蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີ​ນ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຕ່າງໆ​​ປຶກ​ສາ​ຫາ​ລື​ແຜນ​ການ​ອະ​ນຸ​ລັກ​ຊີ​ວະ​ນາ​ນາ​ພັນ​ທົ່ວ​ໂລກ

2021-01-13 16:13:51 CRI

ວັນ​ທີ 12 ມັງ​ກອນ​ນີ້, ທ່ານ​ຈ້າວລີ້​ຈ່ຽນ ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ວັນ​ທີ 11 ມັງ​ກອນ​ນີ້, ຢູ່​ນະ​ຄອນຫຼວ​ງ​ປັກ​ກິ່ງ, ທ່ານ​ຮານ​ເຈິ້ງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ “ໜ່ວຍ​ໂລກ​ດຽວ​ກັນ” ໂດຍ​ຜ່ານ​ທາງວິ​ດີ​ໂອ ແລະ ​ໄດ້ກ່າວ​ຄຳ​ປາ​ໄສ ເຊິ່ງ​ມີ​ຄວາມໝາຍ​ຕົວ​ຈິງ​ຕໍ່​ການ​ຊຸກ​ຍູ້​ວາ​ລະ​ກອງ​ປະ​ຊຸມ​ປະ​ເທດ​ພາ​ຄີ​ໃນ “ສົນ​ທິ​ສັນ​ຍາ​ຊີ​ວະ​ນາ​ນາ​ພັນ” ຄັ້ງ​ທີ 15 .

ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໃນ​ກອ​ງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່າ: ປີ​ນີ້, ກອງ​ປະ​ຊຸ​ມປະ​ເທດ​ພາ​ຄີ​ໃນ “ສົນ​ທິ​ສັນ​ຍາ​ຊີ​ວະ​ນາ​ນາ​ພັນ” ​ຄັ້ງ​ທີ 15 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ມິງ​ຂອງ​ຈີນໃນ​ປີ​ນີ້, ກອງ​ປະ​ຊຸມ​ຈະ​ວາງ “ຂອບ​ວ່າ​ດ້ວຍ​ຊີ​ວະ​ນາ​ນາ​ພັນ​ທົ່ວ​ໂລກຫຼັງ​ປີ 2020” ເພື່ອ​ສ້າງ​​ແຜນ​ການອະ​ນຸ​ລັກ​ຊີ​ວະ​ນາ​ນາ​ພັນ​ໃນ​ໄລ​ຍະ 10 ປີ​​ຕໍ່​ໜ້າ. ຈີນ​ຍິນ​ດີ​ຖື​ເອົາ​ໂອ​ກາດ​ນີ້, ຮ່ວມ​ກັບ​ຝ່າຍ​ຕ່າງໆ​​ຊຸກ​ຍູ້​ຂະ​ບວນ​ການ​ເຈ​ລະ​ຈາ​ກ່ຽວ​ກັບຂອບ​ດັ່ງ​ກ່າວ, ສ້າງ​ເປົ້າ​ໝາຍ​ທີ່​ຖືກ​ຕ້ອງ​​ຕາມຫຼັກ​ວິ​ທະ​ຍາ​ສາດ​ແລະ​ບັນ​ລຸ​ຜົນ​ເປັນ​ຈິງ​ໄດ້, ເພີ່ມທະ​ວີ​ໃນ​ການ​ປະ​ຕິ​ບັດ​ກົນ​ໄກ​ຮັບ​ປະ​ກັນ​ການ​ດຳ​ເນີນ​ງານ, ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ແຜນ​ການ​ອະ​ນຸ​ລັກ​ຊີ​ວະ​ນາ​ນາ​ພັນ​ທົ່ວ​ໂລກ.

ຄຳ​ເຫັນ

0