黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາ​ຄາ​ສິນ​ຄ້າບໍ​ລິ​ໂພກ​ຂອງ​ປະ​ຊາ​ຊົນ​ໃນ​ປີ 2020 ທຽບ​ໃສ່​ປີ 2019 ​ໄດ້ເພີ່ມ​ຂຶ້ນ 2,5%, ໄດ້​ບັນ​ລຸ​ເປົ້າ​ໝາຍ​​ການ​ດັດ​ສົມ​ລາ​ຄາ​ສິນ​ຄ້າ​ບໍ​ລິ​ໂພກ​ສຳ​ລັບ​ໝົດ​ປີ

2021-01-11 16:15:39 cri

​ຕົວ​ເລກ​ສະ​ຖິ​ຕິ​ທີ່ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 11 ມັງ​ກອນ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ປີ 2020, ລາ​ຄາສິນ​ຄ້າ​ບໍ​ລິ​ໂພກ​ຂອງ​ປະ​ຊາ​ຊົນ​ຈີນ​ເມື່ອ​ທຽບ​ໃສ່​ປີ 2019 ໄດ້​ເພີ່ມ​ຂຶ້ນ 2,5%, ໄດ້​ບັນ​ລຸ​ເປົ້າ​ໝາຍ​ການ​ດັດ​ສົມອັດ​ຕາ​ເພີ່ມ​ຂຶ້ນ​ຂອງ​ລາ​ຄາ​ສິນ​ຄ້າ​ບໍ​ລິ​ໂພກ​​ສຳ​ລັບ​ໝົດ​ປີ​ຕ້ອງ​ໃຫ້​ຢູ່​ໃນ​ລະ​ດັບ​ປະ​ມານ 3,5%. ຕໍ່​ເລື່ອງ​ນີ້, ທ່ານ​ຢາວ​ຈິງຢວນ ນັກ​ຄົ້ນ​ຄວ້າ​ພິ​ເສດ​ຂອງ​ຫ້ອງ​ການ​ປຶກ​ສາ​ວຽກ​ງານ​ຂອ​ງ​ລັດ​ຖະ​ບານ​ຈີນ​ກ່າວ​ວ່າ: ​ການ​ປະ​ສົບ​ຜົນ​ສຳ​ເລັດ​ດັ່ງ​ກ່າວ​ແມ່ນ​ເລື່ອງ​ທີ່​ບໍ່​ງ່າຍ.

ໃນ​ເດືອນ​ທັນ​ວາ​ປີ 2012, ລາ​ຄາ​ສິນ​ຄ້າ​ບໍ​ລິ​ໂພກ​ຂອງ​ປະ​ຊາ​ຊົນ​ເມື່ອ​ທຽບ​ໃສ່​ເດືອນ​ພະ​ຈິກ​ໄດ້​ເພີ່ມ​ຂຶ້ນ 0,7%, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2019 ໄດ້​ເພີ່ມ​ຂຶ້ນ 0,2%. ທ່ານ​ຢາວ​ຈິງຢວນໄດ້ວິ​ເຄາະ​ວ່າ: ຍ້ອ​ນ​ວ່າ​ແຫ່ງ​ຕ່າງໆ​ຂອງ​ປະ​ເທດ​ຈີນ​ໄດ້​ປັບ​ປຸງ​ໝາກ​ຜົນ​ດ້ານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໃຫ້​ໝັ້ນ​ທ່ຽງ, ຄວາມ​ຕ້ອງ​ການ​ດ້ານ​ການ​ບໍ​ລິ​ໂພກ​ຂອງ​ປະ​ຊາ​ຊົນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ພ້ອມ​ກັນ​ນັ້ນ​ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ອາ​ກາດ​ພິ​ເສດ​ແລະ​ຕົ້ນ​ທຶນ​ການ​ຜະ​ລິດ​ເພີ່ມ​ຂຶ້ນ, ສົ່ງ​ຜົນ​ເຮັດ​ໃຫ້​ລາ​ຄາ​ສິນ​ຄ້າ​ບໍ​ລິ​ໂພກ​ຂອງ​ປະ​ຊາ​ຊົນ​ໄດ້​ເພີ່ມ​ຂຶ້ນ​ໃນ​ເດືອນ​ທັນ​ວາ​ປີ 2020.

ລາ​ຄາ​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​​ໜ້າໂຮງ​​ງານທີ່​ປະ​ກາດ​ໃນ​ມື້​ດຽວ​ກັນ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ເດືອນ​ທັນ​ວາ​ປີ 2020, ລາ​ຄາ​ຜະ​ລິດ​ຕະ​ພັນ​ອຸ​ດ​ສາ​ຫະ​ກຳ​ໜ້າ​ໂຮງ​ງານ​​ເມື່ອທຽບ​ໃສ່​ເດືອນ​ພະ​ຈິກ​ປີ 2020 ໄດ້​ເພີ່ມ​ຂຶ້ນ 1,1%.

ຄຳ​ເຫັນ

0