蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ໄດ້​ສັກ​​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ທັງ​ໝົດ 9 ລ້ານກວ່າ​ເທື່ອຫຼອດ​ແລ້ວ

2021-01-09 16:57:47 CRI

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາ​ດ​ໂຄວິດ-19 ຮ່ວມ​ຂອງ​ລັດ​ຖະ​ບານ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ມັງ​ກອນ​ນີ້, ທ່ານ​ເຈິ່ງ​ຢີ້​ຊິນ ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດ​ຈີນ, ຜູ້​ຮັບ​ຜິດ​ຊອບ​​ທີມ​ງານ​ຄົ້ນ​ຄວ້າ​ວັກ​ຊິນໃນ​ໜ່ວຍ​ຄົ້ນ​ຄວ້​າ​ວິ​ທະ​ຍາ​ສາດ​ຂອງ​ກົນ​ໄກ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຮ່ວມ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ກ່າວ​ວ່າ: ນັບ​ແຕ່​ວັນ​ທີ 15 ທັນ​ວາ​ປີ 2020 ເປັນ​ຕົ້ນ​ມາ, ຈີນ​ໄດ້​ສັກ​​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ໃຫ້​ກຸ່ມ​ຄົນ​ສຳ​ຄັນ​ຢ່າງ​ເປັນ​ທາງ​ການ, ມາ​ຮອດ​ປັດ​ຈຸ​ບັນ, ໄດ້​ສັກ​ວັກ​ຊິນພະ​ຍາດ​ໂຄວິດ-19 ໃຫ້​ກຸ່ມ​ຄົນ​ສຳ​ຄັນ​ໃນ​ທົ່ວ​ປະ​ເທດ​ເກືອບ 7,5 ລ້ານ​ເທື່ອຫຼອດ, ບວກ​ກັບ​ການ​ສັກ​ວັກ​ຊິນ​ໃຫ້​ກຸ່ມ​ຄົນ​ທີ່​ມີ​ຄວາມ​ສ່ຽງ​ສູງ​ 1,6 ລ້ານກວ່າ​ເທື່ອຫຼອດ​ຢູ່​ກ່ອນ​ໜ້າ​ນີ້, ການ​ສັກ​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ຂອງ​ຈີນ​ລວມ​ທັງ​ໝົດ​ມີ​ເຖິງ 9 ລ້ານກວ່າ​ເທື່ອຫຼອດ.

ທ່ານ​ເຈິ່ງ​ຢີ້​ຊິນ​ກ່າວ​ວ່າ: ການ​ສັກ​ວັກ​ຊິນ 9 ລ້ານກວ່າ​ເທື່ອຫຼອດ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ປອດ​ໄພ​ຂອງວັກ​ຊິນ​ພະ​ຍາດ​ໂຄວິດ-19 ຂອງ​ຈີນ​ອີກ​ເທື່ອ​ໜຶ່ງ.

ຄຳ​ເຫັນ

0