蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕ້ອງ​ຮັບ​ປະ​ກັນ​​ໃຫ້ການ​ສ້າງ​​ປະ​ເທດ​ສັງ​ຄົມ​ນິ​ຍົມ​​ທີ່ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ​ມີ​ການ​ເລີ່ມ​ຕົ້ນ​ທີ່​ດີ

2021-01-12 10:32:07 CRI

ວັນ​ທີ 11 ມັງ​ກອນ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່າວ​ເນັ້ນ​ວ່າ: ຕ້ອງ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ໄລ​ຍະ​ການ​ພັດ​ທະ​ນາ​ໃໝ່​ໃຫ້​ດີ, ລົງ​ເລິກ​ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ຄວາມ​ຄິດ​ພັດ​ທະ​ນາ​ໃໝ່, ເລັ່ງ​ລັດ​ການ​ສ້າງ​ສະ​ພາບ​ການ​ພັດ​ທະ​ນາ​ໃໝ່, ຊຸກ​ຍູ້​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ໃນ​​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 14 ເພື່ອຮັບ​ປະ​ກັນໃຫ້​ການ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ​ມີ​ການ​ເລີ່ມ​ຕົ້ນ​ທີ່​ດີ.

ຊຸດ​ສຳ​ມະ​ນາ​ຫົວ​ຂໍ້​ສະ​ເພາະສຳ​ລັບ​ພະ​ນັກ​ງານ​ກາ​ນ​ນຳ​ສຳ​ຄັນ​ລະ​ດັບ​ແຂວງ​ແລະ​ກະ​ຊວງ​ຂອງ​ຈີນ​ໄດ້​ເປີດກອງ​ປະ​ຊຸມ​ຮ່ຳ​ຮຽນ​ຢູ່​ໂຮງ​ຮຽນ​ທິດ​ສະ​ດີ​ການ​ເມືອງ​ສູນ​ກາງ​​ພັກ​ຂອງຈີນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ແລະ​ກ່າວ​ຄຳ​ປາ​ໄສ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ຕື່ມ​ວ່າ: ເພື່ອ​ບັນ​ລຸ​ເປົ້າ​ໝາຍການ​ສ້າງ​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ​ບໍ່​ພຽງ​ແຕ່​ແມ່ນ​ບັນ​ຫາ​ເສດ​ຖະ​ກິດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນບັນ​ຫາ​​ທາງການ​ເມືອງ​ທີ່​ສຳ​ຄັນ​ທີ່​ພົວ​ພັນ​ເຖິງ​ພື້ນ​ຖານ​ການ​ກຳ​ອຳ​ນາດ​ຂອງ​ພັກ. ຕ້ອງ​ພິ​ຈາ​ລະ​ນາ​ເຖິງ​ຄວາມ​ຕ້ອງ​ການ​ແລະ​ຄວາມ​ອາດ​ເປັນ​ໄປ​ໄດ້​ຢ່າງ​ເປັນ​ເອ​ກະ​ພາບ​ກັນ, ກ້າວ​ເດີນ​ໄປ​ໜ້າ​ຢ່າງ​ໜັກ​ແໜ້ນ​ໂດຍ​ອີງ​ຕາມ​ກົດ​ເກນ​​ການພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ຕື່ນ​ຕົວແກ້​ໄຂ​ຄວາມ​ແຕກ​ໂຕນ​ກັນ​ລະ​ຫວ່າງ​ເຂດ​ແຂວງ, ລະ​ຫວ່າງ​ຕົວ​ເມືອງ​ກັບ​ຊົນ​ນະ​ບົດ ແລະ ຄວາມ​ແຕກ​ໂຕນ​ກັນ​ດ້ານ​ລາຍ​ຮັບ​ຢ່າງ​ເປັນ​ເຈົ້າ​ການ​, ​ເຮັດ​ໃຫ້​ປະ​ຊາ​ຊົນ​ໄດ້​ຜົນ​ປະ​ໂຫຍດ​ທາງ​ດ້ານ​ວັດ​ຖຸ​ແລະ​ຈິດ​ໃຈ​ມີ​ຄວາມ​ສຸກ ແລະ ມີ​ຄວາມ​ປອດ​ໄພ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຄຳ​ເຫັນ

0