尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຈະເດັດດ່ຽວໃຊ້ມາດຕະການທີ່ເຂັ້ມແຂງເພື່ອຕໍ່ຕ້ານການກະທຳທີ່ສົມຮູ້ຮ່ວມຄິດລະຫວ່າງໄຕ້ຫວັນກັບອາເມຣິກາ

2021-01-12 17:56:35 cri

ໃນກອງປະຊຸມຖະແຫຼງຂ່າວຂອງຫ້ອງການວຽກງານໄຕ້ຫວັນຂອງລັດຖະບານຈີນທີ່ຈັດຂຶ້ນໃນວັນທີ 11 ມັງກອນນີ້, ມີນັກຂ່າວຖາມວ່າ: ວັນທີ 9 ມັງກອນນີ້, ທ່ານ ໄມ ພົມເພວ ໄດ້ຖະແຫຼງວ່າ:ຈະຍົກເລີກຂໍ້ຈຳກັດດ້ານການໄປມາຫາສູ່ກັນແບບທາງການລະຫວ່າງໄຕ້ຫວັນກັບອາເມຣິກາ.  ພັກປະຊາທິປະໄຕເພື່ອຄວາມກ້າວໜ້າຂອງໄຕ້ຫວັນຈຶ່ງໄດ້ສະແດງຄວາມຂອບໃຈ.ຕໍ່ເລື່ອງນີ້, ຈີນມີຄຳເຫັນວິຈານແນວໃດ? ທ່ານນາງ ຈູ່ເຟີ້ງຫຼຽນ ໂຄສົກຫ້ອງການວຽກງານໄຕ້ຫວັນຂອງລັດຖະບານຈີນກ່າວວ່າ: ພວກເຮົາໄດ້ກ່າວເນັ້ນໜັກມາຫຼາຍເທື່ອແລ້ວວ່າຈະເດັດດ່ຽວຄັດຄ້ານການໄປມາຫາສູ່ກັນແບບທາງການລະຫວ່າງອາເມຣິກາກັບໄຕ້ຫວັນຈີນ. ຫຼັກການປະເທດຈີນດຽວແມ່ນເງື່ອນໄຂພື້ນຖານແລະພື້ນຖານທາງການເມືອງຂອງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ອາເມຣິກາ. ການເຄົາລົບແລະປະຕິບັດຕາມຫຼັກການປະເທດຈີນດຽວແລະຂໍ້ກຳນົດຕ່າງໆທີ່ລະບຸໄວ້ໃນຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນ-ອາເມຣິກາແມ່ນຄຳໝັ້ນສັນຍາທີ່ລັດຖະບານອາເມຣິກາໄດ້ຮັບຮອງແລ້ວ. ການກະທຳໃດໆທີ່ລະເມີດຄຳໝັ້ນສັນຍາດັ່ງກ່າວລ້ວນແຕ່ເປັນການລະເມີດຫຼັກການພື້ນຖານຂອງການພົວພັນສາກົນຢ່າງໜັກໜ່ວງ,ບໍ່ຖືກຕ້ອງຕາມກົດໝາຍແລະບໍ່ມີຜົນສັກສິດໃດໆ. ພັກປະຊາທິປະໄຕເພື່ອຄວາມກ້າວໜ້າຂອງໄຕ້ຫວັນເປັນເຄື່ອງມືຂອງອິດທິກຳລັງພາຍນອກ ແລະ ສະແຫວງຫາການຊ່ວຍເຫຼືອຈາກອາເມຣິກາເພື່ອຄວາມເປັນເອກະລາດມີແຕ່ຈະເປັນການສ້າງມະຫັນຕະໄພໃຫ້ແກ່ປະຊາຊົນຢູ່ເກາະໄຕ້ຫວັນເທົ່ານັ້ນ. ພວກເຮົາຈະເດັດດ່ຽວໃຊ້ມາດຕະການທີ່ເຂັ້ມແຂງເດັດຂາດເພື່ອຕໍ່ຕ້ານການກະທຳໃດໆທີ່ສົມຮູ້ຮ່ວມຄິດກັນລະຫວ່າງໄຕ້ຫວັນຈີນກັບອາເມຣິກາ.

ຄຳ​ເຫັນ

0