黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ທ່ອງ​ທ່ຽວ​​ຕ່າງ​ປະ​ເທດ​ໄປ​ທ່ຽວ​​ຟິ​ລິບ​ປິນຫຼຸດ​ລົງ​ກວ່າ 80%

2021-01-13 11:36:28 CRI

ກະ​ຊວງ​ທ່ອງ​ທ່ຽວ​ຟິ​ລິບ​ປິນ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ໃນ​ວັນ​ທີ 12 ມັງ​ກອນນີ້ ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ໃນ​ປີ 2020, ນັກ​ທ່ອງ​ທ່ຽວ​​ຕ່າງ​ປະ​ເທດ​ທີ່ເດີນ​ທາງ​ມາ​ທ່ຽວ​​ຟິ​ລິບ​ປິນ​ມີ​ພຽງ​ແຕ່ 1,32 ລ້ານ​ເທື່ອ​ຄົນ, ຫຼຸດ​ລົງ​ເກືອບ 84% ເມື່ອ​ທຽບ​ໃສ່​ປີ 2019.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ທ່ອງ​ທ່ຽວ​ຟິ​ລິບ​ປິນ​ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ດັ່ງ​ກ່າວ​ວ່າ: ເນື່ອງ​ຈາກວ່າ​ລັດ​ຖະ​ບານ​ປະ​ເທດ​ຕົນ​ໄດ້​ໃຊ້​ມາດ​ຕະ​ກ​ານ​ຕ່າງໆ ເຊັ່ນ​ ປິ​ດ​ຊາຍ​ແດນ​ ແລະ​ເພີ່ມ​ທະ​ວີ​ການ​ກັກ​ກັນ​ພະ​ຍາດເປັນ​ຕົ້ນ ພາຍຫຼັງ​ໄດ້​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຈຶ່ງ​ສົ່ງ​ຜົນ​ເຮັດ​ໃຫ້​ອຸດ​ສາ​ຫະ​ກຳ​ທ່ອງ​ທ່ຽວ​ປະ​ເທດ​ຕົນໃນ​ປີ 2020 ​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ. ຕາມ​ສະ​ຖິ​ຕິ, ຢູ່ຟິ​ລິບ​ປິນ​ມີ​ຜູ້​​ເຮັດ​ວຽກ​ໃນ​ຂະ​ແໜງ​ການທ່ອງ​ທ່ຽວ 5 ລ້ານກວ່າ​ຄົນໄດ້​ວ່າງ​ງານ ຫຼື ມີລາຍ​ຮັບຫຼຸດ​ລົງ​ຢ່າງຫຼວງ​ຫຼາຍ​ໃນ​ປີ 2020, ລາຍ​ຮັບ​ຈາກ​ການ​ທ່ອງ​ທ່ຽວ​ສາ​ກົນ​ໄດ້ຫຼຸດ​ລົງ​ເຫຼືອ 1,7 ຕື້​ໂດ​ລາ​ສະ​ຫະ​ລັດ ເຊິ່ງຫຼຸດ​ລົງ 83% ເມື່ອ​ທຽບ​ໃສ່​ປີ 2019. ປີ 2021, ລັດ​ຖະ​ບານ​ຟິ​ລິບ​ປິນ​ຈະ​​ສຸມ​ໃສ່​ວຽກ​ງານ​ການ​ທ່ອງ​ທ່ຽວ ໂດຍ​ຖື​ເອົາ​ການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ເປັນ​ຈຸດ​ສຸມ ເພື່ອ​ຊຸກ​ຍູ້​ການ​ຟື້ນ​ຟູ​ອຸດ​ສາ​ຫະ​ກຳການ​ທ່ອງ​ທ່ຽວ ບົນ​ພື້ນ​ຖານ​ການ​ເຄົາ​ລົບ​ຂໍ້​ກຳ​ນົດ​ຕ່າງໆ​ກ່ຽວ​ກັບ​ການ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19.

ຄຳ​ເຫັນ

0