吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຈີນແລະ​ອາ​ຊຽນປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ປະ​ດິດ​ສ້າງ​ເຕັກ​ໂນ​ໂລ​​ຊີ

2020-11-27 14:24:25 CRI

    ວັນ​ທີ 26 ພະ​ຈິກ​ນີ້, ກອງ​ປະ​ຊຸມ​ກ່ຽວ​ກັບ​​ຖານ​ຖ່າຍ​ທອດ​ເຕັກ​ນິກ ແລະ ​ການຮ່ວມ​ມື​ເພື່​ອ​ປະ​ດິດ​ສ້າງ​ໃໝ່​ຈີນ-ອາ​ຊຽນ​ຄັ້ງ​ທີ 8 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນີງ ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ຈີນ, ກອງ​ປະ​ຊຸມ​​ຄັ້ງ​ນີ້​ພາຍ​ໃຕ້​ຫົວ​ຂໍ້ “ເປີດ​ປະ​ຕູ​ດ້ານ​ການປະ​ດິດ​ສ້າງ, ​ເພີ່ມ​ພະ​ລັງໃຫ້​ກັບ​ອະ​ນາ​ຄົດ”, ​ຜູ້​ທີ່​ຮ່ວມ​ປະ​ຊຸມ​ໄດ້​ລົງ​ເລິກ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​​ການເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເຕັກ​ນິກ​​ວິ​ທະ​ຍາ​ສາດລະ​ຫວ່າງ​ຈີນ ກັບ ປະ​ເທດ​ອາ​ຊຽນ​ຕື່ມ​ອີກ, ຊຸກ​ຍູ້​ປັດ​ໄຈການ​ປະ​ດິດ​ສ້າງ​​​ໃໝ່ໃຫ້​​ຈໍ​ລະ​ຈອນຢ່າງ​​ເປັນລະ​ບຽບ ແລະ ພັດ​ທະ​ນາ​ຢ່າງ​ກົມ​ກຽວ​ກັນ. ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ແລະ ຜູ້​ຕາງ​ໜ້າ​ຂອງວິ​ສາ​ຫະ​ກິດ, ມະ​ຫາ​ວິ​ທະ​ຍາ​ໄລ ແລະ​ ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຂອງ​ຈີນ ແລະ ບັນ​ດາ​ປະ​ເທດ​ອາ​ຊຽນ​ປະ​ມານ 200 ຄົນ​ໄດ້​ເຂົ້າ​ຮ່​ວມກອງ​ປ​ະ​ຊຸມ​ໂດຍ​ຜ່ານ​ທາງ​ອອນ​ລ໋​າຍ ແລະ ທາງອອ​ຟ​ລ໋າຍ.


     ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ​​ຜ່ານ​ທາງວິ​ດີ​ໂອ, ທ່ານ​ວາງ​​ຈື້​ກ່າງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ວິ​ທະ​ຍາ​ສາດ ແລະ ​ເຕັກ​ໂນ​ໂລ​ຊີ​ຈີນ​ກ່າ​ວ​ວ່າ, ຈີນ ກັບ ບັ​ນ​ດາ​ປະ​ເທດ​ອາ​ຊຽນ​​ສາ​ມາດ​ເຊື່ອມ​ໂຍງ​ເຂົ້າ​ກັນ​ໄດ້​ໃນຫຼາຍ​ດ້ານ ເຊັ່ນ, ​ການຊຸກ​ຍູ້​ອຸດ​ສາ​ຫະ​ກຳ​ແບບ​ເກົ່າ​ໃຫ້ຍົກ​ລະ​ດັບໂຄງ​ປະ​ກອບ, ​ບຳ​ລຸງ​ສ້າງ ແລະ ພັດ​ທະ​ນາ​ກຸ່ມອຸດ​ສາ​ຫະ​ກຳ​ຈະ​ເລີນ​ໃໝ່, ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ສີ​ຂຽວ, ມີ​ກຳ​ລັງ​ແຮງ​ບົ່ມ​ຊ້ອນ​ອັນ​ໃຫຍ່​​ຫຼວງ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ເຊື່ອ​ມ​ຈອດ​ຍຸດ​ທະ​ສາດ​​ການພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​​ຊີ ແລະ ອຸດ​ສາ​ຫະ​ກຳ. ຫວັງ​ວ່າ, ຈີນ ແລະ ບັນ​ດາ​ປະ​ເທດ​ອາ​ຊຽນ​​ຈະຊຸກ​ຍູ້​ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​​ກັນໃນ​ຂົງ​ເຂດ​ການ​ປະ​ດິດ​ສ້າງ​ດ້ານ​​ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຊີ​ຕື່ມ​ອີກ, ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມ​ໂດຍ​ຜ່ານ​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຊີ.

ຄຳ​ເຫັນ

0