດ່ຽວ​ສະ​ໜັບ​ສະ​ໜູ​ນ​ລັດ​ທິ​ຫຼາຍ​ຝ່າຍ,ປັບ​ປຸງ​ກົນ​ໄກ​ຮ່ວມ​ມື​​ດ້ານ​ສື່ມວນ​ຊົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ໃຫ້​​ສົມ​ບູນຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ, ຊຸກ​ຍູ້​ການ​ພັດ​ທະ​ນາ​ສື່ມວນ​ຊົນ​ຮ່ວມ​ກັນ.

ຄຳ​ເຫັນ

0