ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ແຕ່ວັນທີ 28-29 ທັນວານີ້, ກອງປະຊຸມວຽກງານຊົນນະບົດຂັ້ນສູນກາງປະຈຳປີໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມ ແລະ ກ່າວຄຳປາໄສທີ່ສຳຄັນໂດຍກ່າວເນັ້ນວ່າ, ຈະສຸມທຸກຄວາມພະຍາຍາມເພື່ອຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ, ຊຸກຍູ້ໃຫ້ກະສິກຳພັດທະນາຢ່າງມີຄຸນນະພາບສູງ ແລະ ມີປະສິດທິພາບສູງ, ທັງເຮັດໃຫ້ຊົນນະບົດເໝາະສົມແກ່ການດຳລົງຊີວິດ ແລະ ການປະກອບອາຊີບ, ຊາວກະສິກອນມີຄວາມຮັ່ງມີ ແລະ ຢູ່ເຢັນເປັນສຸກ.
ທ່ານສີຈິ້ນຜິງຊີ້ອອກວ່າ, ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ສູນກາງພັກກອມມູນິດຈີນໄດ້ຍຶດໝັ້ນການຖືເອົາການແກ້ໄຂບັນຫາ “ກະສິກຳ ຊົນນະບົດ ແລະ ຊາວກະສິກອນ” ເປັນວຽກງານສຳຄັນທີ່ສຸດໃນວຽກງານຂອງທົ່ວພັກ, ຈັດຕັ້ງປະຕິບັດບັ້ນລຶບລ້າງຄວາມທຸກຍາກທີ່ມີຂະໜາດໃຫຍ່ແບບບໍ່ເຄີຍມີມາກ່ອນ ມີຄວາມເຂັ້ມແຂງທີ່ສຸດ ແລະ ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຫຼາຍທີ່ສຸດໃນປະຫວັດສາດຂອງມວນມະນຸດ, ເລີ່ມປະຕິບັດຍຸດທະສາດພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ, ຊຸກຍູ້ກະສິກຳ ແລະ ຊົນນະບົດໃຫ້ໄດ້ຮັບຜົນສຳເລັດເປັນຄັ້ງປະຫວັດສາດ ແລະເກີດມີການປ່ຽນແປງໃໝ່ຄັ້ງປະຫວັດສາດ.ກຳລັງການຜະລິດສັງລວມດ້ານກະສິກຳໄດ້ກ້າວຂຶ້ນສູ່ລະດັບສູງກວ່າເກົ່າ, ລາຍຮັບຂອງຊາວກະສິກອນໄດ້ເພີ່ມຂຶ້ນຫຼາຍກວ່າ 1 ເທົ່າເມື່ອທຽບໃສ່ປີ 2010, ຊີວິດການເປັນຢູ່ໃນຊົນນະບົດໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຈະແຈ້ງ, ເຂດຊົນນະບົດມີໂສມໜ້າໃໝ່ອ່ຽມ. ຢູ່ເຂດທຸກຍາກໄດ້ເກີດມີການປ່ຽນແປງແບບໜ້າມືເປັນຫຼັງມື, ການແກ້ໄຂບັນຫາທຸກຍາກແບບເດັດຖານທີ່ກີດຂວາງປະຊາຊາດຈີນມາເປັນເວລາຫຼາຍພັນປີແລ້ວນັ້ນໄດ້ບັນລຸຜົນສຳເລັດເປັນຄັ້ງປະຫວັດສາດ.
ທ່ານສີຈິ້ນຜິງກ່າວເນັ້ນວ່າ, ຖ້າປະຊາຊາດຈີນຢາກຟື້ນຟູຄວາມຈະເລີນຮຸ່ງເຮືອງ, ກໍຕ້ອງພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ. ຫຼັງຈາກບັ້ນລຶບລ້າງຄວາມທຸກຍາກໄດ້ຮັບໄຊຊະນະແລ້ວ, ກໍຕ້ອງສືບຕໍ່ຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງຢ່າງຮອບດ້ານ, ນີ້ແມ່ນການຍ້າຍຈຸດສຸມໃນວຽການ “ກະສິກຳ ຊົນນະບົດ ແລະ ຊາວກະສິກອນ”ທີ່ມີລັກສະນະປະຫວັດສາດ. ຕ້ອງເຊື່ອມໂຍງການປັບປຸງ ການຜັນຂະຫຍາຍຜົນສຳເລັດຂອງບັ້ນລຶບລ້າງຄວາມທຸກຍາກ ກັບ ການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງໃຫ້ເຂົ້າກັນຢ່າງມີປະສິດທິຜົນ; ປັບປຸງກົນໄກຕິດຕາມ ແລະຊ່ວຍເຫຼືອເພື່ອປ້ອງກັນບໍ່ໃຫ້ກັບຄືນສູ່ສະພາບທຸກຍາກ, ດຳເນີນການຕິດຕາມຢ່າງເປັນປະຈຳຕໍ່ປະຊາກອນທີ່ມີຄວາມສ່ຽງສູງໃນການຕົກໃນຄວາມທຸກຍາກ ຫຼື ກັບຄືນສູ່ສະພາບທຸກຍາກ; ເພີ່ມທະວີການສະໜັບສະໜູນຢ່າງຕໍ່ເນື່ອງຫຼັງຈາກໄດ້ຍົກຍ້າຍປະຊາຊົນຜູ້ທຸກຍາກໄປຕັ້ງຖິ່ນຖານຢູ່ບ່ອນໃໝ່, ຮັບປະກັນວ່າ ປະຊາຊົນຜູ້ຍົກຍ້າຍຖິ່ນຖານຈະສາມາດດຳລົງຊີວິດໄດ້ຢ່າງເປັນໝັ້ນຄົງ ມີວຽກເຮັດງານທຳ ແລະ ສາມາດສ້າງຄວາມຮັ່ງມີຂຶ້ນເທື່ອລະກ້າວ. ສູນກາງພັກກອມມູນິດຈີນຕົກລົງວ່າ, ຫຼັງຈາກເຮັດສຳເລັດໜ້າທີ່ເປົ້າໝາຍດ້ານການລຶບລ້າງຄວາມທຸກຍາກແລ້ວ, ສຳລັບເມືອງທີ່ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ຈະກຳນົດໄລຍະຂ້າມຜ່ານ 5 ປີ ນັບແຕ່ວັນຫຼຸດພົ້ນອອກຈາກຄວາມທຸກຍາກເປັນຕົ້ນໄປ. ໃນໄລຍະຂ້າມຜ່ານ, ຕ້ອງສືບຕໍ່ຮັກສາຄວາມໝັ້ນທ່ຽງໂດຍລວມໃນດ້ານນະໂຍບາຍທີ່ໄດ້ໃຫ້ການສະໜັບສະໜູນຕົ້ນຕໍ.
ທ່ານສີຈິ້ນຜິງກ່າວເນັ້ນວ່າ, ຕ້ອງເພີ່ມທະວີການອອກແບບໃນລະດັບສູງສຸດ, ໃຊ້ມາດຕະການທີ່ມີປະສິດທິຜົນກວ່າເກົ່າ, ສຸມກຳລັງທີ່ເຂັ້ມແຂງກວ່າເກົ່າເພື່ອຊຸກຍູ້ການປະຕິບັດຍຸດທະສາດພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງຢ່າງຮອບດ້ານ. ຕ້ອງເລັ່ງລັດການພັດທະນາອຸດສາຫະກຳໃນຊົນນະບົດ; ເສີມສ້າງຄວາມສິວິໄລດ້ານຈິດໃຈສັງຄົມນິຍົມ ແລະ ຄວາມສິວິໄລດ້ານນິເວດຢູ່ຊົນນະບົດ; ລົງເລິກການປະຕິຮູບຊົນນະບົດ; ປະຕິບັດການເຄື່ອນໄຫວໃນການສ້າງສາຊົນນະບົດ; ຊຸກຍູ້ການພັດທະນາຕົວເມືອງ ແລະ ຊົນນະບົດໃຫ້ເຊື່ອມໂຍງເຂົ້າກັນໃຫ້ມີປະສິດທິຜົນຕົວຈິງ; ເພີ່ມທະວີ ແລະ ປັບປຸງການຄຸ້ມຄອງຊົນນະບົດໃຫ້ດີຂຶ້ນ.
ທ່ານຍັງກ່າວຕື່ມວ່າ, ຈີນຕ້ອງກຳແໜ້ນທ່າບຸກໃນການຮັກສາຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ໄດ້ຢ່າງໜັກແໜ້ນ, ຈັດຕັ້ງປະຕິບັດລະບຽບການປົກປ້ອງດິນປູກຝັງທີ່ເຂັ້ມງວດທີ່ສຸດ. ຕ້ອງຍຶດໝັ້ນການເພີ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນການພັດທະນາວິທະຍາສາດເຕັກນິກດ້ານກະສິກຳ, ເລັ່ງລັດການຊຸກຍູ້ການຄົ້ນຄວ້າເຕັກໂນໂລຊີແກນກາງແລະສຳຄັນດ້ານກະສິກຳໃຫ້ມີຄວາມຄືບໜ້າ.
ຄຳເຫັນ
0