尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີ​ຣານ​ຮຽກ​ຮ້ອງ​ໃຫ້​ອັງ​ກິດ,ຝ​ຣັ່ງ​ແລະ​ເຢຍ​ລະ​ມັນ​ຟື້ນ​ຟູ​ການ​ປະ​ຕິ​ບັດ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄ​ລຍ​​ອີ​ຣານ

2021-01-12 17:55:20 cri

ວັນ​ທີ 11 ມັງ​ກອນ​ນີ້, ທ່ານ​ ຊາ​ອິດ ຄາຕິບ​ຊາ​ເດດ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ໄດ້​ຮຽກ​ຮ້ອງ​ໃຫ້​ອັງ​ກິດ,ຝ​ຣັ່ງ​ແລະ​ເຢຍ​ລະ​ມັນ​ຟື້ນ​ຟູ​ການ​ປະ​ຕິ​ບັດ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄ​ລຍ​ອີ​ຣານ. ທ່ານ​ກ່າວ​ວ່າ: ຖ້າ​ຫາກ​ປະ​ເທດ​ເອີ​ຣົບ​ທີ່​ກ່ຽວ​ຂ້ອງ​ຟື້ນ​ຟູ​ການ​ປະ​ຕິ​ບັດ​ສັນ​ຍາ​ແລະ​ອາ​ເມ​ຣິ​ກາ​ກັບ​ຄືນ​ສູ່​ສັນ​ຍາ, ອີ​ຣານ​ກໍ​ຈະ​ຟື້ນ​ຟູ​ການ​ປະ​ຕິ​ບັດ​ຕາມຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​ທີ່​ລະ​ບຸ​ໄວ້​ໃນ​ສັນ​ຍາ.
 

ສຳ​ນັກ​ຂ່າ​ວ​ສານ​ສາ​ທາ​ລະ​ນະ​ລັດ​ອິ​ສ​ລາມ​ຂອງ​ອີ​ຣານ​ລາຍ​ງານ​ວ່າ: ທ່ານ ຊາ​ອິດ ຄາຕິບຊາເດດ ກ່າວ​ວ່າ: ອີງ​ຕາມ​ກົດ​ໝາຍ​ທີ່​ໄດ້​ຜ່ານ​ການຮັບ​ຮອງ​ໃນ​ລັດ​ຖະ​ສະ​ພາ​ອີ​ຣານໃນ​ປີ​ກາຍ​ນີ້, ຖ້າ​ຫາກ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຂອງ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄ​ລຍ​​ອີ​ຣານ​ຍັງ​ບໍ່​ໄດ້​ປະ​ຕິ​ບັດຕາມ​ສັນ​ຍາ​ຕາມເວ​ລາທີ່​ກຳ​ນົດໄວ້ໃນ​​ກົດ​ໝາຍ, ອີ​ຣານ​ຈະ​ຢຸດ​ຕິ​ການ​ປະ​ຕິ​ບັດອະນຸ​ສັນ​ຍາສະບັບເພີ່ມ​ຕື່ມຂອງ​ສັນ​ຍາ​ກ່ຽວ​ກັບ​ການ​ບໍ່​ແຜ່​ຜາຍ​ອາ​ວຸດ​ນິວ​ເຄ​ລຍ​.
 

ລັດ​ຖະ​ສະ​ພາ​ອີ​ຣານ​ໄດ້​ຜ່ານ​ການຮັບ​ຮອງ​ກົດ​ໝາຍ​ສະ​ບັບ​ໜຶ່ງ​ໃນ​ຕົ້ນ​ເດືອນ​ທັນ​ວາ​ປີ 2020 ໂດຍ​ໄດ້​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ບຸກ​ທະ​ລຸຂອດ​ຈຳ​ກັດ​ຂອ​ງ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄ​ລ​ຍ​​ອີ​ຣານ​ຕື່ມ​ອີກພາຍໃຕ້ເງື່ອນໄຂ​ທີ່​ບໍ່​ໄດ້ມີການຜ່ອນຜັນການຂວ້ຳບາດອີຣານໃນໄລຍະເວລາໃດໜຶ່ງ.

ຄຳ​ເຫັນ

0