黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈິດໃຈສຳຫຼວດດວງຈັນຈະກະຕຸກຊຸກຍູ້ຈີນປະກອບສ່ວນຫຼາຍກວ່າເກົ່າ ເພື່ອຄວາມຜາສຸກຂອງມວນມະນຸດ

2020-12-19 15:40:15 crri

ເວ​ລາ 1 ໂມງ 59 ນາ​ທີ​ຂອງວັນ​ທີ 17 ທັນ​ວາ​ນີ້, ຍານ​ສຳຫຼວດດວງ​ຈັນ “ສາງ​ເອີ 5” ທີ່​ໄດ້​ບັນ​ທຸກ​ຕົວ​ຢ່າງ​ດິນດວງ​ຈັນ​ ໄດ້​ກັບ​ຄືນ​ສູ່​ໂລກ​ຢ່າງ​ສຳ​ເລັດ​ຜົນ. ນີ້​ແມ່ນ​ມະ​ນຸດ​ເຮົາ​ໄດ້​ນຳ​ເອົາ​ຕົວ​ຢ່າງ​ດິນ​ດວງ​ຈັນ​ກັບ​ຄືນ​ໂລກ​ອີກ​ຄັ້ງ​ໜຶ່ງ​ໃນ​ຮອບ 44 ປີ ເຊິ່ງ​ໄດ້​ສ້າງ​ປະ​ຫວັດ​ສາດ​ໜ້າ​ໃໝ່​ໃຫ້​ກັບ​ພາ​ລະ​ກິດ​ການ​ບິນ​ອະ​ວະ​ກາດ​ຂອງ​ຈີນ. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ໄປ​ຍັງ​ໂຄງ​ການ​ໃນ​ມື້​ດຽວ​ກັນ ໂດຍ​ກ່າວ​ເນັ້ນ​ວ່າ: ອອກ​ແຮງ​ສົ່ງ​ເສີມ​ຈິດ​ໃຈ​ສຳຫຼວດດວງ​ຈັນ ​ທີ່​ກ້າ​ສະ​ແຫວງ​ຫາ​ຄວາມ​ໃຝ່​ຝັນ​ທີ່​ກາຍ​ເປັນ​ຈິງ, ກ້າ​ສຳຫຼວດ​ຄົ້ນ​ຄວ້າ, ຮ່ວມ​ມື​ກັນ​ແກ້​ໄຂ​ຂອດ​ຫຍຸ້ງ​ຍາກ ແລະ ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ເລີ່ມ​ຕົ້ນ​ຂະ​ບວນ​ການ​ໃໝ່​ແຫ່ງ​ການ​ສຳຫຼວດ​ຕ່າງ​ດາວ​​ດ້ວຍ​ບາດ​ກ້າວ​ທີ່​ໜັກ​ແໜ້ນ. ສະ​ນັ້ນ, ຈິ່ງບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ: ນີ້​ຈະ​ກະ​ຕຸກ​ຊຸກ​ຍູ້​ໃຫ້​ຊາວ​ຈີນ​ສືບ​ຕໍ່​ສູ້​ຊົນ​ຜ່າ​ນ​ຜ່າ, ຄົ້ນ​ຄວ້າ​ຄວາມ​ເລິກ​ລັບ​ຂອງ​​ຈັກ​ກະ​ວານ​ຢ່າງ​ບໍ່​ຢຸດ​ຢັ້ງ, ທັງສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່ມວນ​ມະ​ນຸດ.

ຈາກ​ການ​ເລີ່ມ​ຕົ້ນ​ສຳຫຼວດດວງ​ຈັນ​ດ້ວຍ​ຍານ​ສຳຫຼວດດວງ​ຈັນ “ສາງ​ເອີ 1”, ແ​ລະ “ສາງ​ເອີ 3” ​ໄດ້ນຳ​ເອົາ​​ຍານ​ສຳຫຼວດ​ດວງ​ຈັນ​ຄັນ​ທຳ​ອິດ​ຂອງ​ຈີນ “ຢູ້​ທູ້” ລົງ​ຈອດດວງ​ຈັນ​ຢ່າງ​ສຳ​ເລັດ​ຜົນ, ຈົນ​ເຖິງ​ຍານ​ສຳຫຼວດດວງ​ຈັນ “ສາງ​ເອີ 5” ໄດ້​ນຳ​ເອົາ​ຕົວ​ຢ່າງ​ດິນ​ດວງ​ຈັນ​ກັບ​ຄືນ​ໂລກ​ຢ່າງ​ສຳ​ເລັດ​ຜົນ, ໂຄງ​ການ​ສຳຫຼວດດວງ​ຈັນ​ຂອງ​ຈີນ​ໄດ້​ສຳ​ເລັດ 3 ບາດ​ກ້າວ​ສຳ​ຄັນ ຄື “ໂຄ​ຈອນ, ລົງ​ຈອດ ແລະ ກັບ​ຄືນ​ສູ່​ໂລກ” ຢ່າງ​ສຳ​ເລັດ​ຜົນ​ຕາມ​ແຜນ​ການ. ຈີນ​​ໄດ້​ກາຍ​ເປັນ​ປະ​ເທ​ດ​ທີ 3 ໃນ​ໂລກ ທີ່​ສາ​ມາດ​ນຳ​ເອົາ​ຕົວ​ຢ່າງ​ດິນ​ດວງ​ຈັນ​ກັບ​ຄືນ​ສູ່​ໂລກ. BBC ຂອງ​ອັງ​ກິດ​ໄດ້ຕີ​ລາ​ຄາ​ວ່າ: ຍານ​ສຳຫຼວດດວງ​ຈັນ “ສາງ​ເອີ 5” ​ໄດ້ສຳ​ເລັດ​ໜ້າ​ທີ່​ຢ່າງ​ຈົບ​ງາມ ເຊິ່ງ​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ: ຄວາມ​ສາ​ມາດ​ສຳຫຼວດ​ອະ​ວະ​ກາດ​ຂອງ​ຈີນ​ໄດ້​ເຂັ້ມ​ແຂງ​ຂຶ້ນ​ຕື່ມ​ອີກ.

​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ໄດ້​ໃຫ້​ຮູ້​ວ່າ: ໃນ​ຖາ​ນະ​ເປັນ​ໂຄງ​ການ​ການ​ບິນ​ອະ​ວະ​ກາດ​ ທີ່​ມີ​ຄວາມ​ສະຫຼັບ​ສັບ​ຊ້ອນ​ທີ່​ສຸດ ແລະ ມີ​ເຕັກ​ນິກ​ກ້າວ​ໜ້າ​ທັນ​ສະ​ໄໝ​ທີ່​ສຸດ​ຂອງ​ຈີນ, ຍານ​ສຳ​ຫຼວດ​ດວງ​ຈັນ “ສາງ​ເອີ 5”ໄດ້​ສ້າງ​ສະ​ຖິ​ຕິ 5 ດ້ານ​ຂອງ​ຈີນ ຄື: ການ​ເກັບ​​ເອົາແລະ​ຫຸ້ມ​ຫໍ່​ຕົວ​ຢ່າງ​ດິນ​ຢູ່​ຕ່າງ​ດາວ, ການ​ໄຕ້​ໄຟ​ຢູ່ດວງ​ດາວນອກ​ໂລກ​ແລະ​​ການເຂົ້າ​ສູ່​ວົງ​ໂຄ​ຈອນ​ຢ່າງ​ແໝ່ນ​ຢຳ, ການ​ເຊື່ອມ​ຕໍ່​ແລະ​​ການ​ເຄື່ອນ​ຍ້າຍ​ຕົວ​ຢ່າງ​ດິນສູ່​ຍານ​ຂົນ​ສົ່ງ​ຢູ່​​ວົງ​ໂຄ​ຈອນດວງ​ຈັນ​ແບບ​ບໍ່​ມີ​ຄົນ​ຂັບ​, ບັນ​ທຸກ​ຕົວ​ຢ່າງ​ດິນ​ດວງ​ຈັນ​ກັບ​ຄືນ​ສູ່​ໂລກ​ດ້ວຍ​ຄວາມ​ໄວ​​ສູງ ​ທີ່​ໃກ້​ກັບ​ຄວາມ​ໄວ​ໃນຈັກ​ກະ​ວານ​ທີ 2, ສ້າງ​ລະ​ບົບ​ສະ​ສົມ, ວິ​ເຄາະ​ແລະ​ຄົ້ນ​ຄວ້າ​ຕົວ​ຢ່າງ​ດິນ​ດວງ​ຈັນ​ຂອງ​ຈີນ. ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສາ​ມາດ​ການ​ປະ​ດິດ​ສ້າງ​ໃໝ່​ດ້ວຍ​ຕົນ​ເອງ​ຂອງ​ຈີນ, ຍິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​​ຄວາມ​ດີ​ເລີດດ້ານ​ລະ​ບອບ​ຂອງ​ຈີນ ​ທີ່​ສາ​ມາດ​ເຕົ້າ​ໂຮມ​ກຳ​ລັງ​ແຮງ ເພື່ອ​ດຳ​ເນີນ​ພາ​ລະ​ກິດ​ໃຫຍ່.

ໃນ​ຖາ​ນະ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງ​ທີ່​ສຸດ​ໃນ​ໜ້າ​ທີ່​ສຳຫຼວດດວງ​ຈັນ​ຄັ້ງ​ນີ້, ຄຸນ​ຄ່າ​ດ້ານ​ວິ​ທະ​ຍາ​ສາດ​ຂອງ​ຕົວ​ຢ່າງ​ດິນ​ດວງ​ຈັນ​ຂອງ​ຈີນ​ ກໍ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ປະ​ຊາ​ຄົມ​ໂລກ​ຢ່າງກວ້າງ​ຂວາງ. ຂ່າວ​ສານ​ອາ​ເປ​ຂອງ​ອາ​ເມ​ຣິ​ກາໄດ້​ລາຍ​ງານ​ວ່າ: ຕົວ​ຢ່າງ​ດິນດວງ​ຈັນ​ທີ່​ຍານ​ສຳຫຼວດດວງ​ຈັນ “ສາງ​ເອີ 5” ນຳ​ມາ​ສູ່​ໂລກ​ນັ້ນ ຈະ​ “​ໃໝ່​ອ່ຽມ” ກວ່າ​ຕົວ​ຢ່າງ​ດິນດວງ​ຈັນ​​ທີ່​ອາ​ເມ​ຣິ​ກາ ແລະ ອະ​ດີດ​ສະ​ຫະ​ພາບ​ໂຊວຽດນຳ​ກັບ​ມ​າ​ສູ່​ໂລກຕັ້ງຫຼາຍ​ຕື້​ປີ ເຊິ່ງ​ໄດ້​ສະ​ໜອງ​ແງ່​ມຸມ​ໃໝ່​ໃຫ້​ແກ່​ການ​ຄົ້ນ​ຄວ້າ​ວິ​ວັດ​ທະ​ນາ​ການ​ຂອງດວງ​ຈັນ ແລະ ດວງ​ດາວ​ອື່ນໆ​ໃນ​ລະ​ບົບ​ສຸ​ລິ​​ຍະ. ສິ່ງ​ທີ່​ໜ້າ​ຍ້ອງ​ຍໍ​ຊົມ​ເຊີຍນັ້ນ​ກໍ​ແມ່ນ, ຝ່າຍ​ຈີນ​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງວ່າ: ຈະ​ແບ່ງ​ປັນ​ຕົວ​ຢ່າງ​ດິນດວງ​ຈັນ​ໃຫ້​ກັບ​ອົງ​ການ​ຈັດ​ຕັ້ງ​ແລະ​ນັກ​ວິ​ທະ​ຍາ​ສາດ​ທີ່​ມີ​ອຸ​ດົມ​ການ​ດຽວ​ກັນ​ຂອງ​ປະ​ເທດ​ຕ່າງໆ. ນີ້​ແມ່ນ​ສິ່ງ​ທີ່ຈີນ​ໄດ້​ພະ​ຍ​າ​ຍາມ​ຢ່າງ​ແທ້​ຈິງ ເພື່ອ​ເຮັດ​ໃຫ້​ມວນ​ມະ​ນຸດ​ມີ​ຄວາ​ມ​ຮັບ​ຮູ້​ເລິກ​ເຊິ່ງກວ່າ​ເກົ່າ​ຕໍ່​​ອະ​ວະ​ກາດ.

ໃນ​ອະ​ນາ​ຄົດ, ຈີນ​ຈະ​ສືບ​ຕໍ່​ບາດ​ກ້າວ​ສຳຫຼວດ​ອະ​ວະ​ກາດ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ​ຖື​ເອົາ​ການ​ສຳຫຼວດດວງ​ຈັນ​ຢ່າງ​ສຳ​ເລັດ​ຜົນ​ຂອງ​ຍານ​ສຳຫຼວດດວງ​ຈັນ “ສາງ​ເອີ 5” ເປັນ​ຈຸດ​ເລີ່ມ​ຕົ້ນ​ໃໝ່, ຈີນ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ໂຄງ​ການ​ສຳຫຼວດ​ດວງ​ຈັນ​ໄລ​ຍະ 4 ແລະ ໂຄງ​ການ​ສຳຫຼວດ​ດາວ​​ເຄາະ​​ອື່ນໆຢ່າງ​ຕໍ່​ເນື່ອງ. ໃນ​ຂະ​ນະ​ດຽວ​ກັນ, ຈີນ​ກໍ​ພວມ​ວາງ​ແຜນ​ສ້າງ​ສະ​ຖາ​ນີ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດດວງ​ຈັນ​ສາ​ກົນ, ຍິນ​ດີ​ຕ້ອນ​ຮັບ​ປະ​ຊາ​ຄົມ​ໂລກ​ເຂົ້າ​ຮ່ວມ​ໂຄງ​ການ​ສຳຫຼວດ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ ເພື່ອ​ຊຸກ​ຍູ້​ການ​ນຳ​ໃຊ້​ອະ​ວະ​ກາດ​ໃນ​ທາງ​ສັນ​ຕິ ເພື່ອມວນ​ມະ​ນຸດ.

ຄຳ​ເຫັນ

0