刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຫຼຸດພົ້ນອອກຈາກຄວາມທຸກຍາກຕາມແຜນໄດ້ເປັນການປະກອບສ່ວນເຂົ້າໃນການພັດທະນາຂອງທົ່ວມວນມະນຸດ

2020-12-29 17:01:26 cri

 

 “ຕອນຮຸ່ງເຊົ້າ ເມື່ອທ່ານໄດ້ຍົກຈອກຂຶ້ນມາເພື່ອດຶ່ມກາເຟທີ່ຫອມຫວນ, ອາດຈະທ່ານບໍ່ເຄີຍນຶກວ່າ ກາເຟນີ້ແມ່ນມາຈາກຈີນ ທີ່ເປັນແຫຼ່ງກຳນົດຂອງຊາ, ແຕ່ກາເຟຈອກນີ້ອາດຈະກຳລັງປ່ຽນແປງໂຊກ ຊາຕາຂອງຊາວກະສິກຳຜູ້ທີ່ປູກກາເຟຂອງຈີນ.” ນີ້ແມ່ນເນື້ອຫາຕອນໜຶ່ງໃນເລື່ອງສັ້ນທີ່ມີຫົວຂໍ້ວ່າ “ເລື່ອງເລົ່າການຫຼຸດພົ້ນອອກຈາກຄວາມທຸກຍາກຈາກຈອກກາເຟ”ທີ່ເປັນເລື່ອງສັ້ນກຳລັງໄດ້ຮັບການ ເຜີຍແຜ່ຢ່າງກວ້າງຂວາງໃນສື່ສັງຄົມອ່ອນລາຍທາງຝ່າຍຕາເວັນຕົກ. ດັ່ງທີ່ການແນະນຳໃນ ເລື່ອງສັ້ນດັ່ງກ່າວ, ປີ 2020 ຢູ່ເມືອງຜູເອີທີ່ເປັນເມືອງນ້ອຍໆຂອງແຂວງຢຸນນານຈີນ ໄດ້ມີປະຊາຊົນ 6 ແສນກວ່າຄົນຫຼຸດພົ້ນອອກຈາກຄວາມທຸກຍາກ, ເຊິ່ງຕົວເລກນີ້ເທົ່າກັບຈຳນວນປະຊາຊົນຂອງປະເທດ ລູຊັງບວກ. ແລະໃນການຫຼຸດພົ້ນອອກຈາກຄວາມທຸກຍາກຂອງເມືອງຜູເອີແຂວງຢຸນນານຈີນນັ້ນ, ການປູກກາເຟແມ່ນໄດ້ເສີມຂະຫຍາຍບົດບາດທີ່ສຳຄັນທີ່ສຸດ.

ນ້ຳຢອດໜຶ່ງສາມາດສະທ້ອນໃຫ້ເຖິງສີສັນຂອງແສງຕາເວັນ. ໃນປີ 2020 ຈີນໄດ້ທົນຕໍ່ການກະທົບຂອງພະຍາດໂຄວິດ-19, ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກເດັດຖານແລະ ຄວາມທຸກຍາກທີ່ມີລັກສະນະເປັນເຂດແຄວ້ນ, ແລ້ວໄດ້ບັນລຸເປົ້າໝາຍຫຼຸດພົ້ນອອກຈາກຄວາມ ທຸກຍາກ ທີ່ລະບຸໄວ້ໃນວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະ ຊາຊາດກ່ອນກວ່າ ການກຳນົດ 10 ປີ, ໄດ້ປະກອບສ່ວນຫຼາຍກວ່າ 70% ໃຫ້ແກ່ພາລະກິດລຶບລ້າງຄວາມທຸກຍາກຂອງ ທົ່ວໂລກ. ທ່ານຄູເອີນ ນັກວິຊາການອາເມລິກາອຸທານວ່າ: “ຈີນໄດ້ຮັບຜົນງານເປັນຈຳນວນຫຼວງຫຼາຍ, ແຕ່ບໍ່ມີຜົນງານໃດສາມາດປຽບທຽບກັບຜົນງານໃນດ້ານການລຶບລ້າງຄວາມທຸກຍາກ ເຊິ່ງນີ້ຖືວ່າເປັນຄວາມມະຫັດສະຈັນໃນໂລກ.”

ເປັນຫຍັງຈີນມີຄວາມສາມາດເຮັດໄດ້? ບົດຮຽນໃນດ້ານໃດຂອງຈີນສາມາດໃຫ້ປະເທດອື່ນ ມາຖອດຖອນັ່ຳຮຽນ? ນີ້ແມ່ນຄຳຖາມທີ່ໂລກຢາກຊອກເຫັນຄຳຕອບຈາກຈີນ.

 “ການທີ່ໃຫ້ປະຊາຊົນໃຊ້ຊີວິດທີ່ດີ ແມ່ນຈຸດເລີ່ມຕົ້ນແລະຈຸດໝາຍປາຍທາງຂອງວຽກງານທຸກດ້ານ ຂອງພວກເຮົາ.” ນີ້ແມ່ນຄຳເວົ້າທີ່ຈິງໃຈແລະໜັກແໜ້ນຂອງທ່ານສີຈິ້ນຜິງ ປະທານປະເທດຈີນ ແລະໄດ້ເລົ່າໃຫ້ເຫັນເຖິງກຳລັງແກນກາງທີ່ແຝງຊ້ອນຢູ່ໃນໄຊຊະຍະອັນຍິ່ງໃຫຍ່ຂອງຈີນໃນການລຶບລ້າງຄວາມທຸກຍາກທີ່ເຮັດໃຫ້ທົ່ວໂລກສຸມສາຍຕາໃສ່.

ການລຶບລ້າງຄວາມທຸກຍາກແມ່ນບັນຫາຍາກທີ່ສຸດໃນທົ່ວໂລກ. ເພື່ອແກ້ໄຂບັນຫາຍາກນີ້, ຈີນໄດ້ບາກບັ້ນ ສູ້ຊົນມາເປັນເວລາຫຼາຍສິບປິ, ໄດ້ສືບຕໍ່ເຮັດວຽກທຸກເຊັ່ນຄົນຕໍ່ໆໄປ. ໂດຍສະເພາະນັບແຕ່ການໄຂ ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ຈີນໄດ້ຈັດຕັ້ງປະຕິບັດບັ້ນລຶບລ້າງ ຄວາມທຸກຍາກທີ່ມີຂະໜາດໃຫຍ່ທີ່ສຸດໃນປະຫວັດສາດມວນມະນຸດ. ໃນຖານະເປັນຜູ້ຊີ້ນຳນຳພາ ຂອງບັ້ນລຶບລ້າງຄວາມທຸກຍາກຄັ້ງນີ້, ທ່ານສີຈິ້ນຜິງໄດ້ລົງໄປຢາມຢູ່ເຂດທຸກຍາກທີ່ສຸດ 14 ເຂດ. ຢູ່ຕໍ່ໜ້າສະພາບພະຍາດໂຄວິດ-19 ທີ່ຂ້ຽວຂາດ, ທ່ານກໍ່ໄດ້ລົງຮາກຖານຢູ່ຫຼາຍບ່ອນທົ່ວປະເທດຈີນ ແລະໄດ້ເນັ້ນເຖິງຄຳວ່າ ລຶບລ້າງຄວາມທຸກຍາກ ມາຫຼາຍເທື່ອ.

ກໍ່ຍ້ອນມີຄວາມຍຶດໝັ້ນໃນອຸດົມການດັ້ງເດີມດັ່ງກ່າວ, ເຮັດໃຫ້ພັກກຳອຳນາດຂອງຈີນໄດ້ຜ່ານຜ່າຄວາມ ທຸກຍາກຕ່າງໆ ເພື່ອບັນລຸຄຳໝັ້ນສັນຍາທີ່ມີຕໍ່ປະຊາຊົນ, ເພື່ອໃຫ້ແກ້ໄຂບັນຫາປະຫວັດສາດທີ່ໄດ້ກຸ ກວນປະຊາຊາດຈີນມາເປັນເວລາຮ້ອຍກວ່າປີນັ້ນໃຫ້ຕົກໄປຢ່າງເຖິງຖອງ. ດັ່ງທີ່ທ່ານສດິແຟນ ເປຣິ ປະທານສະໂມສອນກຸ່ມ 48 ຂອງອັງກິດໄດ້ກ່າວໄວ້ວ່າ: “ການທີ່ບັນລຸເປົ້າໝາຍຫຼຸດພົ້ນອອກຈາກ ຄວາມທຸກຍາກ ແມ່ນໄດ້ຝາກຝັງໄວ້ຢູ່ໃນຈິດໃຈຂອງການນຳຈີນກໍ່ຄືປະຊາຊົນຈີນຢ່າງເລິກເຊິ່ງ.”

ໃນຫຼາຍປີມານີ້, ໃນຂະນະທີ່ຈີນຊຸກຍູ້ການຫຼຸດພົ້ນອອກຈາກຄວາມທຸກຍາກຂອງຕົນເອງ, ຍັງໄດ້ຊ່ວຍ ເຫຼືອບັນດາປະເທດທີ່ພວມພັດທະນາເພື່ອບັນລຸວາລະການພັດທະນາແບບຍືນຍົງຂອງ ສປຊ ໃນປີ 2030 ຕາມຄວາມສາມາດຂອງຕົນ. ບົດລາຍງານຂອງທະນາຄານໂລກສະແດງໃຫ້ເຫັນວ່າ, ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”ທີ່ຈີນສະເໜີອອກມານັ້ນຈະສາມາດຊ່ວຍເຫຼືອ 7 ລ້ານ 6 ແສນຄົນຫຼຸດພົ້ນອອກຈາກ ຄວາມທຸກຍາກທີ່ສຸດ, ແລະໃຫ້ປະຊາຊົນ 32 ລ້ານຄົນຫຼຸດພົ້ນອອກຈາກຄວາມທຸກຍາກຜ້ານກາງ.

ອີງຕາມແຜນການ, ຈີນຈະເລີ່ມເຂົ້າສູ່ຂະບວນການໃໝ່ໃນການສ້າງປະເທດສັງຄົມນິຍົມທັນສະໄໝຢ່າງ ຮອບດ້ານໃນປີ 2021 ເຊິ່ງນີ້ໝາຍຄວາມວ່າ, ການຫຼຸດພົ້ນອອກຈາກຄວາມທຸກຍາກ ບໍ່ແມ່ນຈຸດຈົບເທື່ອ, ຫາກແມ່ນຈຸດເລີ່ມຕົ້ນໃໝ່ທີ່ປະຊາຊົນຈີນກ້າວເດີນໄປສູ່ຄວາມຮັ່ງມີຮ່ວມກັນ. ຢູ່ເບື້ອງຫຼັງກາເຟຢຸນນານ ທີ່ສົ່ງກິ່ນຫອມຫວນໄປສູ່ຕ່າງປະເທດນັ້ນ ພວກເຮົາຈະໄດ້ເຫັນຊີວິດທີ່ນັບມື້ນັບດີຂຶ້ນຂອງປະຊາຊົນຈີນ, ແລະຈະໄດ້ເຫັນໜ້າໃໝ່ຂອງຈີນໃນການຊຸກຍູ້ພາລະກິດລຶບລ້າງຄວາມທຸກຍາກຂອງໂລກ ກໍ່ຄືຊຸກຍູ້ ການສ້າງເປັນປະຊາຄົມຮ່ວມຊາຕາກຳຂອງທົ່ວມວນມະນຸດ.

 

 

ຄຳ​ເຫັນ

0