蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວິ​ດີ​ໂອ​ຂອງ​ນັກ​ຂ່າວ BBC ໄດ້​ສ່​ອງ​ແສງ​ໃຫ້​ເຫັນ​ເຖິງ​ຜົນ​ສຳ​ເລັດ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢູ່​ຈີນ

2021-01-11 16:30:03 CRI

ຫວ່າງ​ມໍ່ໆ​ມາ​ນີ້, BBC ໄດ້​ເຜີຍ​ແຜ່​ວິ​ດີ​ໂອ​ຕອນ​ໜຶ່ງກ່ຽວ​ກັບ​ສະ​ພາບ​​ຄວາມ​ເປັນ​ຈິງຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ພາຍຫຼັງ​​ໄດ້​ຄວບ​ຄຸມການ​ແຜ່​ລະ​ບາດ​ຂອງ​ພະ​ຍາ​ດ​ໂຄວິດ-19. ໃນ​ວິ​ດີ​ໂອ​ນັ້ນ, ນັກ​ຂ່າວ​ໄດ້​ໄປ​ລາຍ​ງານ​ສະ​ພາບ​ການ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ອີກ​ຄັ້ງ​ໜຶ່ງ, ເມື່ອ​ທຽບ​ໃສ່​ຖະ​ໜົນ​ການ​ຄ້າ​ທີ່​ໄດ້​ປິດ​ຮ້ານ​ຕ່າງໆ​ໃນ​ໜຶ່ງ​ປີ​ກ່ອນ​ນັ້ນ, ມາ​ບັດ​ນີ້ຮ້ານ​ຄ້າ​ຕ່າງໆ​ທີ່​​ໄດ້​ເປີດ​ຮ້ານ​ຄືນ​ໃໝ່ ແລະ ​ໄຟ​ຟ້າ​ແຈ້ງ​ສະ​ຫວ່າງ​​ຢູ່​ໃນ​ແຕ່​ລະ​ຮ້ານ​ຈົນ​ນັກ​ຂ່າວ​ໄດ້​ອຸ​ທານ​ຂຶ້ນ​ດ້ວຍ​ຄວາມ​ຊື່ນ​ຊົມ. ເມື່ອ​ນັກ​ຂ່າວ​ຖາມ​ວ່າ: “ສະ​ພາບ​ການ​ຢູ່​ຈີນ​ໄດ້​ຟື້ນ​ຟູ​ເປັນ​ແນວ​ໃດ​ແລ້ວ”, ຜູ້​ຕອບ​ສຳ​ພາດ​ສ່ວນຫຼາຍ​ກ່​າວ​ວ່າ: ເສດ​ຖະ​ກິດ​ຈີນ​ໄດ້​ຟື້ນ​ຄືນ​​ໄດ້ເປັນ​ຢ່າງ​ດີ, ປະ​ເທດຈີນ​​ເຕັມ​ໄປ​ດ້ວຍ​ຄວາມ​ມີ​ຊີ​ວິດ​ຊີ​ວາ. ມີ​ຜູ້​ຕອບ​ຄຳ​ຖາມ​ສຳ​ພາດ​ຜູ້​ໜຶ່ງ​ເວົ້າ​ຢອກວ່າ: “ດີກວ່າ​ປະ​ເທດ​ພວກ​ທ່ານຫຼາຍ​ໄດ.”

ຈາກ​ການ​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເຖິງ​ປັດ​ຈຸ​ບັນ, ຍ້ອນ​ວ່າ​ປະ​ເທດ​ອາ​ເມ​ຣິ​ກາ​ແລະ​ເອີ​ຣົບ​ບໍ່​ເອົາ​ໃຈ​ໃສ່, ບໍ່​ພຽງ​ແຕ່​ບໍ່​ໄດ້​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄ​ດ້​ເທົ່າ​ນັ້ນ, ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ກໍ​ນັບ​ມື້​ນັບ​ໜັກ​ໜ່ວງ​ຂຶ້ນ ເຊິ່ງ​ບໍ່​ພຽງ​ແຕ່​ໄດ້​ສ້າງ​ຜົນ​ກະ​ທົບ​ຕໍ່​ເສດ​ຖະ​ກິດ​ຂອງ​ປະ​ເທ​ດ​ເຫຼົ່າ​ນີ້​ເທົ່າ​ນັ້ນ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ກໍ​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ, ເຮັດ​ໃຫ້​ປະ​ຊາ​ຊົນ​ເກີດ​ມີ​ຄວາມ​ບໍ່​ພໍ​ໃຈ​ຢ່າງ​ແຮງ​ຕໍ່​ມາດ​ຕະ​ການ​ຂອງ​ລັດ​ຖະ​ບານ​ປະ​ເທດ​ຕົນ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​. ປະ​ເທດ​ອັງ​ກິດ ບ່ອນທີ່​ສຳ​ນັກ​ງານ​ໃຫຍ່ BBC ຕັ້ງ​ຢູ່​ນັ້ນ ແຮ່ງ​​ມີ​ສະ​ພາບໜັກ​ໜ່ວງ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ກໍ​ເປັນ​ຜູ້​ນຳ​ປະ​ເທດ​ທີ່​ຖືກ​ບົ່ງ​ມະ​ຕິ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ກ່ອນ​ໝູ່​ໃນ​ໂລກ, ເຊື້ອ​ພະ​ຍາດ​ໂຄວິດ-19 ທີ່​ກາຍ​ພັນ​ກໍ​ໄດ້​ປະ​ກົດ​ຂຶ້ນ​ກ່ອນ​ໝູ່​ຢູ່​ອັງ​ກິດ. ພາຍ​ໃຕ້​ໄພ​ຂົ່ມ​ຂູ່​​ຈ​າກ​ເຊື້ອ​ພະ​ຍາດ, ຫຼາຍ​ປະ​ເທດ​ທັງ​ຢູ່​ອາ​ເມ​ຣິ​ກາ​ແລະ​ເອີ​ຣົບຈຳ​ເປັນ​ຕ້ອງ​ໄດ້​ວາງ​ມາດ​ຕະ​ການ​ຈຳ​ກັດ​ການ​ເດີນ​ທາງ​​ເຂົ້າ-ອອກຂອງ​ປະ​ຊາ​ຊົນ​ອີກ​ຄັ້ງ​ໃໝ່.

ພວກ​ເຮົາ​ກັບ​ມາ​ສັງ​ເກດ​​ເບິ່ງປະ​ເທດ​ຈີນ, ຍ້ອນ​ລັດ​ຖະ​ບານ​ໄດ້​ເອົາ​ໃຈ​ໃສ່​ນຳ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ແລະ​ຊັບ​ສິນ​ຂອງ​ປະ​ຊາ​ຊົນ, ລັດ​ຖະ​ບານ​ຈີນ​ໄດ້​ມີ​ທ່າ​ທີ​ທີ່​ໜັກ​ແໜ້ນ​ທີ່​ສຸດ ແລະ ​ມີມາດ​ຕະ​ການ​ທີ່​ເຂັ້ມ​ງວດ​ທີ່​ສຸດ ເຊິ່ງ​​ສາ​ມາດຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄວ້​ໄດ້​ໃນ​ໄລ​ຍະ​ອັນ​ສັ້ນ​ທີ່​ສຸດ. ຈາກ​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຈົນ​ເຖິງ​ປັດ​ຈຸ​ບັນ, ​ໃນແຕ່​ລະ​ມື້, ​ມີ​ປະ​ຊາ​ຊົນ​ຈີນ​ທີ່​ນັບ​ບໍ່​ຖ້ວນ​ໄດ້​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ໄດ້​ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ໜ້າ​ທີ່ໃນ​ຕຳ​ແໜ່ງ​ຂອງ​ຕົນ ເພື່ອ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ.

ພາຍ​ຫຼັງ​ໄດ້​ເສຍ​ຄ່າ​ຕອບ​ແທນ​ທາງ​​ດ້ານເສດ​ຖະ​ກິດ​ອັນ​ມະ​ຫາ​ສານ​ແລ້ວ, ຈີນ​ໄດ້​ຟື້ນ​ຟູ​ການ​ຜະ​ລິດ ແລະ ຊີ​ວິດ​ການ​ເປັນ​ຢູ່​​ໄດ້​ກັບ​ຄືນ​ສູ່​ສະ​ພາບ​ປົກ​ກະ​ຕິ​. ຜູ້​ຕອບ​ການ​ສຳ​ພາດ​​ເວົ້າ​ຢອກ​ວ່າ: “ດີກວ່າ​ປະ​ເທດ​ພວກ​ທ່ານຫຼາຍ” ກໍ​ເປັນ​ການ​ສ່ອງ​ແສງ​ເຖິງ​ຄວາມ​ຮູ້​ສຶກທີ່​ຈິງ​ໃຈ​ທີ່​ສຸດ​ຂອງ​ປະ​ຊາ​ຊົນ​ຈີນ​ສາ​ມັນ​ຄົນ​ໜຶ່ງ. ແມ່ນ​ແທ້, ເມື່ອ​ທຽບ​ໃສ່​ສະ​ພາບ​ການ​ແຜ່​ລະ​ບາດ​ຢ່າງ​ຮ້າຍ​ແຮງ​ຢູ່​ປະ​ເທດ​ຕາ​ເວັນ​ຕົກ, ​ຢູ່​ປະ​ເທດ​ຈີນ​ໄດ້​ມີສະ​ພາບ​ການ​​ດີຫຼາຍ. ເຖິງວ່າ​ຍັງ​ມີ​ບາງ​ກໍ​ລະ​ນີ​ເກີດ​ຂຶ້ນ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ເປັນ​ບາງ​ຄັ້ງ​ຄາວ​ກໍ​ຕາມ, ແຕ່​ພາຍ​ໃຕ້ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ ຂອງ​ລັດ​ຖະ​ບານ​ຈີນ​ທີ່​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ ແລະ ຄວາມ​ສຸກ​ຂອງ​ປະ​ຊາ​ຊົນ​ຈິ່ງ​ບໍ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ພະ​ຍາດ.

ຈີນ​ຍິນ​ດີ​ຕ້ອນ​ຮັບ​ນັກ​ຂ່າວ​ຕ່າງ​ປະ​ເທດ​ມາ​ລາຍ​ງານ​ຂ່າວ​​ກ່ຽວ​ກັບສະ​ພາບ​ການ​ຢູ່​ປະ​ເທດ​ຈີນ​ຢ່າງ​ພາ​ວະ​ວິ​ໄສ, ໃນ​ຂະ​ນະ​ດຽວ​ກັນ, ກໍ​ຫວັງ​ວ່າ: ປະ​ຊາ​ຊົນ​ປະ​ເທດ​ຕາ​ເວັນ​ຕົກ​ຈະ​ສາ​ມາດຫຼຸດ​ພົ້ນອອກ​ຈາກ​ເງົາ​ມືດ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້ໂດຍ​ໄວ ແລະ ສາ​ມາດ​ຍິ້ມ​ໃສ່​ໜ້າ​ກ້ອງ​ໃນ​ເວ​ລາ​ຕອບ​​ຄຳ​ຖາມສຳ​ພາດ​ຂອງ​ນັກ​ຂ່າວໄດ້​ເຊັ່ນ​ກັນ.

ຄຳ​ເຫັນ

0