尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວິ​ສາ​ຫະ​ກິດ​ຈີນ​ຊ່ວຍ​ລາ​ວ​ບັນ​ລຸ​ການ​ສົ່ງ​ອອກ​ເຫຼັກເສັ້ນ​ຈຳ​ນວນ​ຫຼາຍ​ທີ່​ລາວ​ຜະ​ລິດ​ເອງ​ເປັນ​ຄັ້ງ​ທຳ​ອິດ

2020-11-27 16:51:52 cri

ກ່ອນ​ໜ້ານີ້​ບໍ່​ດົນ, ບໍ​ລິ​ສັດ​ເຫຼັກ​ກ້າ​ຄຸນ​ເຜິງ​ລາວ​ຈຳ​ກັດ​ເຊິ່ງ​ເປັນ​ບໍ​ລິ​ສັດ​ທຶນ​ຈີນ​ໄດ້​ສົ່ງ​ອອກ​ເຫຼັກ​​ເສັ້ນ​ສູ່​ກຳ​ປູ​ເຈຍ,ເພື່ອ​ຊ່ວຍ​ລາວ​ບັນ​ລຸ​ການ​ສົ່ງ​ອອກ​ເຫຼັກ​​ເສັ້ນ​ຈຳ​ນວນ​ຫຼາຍ​ທີ່​ຜະ​ລິດ​​ເອງ​​ເປັນ​ຄັ້ງ​ທຳ​ອິດ.
 

ກ່ອນ​ໜ້າ​ນີ້​ບໍ່​ດົນ, ລົດ​ບັນ​ທຸກ 10 ກວ່າ​ຄັນ​ທີ່​ໄດ້​ບັນ​ທຸກ​ເຫຼັກເສັ້ນ 300 ກວ່າ​ໂຕນ​ໄດ້​ອອກ​ເດີນ​ທາງ​ຜ່ານ​ດ່ານ​ທາງ​ພາກ​ໃຕ້​ຂອງ​ລາວ​ສູ່​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ຂອງ​ກຳ​ປູ​ເຈຍ. ​ເຫຼັກ​ເສັ້ນ​ດັ່ງ​ກ່າວ​ຜະ​ລິດໂດຍ​ໂຮງ​ງານ​ຂອງ​ບໍ​ລິ​ສັດ​ເຫຼັກ​ກ້າ​ຄຸນ​ເຜິງ​ຢູ່​ແຂວງ​ສະ​ຫວັນ​ນະ​ເຂດ​ທາງ​ພາກ​ກາງ​ຂອງ​ລາວ. ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ລາວ​ໄດ້​ຢັ້ງ​ຢືນ​ໃນ​ວັນ​ທີ 27 ພະ​ຈິກ​ນີ້​ວ່າ: ນີ້​ແມ່ນ​ການ​ສົ່ງ​ອອກ​ເຫຼັກ​ເສັ້ນ​ຈຳ​ນວນ​ຫຼາຍ​ທີ່​ລາວ​ຜະ​ລິດ​ເອງ​ເປັນ​ຄັ້ງ​ທຳ​ອິດ.

ຄຳ​ເຫັນ

0