何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລື່ອງ​ລາວ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ກັບ​ບ້ານ​ຈຸ່ນ​ຢິ່ງ​ນະ​ຄອນ​ເຊ້ຍ​ເມີນ

2021-01-11 16:05:17 CRI

 

ເລື່ອງ​ລາວ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ກັບ​ບ້ານ​ຈຸ່ນ​ຢິ່ງ​ນະ​ຄອນ​ເຊ້ຍ​ເມີນ_fororder_微信图片_20210111160456

 

ບ້ານ​ຈຸ່ນ​ຢິງ ຕາ​ແສງຫຼຽນ​ຮ​ວາ​ເມືອງ​ທົງ​ອ່ານ ນະ​ຄອນ​ເຊ້ຍ​ເມີນ​ແຂວງ​ຟູ​ຈ້ຽນຕັ້ງ​ຢູ່​ບ່ອນ​ສູງກວ່າ​​ລະ​ດັບສະ​ເລ່ຍ​ຂອງ​ໜ້າ​ນ້ຳ​ທະ​ເລ 900ກວ່າ​ແມັດ, ເປັນ​ບ້ານ​ບໍ​ລິ​ຫານ​ທີ່ຕັ້ງ​ຢູ່​ບ່ອນ​ສູງ​​ທີ່​ສຸດ​ແລະ​ ​ຫ່າງ​ໄກ​ສອກຫຼີກ​ທີ່​ສຸດ​ຂອງ​ນະ​ຄອນ​ເຊ້ຍ​ເມີນ.ທ່ານ​ສີ​ຈິ້ນ​ຜິງ​ເຄີຍ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ຂອງ​ບ້ານ​ຈຸ່ນ​ຢິງ​ສອງ​ຄັ້ງ​ຄື​ໃນປີ1986 ໃນ​ເວ​ລາ​ທີ່​ທ່ານ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຮອງ​ເຈົ້າ​ຄອງ​ນະ​ຄອນ​ເຊ້ຍ​ເມີນ​ແລະ​ປີ1998 ໃນ​ເວ​ລາທີ່​ທ່ານ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຮອງ​ເລ​ຂາ​ພັກ​ແຂວງ​ຟູ​ຈ້ຽນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໃຫ້​ທິດ​ຊີ້​ນຳ​​ຢ່າງ​ຈະ​ແຈ້ງ​ຕໍ່​ທິດ​ທາງ​ການ​ພັດ​ທະ​ນາ​ ບ້ານ​ທີ່​ຕັ້ງ​ຢູ່​ພູ​ສູ​ງ​ແຫ່ງ​ນີ້ ທັງ​ໄດ້​ສະ​ເໜີແນວ​​ຄວາມ​ຄິດ​ສຳ​ຄັນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ນິ​ເວດ​ສີ​ຂຽວ​ເຊັ່ນ: “ປູກ​ໄມ້​ສ້າງ​ປ່າຢູ່​ເທິງ​ພູ​ປານ​​​ວ່າໃສ່​ໝວກ​​ຂຽວໃຫ້​ກັບ​ພູ​ທັງພັດ​ທະ​ນາ​​ຕີນພູ​ໄປ​ຄຽງ​ຄູ່​ກັນ”, “​​ຕ້ອງ​ໃຫ້​ໄດ້​ທັງ​ພູ​ເງິນ​ພູ​ຄຳ​ແລະພູ​ຂຽວ​ນ້ຳ​ໃສ”​ເປັນ​ຕົ້ນ.

ວັນ​ທີ 7 ເມ​ສາ​ປີ1986, ທ່ານ​ສີ​ຈິ້​ນ​ຜິງ ທີ່​ເປັນ​ຮອງ​ເຈົ້າ​ຄອງ​ນະ​ຄອນ​ເຊ້ຍ​ເມີນ​​ໃນ​ເວ​ລາ​ນັ້ນ​ໄດ້​ເດີນ​ທາງ​ໄປ​ເຖິງ​ບ້ານ​ຈຸ່ນ​ຢິງເປັນ​ເທື່ອ​ທຳ​ອິດ. ຕອນ​ນັ້ນ, ທາງ​ເຂົ້າ​ບ້ານ​ມີພຽງ​ເສັ້ນທາງ​​​ດຽວ​ທີ່​ເປັນ​ທາງ​ດິນ​ແດງກວ້າງ​ພຽງ 1,6 ​ແມັດ​ເທົ່າ​ນັ້ນ, ໜ້າ​ທາງ​​ເປັນ​ບວກເປັນ​ຂຸມ​ທັງ ສູງ​ຊັນ​ແລະ​ກັນ​ດານຫຼາຍ. ລົດ​ເຂົ້າ​ໄປ​ບໍ່​ໄດ້, ທ່ານ​ສີ​ຈິ້ນ​ຜິງ​ກໍ​ເດີນ​ທາງ​ໄປ​ບ້ານ​ແຫ່ງ​ນັ້ນ​ດ້ວຍ​ການ​ຍ່າງ​ເອົາ.

ໃນ​ຕອນ​ນັ້ນ, ເງື່ອນ​ໄຂ​ພື້ນ​ຖານ​ໂຄງ​ລ່າງ​ໃນ​ບ້ານ​ຈຸ່ນ​ຢິງຫຼ້າຫຼັງ​ທີ່​ສຸດ, ບໍ່​ມີ​ໄຟ​ຟ້າ​ໃຊ້. ​​ທົ່ວບ້ານ​ມີ​ປະ​ຊາ​ຊົນ 700 ກວ່າ​ຄົນ, ແຫຼ່ງ​ລາຍ​ໄດ້​ຕົ້ນ​ຕໍ​ຂອງ​ຊາວ​ບ້ານ​​ມາ​ຈາກ​ສວນ​ຊາ​ທີ່​ມີ​ເນື້ອ​ທີ່​ປະ​ມານ 27 ເຮັກ​ຕາ, ລາຍ​ໄດ້​ສະ​ເລ່ຍ​ຕໍ່​ຫົ​ວ​ຄົນ​ຕໍ່​ປີ​ມີ​ພຽງ​​ແຕ່280ຢວນ​ເທົ່າ​ນັ້ນ.

​ເມື່ອ​ພົບ​ໜ້າ​ກັບ​ທ່ານ​ກ່າວ​ສວນ​ໂກວ ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ບ້ານ​ຈຸ່ນ​ຢິງ​, ຄຳ​ເວົ້າ​ທຳ​ອິດ​ທີ່ທ່ານ​ສີ​ຈິິ້ນ​ຜິງ​ເອີ່ຍ​ຂຶ້ນ​ກໍ​ແມ່ນ “​ຄອບ​ຄົວ​ທຸກ​ຍາກ​ທີ່​ສຸດ​ໃນ​ບ້ານ​ພວກ​ເຈົ້າ​ມີ​ຈັກ​ຄອບ​ຄົວ?​

ທ່ານກ່າວ​ສວນ​ໂກວ​ຕອບ​ວ່າ: “ມີ​ສອງສາມ​ຄອບ​ຄົວ”

ທ່ານ​ສີ​ຈິິ້ນ​ຜິງ​ກໍ​ເລີຍ​ໄປ​ຢ້ຽມ​ຢາມ​ຄອບ​ຄົວ​ທຸກ​ຍາກ​ເຫຼົ່າ​ນີ້​ຕາມ​ລຳ​ດັບ, ຫຼັງ​ຈາກ​​ຍ່າງ​ໄດ້ກວ່າ​ເຄິ່ງ​ໜຶ່ງ​ຂອງບ້ານ​ແລ້ວ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໄປ​ເຖິງ​ເຮືອນ​ຂອງ​ທ່ານ​ກ່າວ​ສວນ​ໂກວ​ເພື່ອ​ຖາມ​ກ່ຽວ​ກັບສະ​ພາບ​ການ​ຜະ​ລິດ​ແລະ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ບ້ານ​ທັງຫຼາຍ.

ທ່ານ​ກ່າວ​ສວນ​ໂກວບອກວ່າ: ​ໃນບ້ານ​ໄດ້​​ປູກເຂົ້າ​ພັນ​ປະ​ສົມ​ໃນ​ເນື້ອ​ທີ່ຈຳ​ນວນ​ໜຶ່ງ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຍິນ​ແລ້ວ​ກໍ​ຖາມ​ວ່າ ໄດ້​ປູກ​ເຂົ້າ​ພັນ​ປະ​ສົມຫຼາຍ​ເທົ່າ​ໃດ, ສະ​ມັດ​ຕະ​ພາບ​ເປັນ​ແນວ​ໃດ, ພັນ​ເຂົ້າ​ປະ​ສົມ​ເປັນ​ພັນ​ຊະ​ນິດ​ໃດ?ພາຍຫຼັງ​ປະ​ຕິ​ບັ​ດ​ລະ​ບຽບ​ການ​ວ່າ​ດ້ວຍ​ການມອບ​ດິນ​ໃຫ້​ຊາວກະ​ສິ​ກອນ​​ນຳ​ໃຊ້​ແບບມອບ​ເໝົາ​ເພື່ອ​ເຮັດການຜະ​ລິດ​ແລ້ວ, ບ້ານ​ຈຸ່ນ​ຢິງ​ຍັງ​ມີ​ແຜນ​ຫຍັງ​ແດ່​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ ​ທ່ານ​ມີ​ຄຳ​ຖາມ​ໃນ​ລັກ​ສະ​ນະ​ນີ້​ເປັນ​ຕົ້ນ.

ຍ້ອນ​ສະ​ພາບ​ທຸກ​ຍາກຫຼ້າຫຼັງ​ຂອງ​ບ້ານ​ຈຸ່ນ​ຢິງ, ທ່ານ​ສີ​ຈິ້ນ​ຜິງ​​ໄດ້ແນະ​ນຳ​ໃຫ້​ທາງ​ບ້ານ​ປູກ​ຊາ​ແລະ​ປູກ​ຕົ້ນ​ໄມ້​ໃຫ້​ໝາກ​ໃຫ້ຫຼາຍ​ຂຶ້ນກວ່າ​ເກົ່າ, ພັດ​ທະ​ນາ​ຂະ​ແໜງ​ການ​ບໍ​ລິ​ການ. ທ່​ານ​ໄດ້​ສະ​ເໜີ​ເປັນ​ພິ​ເສດ​ວ່າ, ຊາວ​ບ້ານ​ສາ​ມາດ​ພັດ​ທະ​ນາ​ການ​ປູກ​ໝາກ​ພັບ, ທ່ານ​ໄດ້​ຕິດ​ຕໍ່​ຫາ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​​ເພື່ອ​ສະ​ໜອງ​ເບັ້ຍ​ໝາກ​ພັບ​ທີ່​ບໍ່​ມີ​ແກ່ນ​ຂອງ​ເຂດກວາງ​ຊີ​ໃຫ້ງວດ​ໜຶ່ງ ທັງ​ຍັງ​ໄດ້​ສັ່ງໃຫ້​ຫ້ອງ​ການ​ກະ​ສິ​ກຳ​ເມືອງ​ສະ​ໜອງ​ເງິນ​ທຶນ​ສະ​ເພາະ​ຊ່ວຍຫຼຸ​ດ​ຜ່ອນ​ຄວາມ​ທຸກ​ຍາກ​ຈຳ​ນວນ 3 ໝື່ນຢວນ​ໃຫ້​ຊາວ​ບ້ານ.

​ກໍ​ຍ້ອນ​ເປັນຄື​ແນວ​ນີ້​ແຫຼະ, ພາຍ​ໃຕ້​ການຊຸກ​ຍູ້​ສົ່ງ​ເສີມ​ຈາກ​ທ່ານ​ສີ​ຈິ້ນ​ຜິງ​ໃນ​ເບື້ອງ​ຕົ້ນ, ຊາວ​ບ້ານ​ທັງຫຼາຍ​ໄດ້​ປູກ​ໝາກ​ພັບ​ກວາງ​ຊີ​ທີ່ບໍ່​ມີ​ແກ່ນ​ປະ​ມານ 13 ເຮັກ​ຕາ  ແລະ​ນຳ​ໃຊ້​ທຶນ​ສະ​ເພາະ​ຊ່ວຍ​ເຫຼືອຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ບ້ວງ​ນັ້ນ​ມາ​ປຸກ​​ຫ້ອງ​ການຄຸ້ມ​ຄອງ​ການ​ປູກ​ໝາກ​ພັບ. ພາຍຫຼັງ​ມາ, ທ່ານ​ກ່າ​ວ​ສວນ​ໂກວ​ຈິ່ງ​ຮູ້​ວ່າ: ໝາກ​ພັບ​ກວາງ​ຊີ​ທີ່​ບໍ່​ມີ​ແກ່ນ​ເປັນ​ພັນ​ໝາກ​ພັບ​ທີ່​ດີ​ທີ່​ສຸດ​ຂອງ​ຈີນ​ໃນ​ເວ​ລາ​ນັ້ນ.

    

ພາຍຫຼັງ​ທ່ານ​ຖືກ​ສັບ​ຊ້ອນ​ຍົກ​ຍ້າຍອອກ​ຈາກ​ນະ​ຄອນ​ເຊ້ຍ​ເມີນ​ໄປ​ດຳ​ລົງ​ຕຳ​ແໜ່ງ​​ເປັນຄະ​ນະ​ພັກ​ແຂວງ​ແລ້ວ, ທ່ານ​ສີ​ຈິ້ນ​ຜິງ​ຍັງ​ສືບ​ຕໍ່ເອົາ​ໃຈ​ໃສ່​​ນຳ​ການ​ພັດ​ທະ​ນາ​ຂອງ​ບ້ານ​ຈຸ່ນ​ຢິງ​ຢູ່​ສະ​ເໝີ. ເວ​ລາ​ຜ່ານ​ໄປ 12 ປີ, ຄື ວັນ​ທີ 16 ຕຸ​ລາ​ປີ 1998, ທ່ານ​ສີ​ຈິ້ນ​ຜິງ​​ທີ່​ເປັນ​ຮອງ​ເລ​ຂາ​ພັກ​ແຂວງ​ຟູ​ຈ້ຽນ​ໃນ​ເວ​ລາ​ນັ້ນໄດ້​ເດີນ​ທາງ​ໄປ​ບ້ານ​ພູ​ດອຍ​ຫ່າງ​ໄກ​ສອກຫຼີກ​ແຫ່ງ​ນີ້​ອີກ​ຄັ້ງ​ໜຶ່ງ.

 ໃນ​ເວ​ລາ​ໂອ້​ລົມ​ສົນ​ທະ​ນາ​ກັບ​ພະ​ນັກ​ງານ​ບ້ານ, ທ່ານ​ສີ​ຈິ້ນ​ຜິງ​ຈຶ່ງ​ໄດ້​ຮູ້​ວ່າ: ເນື້ອ​ທີ່​ປູກ​ຊາ​ຂອງ​ບ້ານ​ຈຸ່ນ​ຢິງ​ໄດ້​ເພີ່ມ​ຂຶ້ນ 5 ເທົ່າ​ເມື່ອ​ທຽບ​ໃສ່​ຕອນ​ທີ່​ທ່ານ​ມາ​ຢ້ຽມ​ຢາມ​ບ້ານ​ນີ້​ເມື່ອ12ປີ​ກ່ອນ. ທ່ານ​ຮູ້​ສຶກ​ປິ​ຕິ​ຊົມ​ຊື່ນ​ເປັນ​ຢ່າ​ງ​ຍິ່ງ. ທັງ​ໄດ້​ອີງ​ໃສ່​ສະ​ພາບ​ການ​ຢ້ຽມ​ຢາມ​ໃນ​ຄັ້ງ​ນີ້ແລ້ວ​ມີ​ຂໍ້​ຮຽກ​ຮ້ອງ​ສອງ​ຂໍ້, ​ຄື ໜຶ່ງ, ຕ້ອງ​ປູກ​ໄມ້​ສ້າງ​ປ່າ, ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ, ໃຫ້​ຊາວ​ບ້ານ​ປູກ​ຊາ​ແລະ​ປູກ​ຕົ້ນ​ໄມ້​ໃຫ້​ໝາກ​ໃຫ້ຫຼາຍກວ່າ​ເກົ່າ, ອອກ​ແຮງ​ພັ​ດ​ທະ​ນາ​ກະ​ສິ​ກຳ​ປ່າ​ໄມ້. ສອງ, ສົ່ງ​ເສີມ​ໃຫ້​ຊາວ​ໜຸ່ມ​ອອກ​ຈາກ​ເຂດ​ພູ​ດອຍໄປ​ເຮັດ​ວຽກ​ແລະ​ສ້າງ​ທຸ​ລະ​ກິດ​ຢູ່​ນະ​ຄອນ​ເຊ້ຍ​ເມີນ, ຢ່າ​ສູ່​ໝົກ​ໝົ້ນ​​ນຳແຕ່​ການ​ປູກ​ຊາ​ໃນ​ບ້ານ​ພຽງ​ຢ່າງ​ດຽວ.

  ການ​ໄປ​ຢ້ຽມ​ຢາມ​ບ້ານ​ຈຸ່ນ​ຢິງ​ອີກ​ຄັ້ງໃໝ່​ເທື່ອ​ນີ້, ທ່ານ​ສີ​ຈິ້​ນ​ຜິງ​ບໍ່​ໄດ້​ລືມ​ທ່ານ​ກ່າວ​ສວນ​ໂກວ​ ທີ່​ຕົນ​ເຄີຍ​ພົບ​ເມື່ອ12ປີ​ກ່ອນ. ເພິ່ນ​ຖາມ​ວ່າ: “ຫົວ​ໜ້າ​ກ່າວ​ຜູ້​ທີ່​​ມີຮູບ​ຮ່າງ​ທັງ​ຈ່ອຍ​ແລະ​ເຕ້ຍ​ໃນ​ຕອນ​ນັ້ນ​ເດ ດຽວ​ນີ້​ລາວ​ໄດ້​ເຮັດ​ຫຍັງ​ຢູ່​ໃສ? ເອີ້ນ​ລາວ​ມາ​ພົບ​ຂ້າ​ພະ​ເຈົ້າ​ແດ່​ ໄດ້​ບໍ?”

ເວ​ລາ​ນັ້ນ, ທ່ານ​ກ່າວ​ສວນ​ໂກວ​ກຳ​ລັງ​​ຫຍຸ້ງ​ນຳ​ວຽກ​ໄຮ່​ນາ​ສວນ​ທີ່​ປະຕີນ​ເປົ່າ​​ຢູ່, ເມື່ອ​ໄດ້​ຍິນ​ວ່າ​ທ່ານ​ເລ​ຂາ​ສີ​ຈິ້ນ​ຜິງ​ຢາກ​ພົບ​ໜ້າ​ກັບ​ຕົນ, ກໍ​ຮູ້​ສຶກ​ດີ​ໃຈ​ຈົນ​ລືມ​ໄປ​ວ່າ​ຕົນ​​ຍັງ​ບໍ່​ທັນ​ໄດ້​ລ້າງ​ຕີນ​ລ້າງ​ມື​ກໍ​ຂ້ຽວ​​ຈັບ​ເອົາ​ຈົກ​ແລ້ວ​ຟ້າວ​ຂີ່​ລົດ​ຈັກໄປ​ຫາ​ທ່ານ​ສີ​ຈິ້ນ​ຜິງ.

ທ່ານ​ສີ​ຈິ້ນ​ຜິງຫຼຽວ​ເຫັນທ່ານ​ກ່າວ​ສວນ​ໂກວ​ມາ​ແຕ່ໄກ​ກໍ​ຈື່​ໜ້າ​ລາວ​ໂລດ​ແລະ​ໄດ້​ເວົ້າ​ຂຶ້ນວ່າ: “​ນັ້ນແມ່ນ​ລາວ, ແມ່ນ​ລາວ​ແທ້ໆ!”​. ຫຼັງ​ຈາກ​ທັກ​ທາຍສະ​ບາຍ​ດີ​ແລ້ວແລ້ວ, ທ່ານ​ສີ​ຈິ້ນ​ຜິງ​ກໍ​ຖາມ​ວ່າ ຕົ້ນ​ໝາກ​ພັບ​ທີ່​ຕົນ​ເອງ​ແນະ​ນຳ​ໃຫ້​ຊາວ​ບ້ານ​ປູກ​ໃນເມື່ອ​ກ່ອນ​ນັ້ນ​ດຽວ​ນີ້​ເຕີບ​ໃຫຍ່​ຊ່ຳໃດ​ແລ້ວ. ທ່ານ​ກ່າວ​ສວນ​ໂກວບອກວ່າ:ສວນ​ໝາກ​ພັບ​ແຫ່ງ​ນັ້ນ​ພໍ​ດີ​​ເຕີບ​ໃຫຍ່ຮອດ​ອາ​ຍຸ​ທີ່​ມັນ​ຈະ​ເປັນ​ໝາກ​ໄດ້​ດີຫຼາຍ. ທ່ານ​ສີ​ຈິ້ນ​ຜິງ​ເວົ້າ​ດ້ວຍ​ຄວາມ​ຕື່ນ​ເຕັ້ນ​ດີ​ໃຈ​ວ່າ: “ຊັ້ນ​ພວກ​ເຮົາ​ໄປ​ເບິ່ງ​ນຳ​ກັນ​ເທາະ”. ແລ້ວ​ທ່ານ​ກັບ​ຄົນ​ທັງຫຼາຍ​ໄດ້​​ພາ​ກັນຍ່າງ​ເປັນ​ໄລ​ຍະ​ທາງ2ກິ​ໂລ​ແມັດ​ປາຍ​ເພື່ອ​ໄປ​ສວນ​ໝາກ​ພັບ.

 ທຳ​ອິດ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເຫັນ​ສວນ​ຊາ​​ຢູ່​ຕີນ​ພູແລະ​ສວນ​ໝາກ​ພັບ​ຢູ່​ເປີນ​ພູ​ກໍ​ຮູ້​ສຶກ​ດີ​ໃຈຫຼາຍ. ແຕ່​ເມື່ອ​ເບິ່ງ​ໄປຢ່າງ​ລະ​ອຽດ​ແລ້ວ​ກໍ​ຍັງ​ມີ​ອັນ​ທີ່​ທ່ານ​​ບໍ່​ພໍ​ໃຈ​ປານ​ໃດ.

ເພາະ​ວ່າ, ນອກ​ຈາກ​ສວນ​ຊາ​ແລະ​ສວນ​ ໝາກ​ພັບ​ແລ້ວ, ໂນນ​ພູ​ແຫ່ງ​ອື່ນໆ​ລ້ວນ​ແຕ່​ເປັນ​ພູ​ຫົວ​ໂລ້ນ. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: “ປູກ​ຊາ​ປູກ​ຕົ້ນ​ໄມ້​ໃຫ້​ໝາກ​ໃຫ້ຫຼາຍ,ແຕ່​ກໍ​ຢ່າ​ລືມ​ການ​ປູກ​ໄມ້​ສ້າງ​ປ່າ, ຕ້ອງ​ເຮັດ​ແບບ “​ພັດ​ທະ​ນາຢູ່​ຕີນ​ພູ, ເທິງພູກໍ​ຕ້ອງ​‘ໃສ່​ໝວກ​ຂຽວ’”

ຄຳ​ແນະ​ນຳ​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ທ່ານ​ສີ​ຈິ້ນ​ຜິງ, ຊາວ​ບ້ານ​ທັງ​ຫຼາຍ​ຂອງ​ບ້ານ​ຈຸ່ນ​ຢິງ​ໄດ້​ຈື່​ຈຳ​ໄວ້​ໃນ​ໃຈ​ຕະຫຼອດ​ມາ. ປັດ​ຈຸ​ບັນ, ບ້ານ​ຈຸ່ນ​ຢິງ​ໄດ້​ປູກ​ໄມ້​ສ້າງ​ປ່າ​ ​ເປັນ​ເນື້ອ​ທີ່ 600 ກວ່າ​ເຮັກ​ຕາ, ຊັບ​ພ​ະ​ຍາ​ກອນ​ສີ​ຂຽວ​ໄດ້​ກາຍ​ເປັນ​ຊັບະ​ຍາ​ກອນ​ທ່ອງ​ທ່ຽວ​ຊົນ​ນະ​ບົດ. ຊາວ​ບ້ານ​ໄດ້​ເຮັດ​ທຸ​ລະ​ກິດ​ໂຮມ​ສະ​ເຕ,ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຕາມ​ວິ​ຖີ​ຊົນ​ນະ​ບົດ. ຄົນ​ທັງຫຼາຍ​ພາ​ກັນ​ເວົ້າ​ວ່າ: ຫາກວ່າ​ດຽວ​ນີ້​​ພູ​ໜ່ວຍ​ຕ່າງ​ໆ​ຍັງ​ເປັນ​ພູ​​ຫົວໂລ້ນ​ຄື​ແຕ່​ກີ້ ​ຈະ​ມີ​ໃຜ​ເດ ຢາກ​ມາ​ທ່ຽວ​ບ້ານ​ຈຸ່ນ​ຢິງ​ອີກ?

ທ່ານ​ຜູູ້​ຟັງ, ນັບ​ແຕ່​ທ່ານ​ສີ​ຈິ້ນ​ຜິງ​ໄປ​ຢ້ຽມ​ຢາມ​ບ້ານ​ຈຸ່ນ​ຢິງ​ເທື່ອ​ທຳ​ອິດ​ຈົນ​ມາ​ເຖິງ​ປັດ​ຈຸ​ບັນ, ເວ​ລາ​ຜ່ານ​ໄປ30 ກວ່າ​ປີ​ແລ້ວ. ບ້ານ​ຈຸ່ນ​ຢິງ​ໄດ້​ມີ​ການ​ປ່ຽນ​ແປງ​ຈາກ​ບ້ານ​ທຸກ​ຍາກ​ໃນ​ເຂດ​ພູ​ດອຍ​ໃນ​ເມື່ອ​ກ່ອນ​ໄດ້​ພັດ​ທະ​ນາ​ກ້າວ​ຂຶ້ນ​ຈົນ​ກາຍ​ມາ​ເປັນ​ບ້ານ​ຕົວ​ແບບ “​ໜຶ່ງບ້ານ ​ໜຶ່ງ​ຜະ​ລິດ​ຕະ​ພັນ”​ລະ​ດັບ​ຊາດ, ບ້ານ​ນິ​ເວດ​ຂອງ​ແຂວງ​ຟູ​ຈ້ຽນ, ລາຍ​ໄດ້​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຕໍ່​ປີ​ບັນ​ລຸ​ເຖິງ16000 ກວ່າ​ຢວນ. ທຸກ​ມື້​ນີ້, ຢູ່​ຫົວ​ບ້ານ​ຈຸ່ນ​ຢິງ ມີ​ທາງ​ເບ​ຕົງ​ໃຫຍ່​ຍາວ​ຢຽດ​ເຂົ້າ​ເຖິງ​ບ້ານ​ແລະ​ສອງ​ຟາກ​ທາງ​ໄດ້​ປູກ​ໄມ້​ກາ​ລະ​ບູນ​ຂຽວ​ອຸ່​ມ​ທຸ່ມ. ​ເທິງເປີ້ນ​ພູ​ຢູ່​ສອງ​ຟາກ​ທາງ​ໃຫຍ່​ໄດ້​ຕັ້ງ​ປ້າຍ​ໃຫຍ່​ສອງ​ປ້າຍ​​ເຊິ່ງ​ແຕ່​ລະ​ປ້າຍໄດ້​ຂຽນ​​ຕົວ​ໜັງ​ສື​ໃຫຍ່​ທີ່​ສະ​ດຸດ​ຕາ​ຄື​ປ້າຍ​ໜຶ່ງ​ຂຽນ​ວ່າ  “ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ” ແລະອີກ​ປ້າຍ​ໜຶ່ງ​ແມ່ນ  “ປະ​ຊ​າ​ຊົນ​ບ້ານ​ຈຸ່ນ​ຢິງ​ບ້ານ​​ພັກ​ຜ່ອນຢ່ອນ​ອາ​ລົມ​ທີ່​ສວຍ​ງາມ​ທີ່​ສຸດ​ຂອງ​ຈີນຍິນ​ດີ​ຕ້ອນ​ຮັບ​ທ່ານ”. ຖ້າ​ທ່ານ​ມີ​ໂອ​ກາດ​ມາ​ທ່ຽວ​ຈີນ, ​ທ່ານ​ກໍ​ສາ​ມາດ​ຫາໂອ​ກາດ​ໄປ​ທ່ຽວ​ບ້ານ​ຈຸ່ນ​ຢິງ​ນະ​ຄອນ​ເຊ້ຍ​ເມີນ​ໄດ້​ເຊັ່ນ​ກັນ​ເດີ້!

 

 

ຄຳ​ເຫັນ

0