吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການຮ່ວມ​ມື​ຊຽງ​ໄຮມີ​ພາ​ລະ​ໜ້າ​ທີ່​ສຳ​ຄັນ​ໃນ​​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​​ຂອງພາກ​ພື້ນແລະ​ຊຸກ​ຍູ້​​ໃຫ້ປະ​ເທດ​ຕ່າງໆ​​ພັດ​ທະ​ນາແລະ​ມີ​ຄວາມຈະ​ເລີນ​ຮຸ່ງ​ເຮືອງ

2020-11-27 10:51:02 CRI

     ວັນ​ທີ 26 ພະ​ຈິກ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ພາຍ​ໃຕ້​​ສະ​ພາບ​ທີ່​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ຢູ່​ທົ່ວ​ໂລກ​ ແລະ ສະ​ພາບ​ການ​ຂອງ​ໂລກເກີດມີ​ການ​ປ່ຽ​ນ​ແປງ​​ຂອງ​ຂະ​ໜາດ​ໃຫຍ່​ໃນ​ຮອບ​ຮ້ອຍ​ປີ, ພ້ອມ​ທັງ​ສະ​ຖາ​ນະ​ການ​ສາ​ກົນ ແລະ ພາກ​ພື້ນ​ປ່ຽນ​ແປງ​ໄປ​ຢ່າງ​ສັບ​ສົນ​ ແລະ ເລິກ​ເຊິ່ງ, ອົງ​ການຮ່ວມ​ມື​ຊຽງ​ໄຮ​ໄດ້​ມີ​ພາ​ລະ​ໜ້າ​ທີ່​ສຳ​ຄັນກວ່າ​ເກົ່າ​ໃນ​ດ້ານ​​ການຮັກ​ສາ​ຄວາມ​ໝັ້ນ​ຄົງ​​ຂອງພາກ​ພື້ນແລະ​ຊຸກ​ຍູ້​ໃຫ້​ປະ​ເທດ​ຕ່າງໆ​​ພັດ​ທະ​ນາແລະ​ມີ​ຄວາມຈະ​ເລີນ​ຮຸ່ງ​ເຮືອງ.

 

     ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາ​ມົນ​ຕີ​​ຫົວ​ໜ້າ​ລັດ​ຖະ​ບານ​ຂອງປະ​ເທດ​​ພາ​ຄີ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຄັ້ງ​ທີ 19 ຕາມ​ຄຳ​ເຊື້ອ​ເຊີນ​ໂດຍ​ຜ່ານ​ວິ​ດີ​ໂອ​ຢູ່​ທີ່​ປັກ​ກິ່ງ​ໃນ​ວັນ​ທີ 30 ພະ​ຈິກ​ນີ້ ເຊິ່ງ​ອິນ​ເດຍ​ເປັນ​ປະ​ເທດ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ນີ້. ໃນ​ກອງ​ປະ​ຊຸມ​​ຖະ​ແຫຼງຂ່າວ, ທ່ານ​ຈ້າວ​ລີ້​ຈ່ຽນ​​ໄດ້​ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ກອງ​ປະ​ຊຸມ, ຜູ້​ນຳ​​ຂອງ​ປະ​ເທດ​ຕ່າງໆ​ຈະ​ແລ​ກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ຮ່ວມ​ມື​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ພາຍ​ໃຕ້​ສະ​ພາບ​ພະ​ຍາດ​ໂຄວິດ-19, ເຕົ້າ​ໂຮມ​ຄວາມ​ຮັບ​ຮູ້​​ທີ່​ເປັນ​ເອ​ກະ​ພາບ​ກັນ​ຫຼາຍກວ່າ​ເກົ່າ, ​ອອກມາດ​ຕະ​ການ​​ທີ່​ຕິດ​ແທດ​ຕົວ​ຈິງຫຼາຍກວ່າ​ເກົ່າ, ຊຸກ​ຍູ້​ການ​ຮ່ວມ​ມື​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ກັບ ຍຸດ​ທະ​ສາດ​ພັ​ດ​ທະ​ນາຂອງ​ປະ​ເທດ​ຕ່າງໆ ແລະ ຂໍ້​ລິ​ເລິ່ມ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ໃຫ້​ເຊື່ອມ​​ໂຍງ​ເຂົ້າ​ກັນ​ຢ່າງ​ເລິກ​ເຊິ່ງ, ຍົກ​ສູງ​ລະ​ດັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ເຊັ່ນ, ເສດ​ຖະ​ກິດ​ການ​ຄ້າ, ການ​ລົງ​ທຶນ, ຄວາມ​ສາ​ມາດ​​ໃນ​ການຜະ​ລິດ, ການ​ເຊື່ອມ​ໂຍມ​ເຊື່ອມຈອດ​ກັນ  ແລະ ວັດ​ທະ​ນະ​ທຳ​ເປັນ​ຕົ້ນ, ຊ່ວຍ​​ຊຸກ​ຍູ້​ບັນ​ດາ​ປະ​ເທດ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ​ປັບ​ປຸງຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ, ຊຸກ​ຍູ້​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ໃຫ້​ພັ​ດ​ທະ​ນາ​ຢ່າງວ່ອງ​ໄວ​ກວ່າ​ເກົ່າ ແລະ ດີກວ່າ​ເກົ່າ​.

ຄຳ​ເຫັນ

0