蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ຣິ​ກາ​ມອບ​ສິດ​ໃຫ້​ສົ່ງ​ກອງ​ປ້ອງ​ກັນ​ພົນ​ລະ​ເມືອງ 15.000 ຄົນ​ໄປ​ປ້ອງ​ກັນ​ຄວາມ​ປອດ​ໄພ​ພິ​ທີສາ​ບານ​ຕົວ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​​ປະ​ທາ​ນາ​ທິ​ບໍ​ດີ​ຊຸດ​ໃໝ່

2021-01-12 10:32:53 CRI

ວັນ​ທີ 11 ມັງ​ກອນ​ນີ້, ທ່ານ​​ດາ​ເນວ ຫົວ​ໜ້າ​ກົມປ້ອງ​ກັນ​ພົນ​ລະ​ເມືອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ຣິ​ກາ​ຢືນ​ຢັນ​ວ່າ: ກະ​ຊວງ​ຕົນ​ໄດ້​ອະ​ນຸ​ຍາດ​ໃຫ້​ສົ່ງ​ກອງ​​ກຳ​ລັງ​ປ້ອງ​ກັນ​ພົນ​ລະ​ເມືອງ​​ຈຳ​ນວນຫຼາຍ​ເຖິງ 15.000 ຄົນ​ ເພື່ອ​ຮັບ​ປະ​ກັນ​ໃຫ້​ພິ​ທີ​ສາ​ບານ​ຕົວ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່​ສາ​ມາດ​ຈັດ​ຂຶຶ້ນ​​ໄດ້ຢ່າງ​ສະ​ດວກ​​ປອດ​ໄພຢູ່​ນະ​ຄອນຫຼວງວໍ​ຊິງ​ຕັນ ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ຮ້ອງ​ຂໍ​ຂອງ​ນະ​ຄອນຫຼວງ.

ຫຼັງ​ຈາກ​ຫໍ​​ລັດ​ຖະ​ສະ​ພາຖືກ​ບຸກ​ໂຈມ​ຕີ​ໃນ​ອາ​ທິດ​ແລ້ວ​ນີ້, ປັດ​ຈຸ​ບັນ, ​ໄດ້​ມີ​ກອງ​ກຳ​ລັງ​ປ້ອງ​ກັນ​ພົນ​ລະ​ເມືອງ 6.200 ຄົນ​ໄດ້​ເຂົ້າ​ປະ​ຈຳ​​ຢູ່ເຂດ​​ພິ​ເສດນະ​ຄອນຫຼວງວໍ​ຊິງ​ຕັນ. ໃນ​ອາ​ທິດ​ນີ້, ພາຍ​ໃຕ້​ການ​ບັນ​ຊາ​ຂອງ​ກະ​ຊວງ​ຍຸດ​ຕິ​ທຳ, ​ເຂດ​ພິ​ເສດນະ​ຄອນຫຼວງວໍ​ຊິງ​ຕັນ​ຈະ​ຈັດ​ການ​ຝຶກ​ຊ້ອມ​ຄວາມ​ປອດ​ໄພ​ເພື່ອ​ຮັບ​ປະ​ກັນ​​ໃຫ້​ພິ​ທີ​ສາ​ບານ​ຕົວ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ຂອງລັດ​ຖະ​ບານ​ຊຸດ​ໃໝ່​ມີ​ຄວາມ​ສະ​ດວກ, ເກືອບ​ທຸກ​ພາກ​ສ່ວນ​ຂອງລັດ​ຖະ​ບານ ແລະ ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ລ້ວນ​ແຕ່​ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມ​ດັ່ງ​ກ່າວ.

ຄຳ​ເຫັນ

0