蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປັນ​ຫຍັງ​ອິນ​ໂດ​ເນ​ເຊຍ​ເລືອກ​ໃຊ້​ວັກ​ຊິນ​ຈີນ

2021-01-13 16:14:35 CRI

ວັນ​ທີ 11 ມັງ​ກອນ​ນີ້, ກົມຕິດ​ຕາມ​ຄຸ້ມ​ຄອງ​ອາ​ຫານ​ແລະ​ຢາ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​​ໄດ້ປະ​ກາດ​ວ່າ: ຈະ​ມອບ​ໃບ​ອະ​ນຸ​ຍາດ​ນຳ​ໃຊ້​ດ່ວນ​ໃຫ້​ແກ່​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ທີ່​ບໍ​ລິ​ສັດ​ຊິນ​ໂນ​ແວກຈີນ​ຄົ້ນ​ຄວ້າ​ຜະ​ລິດ, ນີ້ແມ່ນ​ອິນ​ໂດ​ເນ​ເຊຍມອບ​ໃບ​ອະ​ນຸ​ຍາດ​ນຳ​ໃຊ້​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ​ໃຫ້​ບໍ​ລິ​ສັດ​ຕ່າງ​ປະ​ເທດເປັນ​ຄັ້ງ​ທຳ​ອິດ. ກ່ອນ​ໜ້າ​ນີ້, ​ໃນວັນ​ທີ 3 ມັງ​ກອນ​ນີ້, ອິນ​ໂດ​ເນ​ເຊຍ​ກໍ​ໄດ້​ເລີ່ມ​​ສັກ​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ຂອງ​ບໍ​ລິ​ສັດ​​ຊິນ​ໂນ​ແວກຂອງ​ຈີນ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ຕົນ​ແລ້ວ, ອາ​ທິດ​ແລ້ວ​ນີ້, ທ່ານ​ໂຈ​ໂກ ວິ​ໂດ​ໂດ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ໄດ້​ຢືນ​ຢັນ​ວ່າ: ຈະ​ສັກ​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ໃຫ້​ແກ່​ພົນ​ລະ​ເມືອງ​ປະ​ເທດ​ຕົນ.

ພາຍຫຼັງ​ວັກ​ຊິນຫຼາຍ​ປະ​ເທດ​ໄດ້​ຮັບ​ໃບ​ອະ​ນຸ​ຍາດ​ນຳ​ໃຊ້​ດ່ວນ ຫຼື​ໃບ​ນຳ​ໃຊ້​ຊົ່ວ​ຄາວ​ແລ້ວ, ເປັນ​ຫຍັງ, ອິນ​ໂດ​ເນ​ເຊຍ​ຈິ່ງ​ເລືອກ​ໃຊ້​ວັກ​ຊິນ​ຂອງ​ຈີນ? ເຫດ​ຜົນ​ມີ​ດັ່ງ​ນີ້:

ກ່ອ​ນ​ອື່ນ: ວັກ​ຊິນ​ຂອງ​ບໍ​ລິ​ສັດ​​ຊິນ​ໂນ​ແວກ​ຖືກ​ຢືນ​ຢັນ​ວ່າ ​ມີ​ປະ​ສິດ​ທິ​ຜົນ​ທີ່​ດີ. ການ​ທົດ​ລອງ​ທາງ​​ຄ​ລີ​ນິກ​​ໄລ​ຍະ 3 ຂອງວັກ​ຊິນ​ຊະ​ນິດ​ນີ້ ​ໄດ້​ດຳ​ເນີນ​​ພ້ອມ​ກັນຢູ່​ນະ​ຄອນ​ຊາວ​ປາວ​ໂລ​ຂອງບ​ຣາ​ຊິນ, ຕວກ​ກີ ແລະ ນະ​ຄອນ​ບັນ​ດົງ​ຂອງ​ອິນ​ໂດ​ເນ​ເຊຍ​. ອິນ​ໂດ​ເນ​ເຊຍ​ໄດ້​ເປັນ​ພິ​ຍານ​ໃຫ້​ແກ່​ຂະ​ບວນ​ການ​ທົດ​ລອງ​ວັກ​ຊິນ​ຊະ​ນິດ​ນີ້, ຜົນ​ການ​ທົດ​ລອງ​ຢູ່​ອິນ​ໂດ​ເນ​ເຊຍໄດ້​ຢືນ​ຢັນ​ວ່າ: ​ວັກ​ຊິນ​ຊະ​ນິດ​ນີ້​ ໄດ້​ບັນ​ລຸປະ​ສິດ​ທິ​ຜົນ 65,3%, ສູງກວ່າ 50% ທີ່​ເປັນ​ມາດ​ຕະ​ຖານ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ ແລະ ບໍ່​​ມີ​ຜົນ​ຂ້າງ​ຄຽງ​ຢູ່​ໃນ​ການ​ທົດ​ລອງ​ທາງ​​ຄ​ລີ​ນິກ. ​ດັ່ງນັ້ນ, ອິນ​ໂດ​ເນ​ເຊຍ​ຈິ່ງ​ເຫັນ​ວ່າ​ ວັກ​ຊິນ​ຂອງ​ບໍ​ລິ​ສັດ​​ຊິນ​ໂນ​ແວກປອດ​ໄພດີ ແລະ ມີ​ປະ​ສິດ​ທິ​ຜົນ.

ສອງ: ເງື່ອນ​ໄຂ​​ເກັບ​ຮັກ​ສາວັກ​ຊິນ​ຂອງ​ບໍ​ລິ​ສັດ​ຊິນ​ໂນ​ແວກ “ຢູ່​ລະ​ຫວ່າງ 2 ຫາ 8 ອົງ​ສາ”. ເມື່ອ​ທຽບ​ໃສ່​ວັກ​ຊິນ​ຊະ​ນິດ​ອື່ນ ​ທີ່​ຕ້ອງ​​ເກັບ​ຮັກ​ສາ​ໃນ​ອຸນ​ຫະ​ພູມ​ລົບ 70 ອົງ​ສາ​ແລ້ວ, ວັກ​ຊິນ​ບໍ​ລິ​ສັດ​ດັ່ງ​ກ່າວ​ເກັບ​ຮັກ​ສາ​ໄດ້​ງ່າຍກວ່າ ເຊິ່ງ​ສາ​ມາດຫຼຸດ​ຕົ້ນ​ທຶນ​ຂົນ​ສົ່ງ​ໃຫ້​ໜ້ອຍ​ລົງ, ​ເຮັດ​ໃຫ້​ວັກ​ຊິນ​ຖືກ​ຂົນ​ສົ່ງ​ໄປ​ເຖິງ​ຈຸດ​ສັກ​ວັກ​ຊິນ​ຕ່າງໆ​ໄດ້​ໄວ​ກວ່າ ແລະ ສັກ​ວັກ​ຊິນ​ກໍໄດ້​ໄວ​ກວ່າ.

ສາມ: ໃນ​ຖາ​ນະ​ເປັນ​ປະ​ເທດ​ທີ່​ເຊື່ອ​ຖື​ສາ​ສະ​ໜາ​ອິ​ສ​ລາມ, ສະ​ພາ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ ​ໄດ້​ຜ່ານ​ການ​ຮັບ​ຮອງ​ກົດ​ໝາຍ​ອິ​ສ​ລາມ​ວ່າ​ດ້ວຍ​ການ​ຢືນ​ຢັນ​ສິນ​ຄ້າ ໂດຍ​ລະ​ບຸ​ວ່າ: ສິນ​ຄ້າ​ທຸກ​ຊະ​ນິດ​ຢູ່​ພາຍ​ໃນ​ປະ​ເທດ​ອິນ​ໂດ​ເນ​ເຊຍ ​ຕ້ອງ​ໄດ້​ຮັບ​ການ​ຢືນ​ຢັນ​ຕາມ​ກົດ​ໝາຍ​ອິ​ສ​ລາມ​ ກ່ອນ​ວັນ​ທີ 17 ຕຸ​ລາ​ປີ 2019. ສ່ວນ​ໃນ​ວັນ​ທີ 26 ພະ​ຈິກ​ປີ 2020, ທ່ານ​ນາງ​ເປ​ນ​ນີ ລູ​ກິດ ຫົວ​ໜ້າ​​ກົມ​ຕິດ​ຕາມ​ຄຸ້ມ​ຄອງ​ອາ​ຫານ​ແລະ​ຢາແຫ່ງ​ຊາດ​ອິນ​ໂນ​ເນ​ເຊຍ​ ໄດ້​ຢືນ​ຢັນ​ຢ່າງ​ເປັນ​ທາງ​ການ​ວ່າ: ວັກ​ຊິນ​ຂອງ​ບໍ​ລິ​ສັດ​ຊິນ​ໂນ​ແວກຂອງ​ຈີນ​​ ແມ່ນສອດ​ຄ່ອງ​ກັບ​​ກົດ​ໝາຍ​ອິ​ສ​ລາມວ່າ​ດ້ວຍ​ການ​ຢື​ນ​ຢັນ​ສິນ​ຄ້າ. ນີ້​ກໍ​ອາດ​ຈະ​ເປັນ​ໜຶ່ງ​ໃນ​ປັດ​ໄຈ​ສຳ​ຄັນ ​ທີ່​ຊຸກ​ຍູ້​ໃຫ້​ອິນ​ໂດ​ເນ​ເຊຍ​ເລືອກ​ໃຊ້​ວັກ​ຊິນ​ບໍ​ລິ​ສັດ​ຊິນ​ໂນ​ແວກຈີນ.

ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ພະ​ຍາດ​ໂຄວິດ-19 ໄດ້​ແຜ່​ລະ​ບາດ​ຢູ່​ອິນ​ໂດ​ເນ​ເຊຍ​ນັບ​ມື້​ນັບ​ຮ້າ​ຍ​ແຮງ, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ດັ່ງ​ກ່າວ​ໄດ້​ເພີ່ມ​ຂຶ້ນ​ເລື້ອຍໆ. ເພື່ອ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ອິນ​ໂດ​ເນ​ເຊຍ​ໄດ້​ເລີ່ມ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ທີ່​ເຂັ້ມ​ງວດກວ່າ​ເກົ່າ. ວັກ​ຊິນ​ຂອງ​ບໍ​ລິ​ສັດ​​ຊິນ​ໂນ​ແວກ​ໄດ້​ຮັບ​ການ​ອະ​ນຸ​ມັດ ແລະ ຈະ​ຖືກ​ນຳ​ໃຊ້​ຢູ່​ອິນ​ໂດ​ເນ​ເຊຍ​ຢ່າງ​ເປັນ​ທາງ​ການ ເຊິ່ງ​ຈະ​ນຳ​ເອົາ​ຄວາມ​ຫວັງ​ມາ​ໃຫ້​ແກ່​ອິນ​ໂດ​ເນ​ເຊຍ ​ໃນ​ການ​ຄວບ​ຄຸມ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ວັກ​ຊິນ​ຂອງ​ບໍ​ລິ​ສັດ​ຊິນ​ໂນ​ແວກໄດ້​ຮັບ​ຄວາມ​ຮັບ​ຮອງຈາກ​ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ ກໍ​ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຄວາມ​ປອດ​ໄພ ແລະ ປະ​ສິດ​ທິ​ຜົນ​ຂອງວັກ​ຊິນ​ຈີນ​ອີກ​ຄັ້ງ​ໜຶ່ງ.

 

ຄຳ​ເຫັນ

0