尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທະນາຄານໂລກໄດ້ຊີ້ໃຫ້ເຫັນອີກຄັ້ງໜຶ່ງວ່າ ໂລກມີຄວາມໝັ້ນໃຈຕໍ່ການເຕີບໂຕຂອງເສດຖະກິດຈີນ

2021-01-11 17:06:53 cri

ທະນາຄານໂລກໄດ້ເຜີຍແຜ່ບົດລາຍງານຈ້ອງເບິ່ງເສດຖະກິດໂລກສະບັບຫຼ້າສຸດໃນວັນທີ 5 ມັງກອນນີ້. ບົນພື້ນຖານການປະເມີນການສັກວັກຊີນພະຍາດໂຄວິດ-19 ຂະໜາດໃຫຍ່ແລະການຄວບຄຸມພະຍາດໂຄວິດ-19ຢ່າງມີປະສິດທິຜົນ, ບົດລາຍງານໄດ້ຄາດຄະເນວ່າ: ປີ 2021, ຈັງຫວະການເຕີບໂຕຂອງເສດຖະກິດໂລກແມ່ນ 4%, ຈັງຫວະການເຕີບໂຕຂອງເສດຖະກິດຈີນແມ່ນ 7,9% ເຊິ່ງເປັນການຊີ້ໃຫ້ເຫັນອີກຄັ້ງໜຶ່ງວ່າໂລກມີຄວາມໝັ້ນໃຈຕໍ່ການເຕີບໂຕຂອງເສດຖະກິດຈີນອີກເທື່ອໜຶ່ງ.
 

ຄວາມໝັ້ນໃຈຂອງໂລກທີ່ມີຕໍ່ການເຕີບໂຕຂອງເສດຖະກິດຈີນແມ່ນມາຈາກຄວາມດີເລີດດ້ານລະບອບ,ທ່າແຮງດ້ານຕະຫຼາດຂະໜາດໃຫຍ່, ຄວາມດີເລີດຂອງລະບົບດການຈັດຕັ້ງກຳລັງທົ່ວປະເທດເພື່ອສະແຫວງຫາຜົນປະໂຫຍດແຫ່ງຊາດ,ຄວາມດີເລີດດ້ານການເປີດປະຕູທີ່ມີຄຸນນະພາບສູງແລະອື່ນໆ. ປີ 2021,​ ຄຽງຄູ່ກັບການສັກວັກຊີນພະຍາດໂຄວິດ-19 ຢ່າງກວ້າງຂວາງກໍຄືປະຊາຄົມໂລກໄດ້ເອົາໃຈໃສ່ເພີ່ມຂຶ້ນຕໍ່ການຕ້ານກັບພະຍາດໂຄວິດ-19, ມາດຕະການດ້ານການປ້ອງກັນພະຍາດໂຄວິດ-19 ໄດ້ຮັບການຍົກສູງຂຶ້ນຕື່ມ, ຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ກໍຈະນັບມື້ນັບຫຼຸດລົງ. ເສດຖະກິດຈີນຈະມີສະພາບທີ່ດີກວ່າເກົ່າຢ່າງແນ່ນອນ, ສືບຕໍ່ກາຍເປັນພະລັງແຮງໃນການຊຸກຍູ້ການເຕີບໂຕແລະການຟື້ນຄືນຂອງເສດຖະກິດໂລກ.

ຄຳ​ເຫັນ

0