黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປປລາວປັບປຸງດັດແປງກົດລະບຽບພັກ.

2021-01-13 17:13:11 cri

     

ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປປລາວປັບປຸງດັດແປງກົດລະບຽບພັກ._fororder_微信图片_20210113171251

 ໃນວາລະດໍາເນີນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປປລາວ, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ ໄດ້ຂຶ້ນລາຍງານການປັບປຸງດັດແປງກົດລະບຽບພັກ, ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກແຕ່ລະຄັ້ງ ໄດ້ຮັບຮອງເອົາກົດລະບຽບພັກ ແລະ ໄດ້ມີການປັບປຸງກົດລະບຽບພັກ ໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງພັກແຕ່ລະໄລຍະ ແນໃສ່ເພື່ອຍົກສູງຄວາມສາມາດຂອງພັກ ສ້າງການຫັນປ່ຽນ ຕາມການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ ແລະຮອບດ້ານ, ສະນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງໄດ້ປັບປຸງດັດແປງກົດລະບຽບພັກໃຫ້ສອດຄ່ອງ, ຈະແຈ້ງ, ຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດຕົວຈິງໄດ້ ແນໃສ່ປັບປຸງກໍ່ສ້າງພັກ ຮັບປະກັນເຮັດໃຫ້ພັກ ມີຄວາມປອດໃສເຂັ້ມແຂງ ແລະ ໜັກແໜ້ນໃນທຸກດ້ານ. 
 ກົດລະບຽບພັກຄັ້ງທີ XI ປະກອບດ້ວຍ 15 ໝວດ, 64 ມາດຕາ, ໃນນີ້ເພີ່ມໃໝ່ມີ 1 ໝວດ ແລະ 7 ມາດຕາຄື: ໝວດທີ VII ພັກນໍາພາວຽກງານພະນັກງານ, ມາດຕາ 3, ຄໍາປະຕິຍານຂອງສະມາຊິກພັກ, ມາດຕາ 14, ສະໄໝດໍາລົງຕໍາແໜ່ງເລຂາຄະນະພັກແຕ່ລະຂັ້ນ, ມາດຕາ 34, ພັກຄຸ້ມຄອງພະນັກງານ, ສະມາຊິກພັກ, ມາດຕາ 35 ມາດຕະຖານພະນັກງານນໍາພາ-ຄຸ້ມຄອງ, ມາດຕາ 36, ຕໍາແໜ່ງພະນັກງານນໍາພາຄຸ້ມຄອງ, ມາດຕາ 39, ຄະນະຊາວໜຸ່ມປປລາວ ແລະມາດຕາ 52, ຄະນະວິໄນຂອງພັກແຕ່ລະຂັ້ນ, ຕັດອອກ 1 ມາດຕາຄື: ມາດຕາ 5 (ເກົ່າ) ພັນທະ ແລະ ຜົນປະໂຫຍດຂອງສະມາຊິກພັກ ໄດ້ຊັບຊ້ອນໄປໃສ່ມາດຕາອື່ນ, ສະນັ້ນ, ທຽບໃສ່ກົດລະບຽບພັກສະໄໝທີ X ເພີ່ມຂຶ້ນ I ໝວດ ແລະ 6 ມາດຕາ.
       ທ່ານ ບຸນທອງ ຈິດມະນີ ກ່າວເນັ້ນຕື່ມວ່າ: ກົດລະບຽບພັກ ແມ່ນທໍາມະນູນຂອງພັກ, ແມ່ນແນວທາງການຈັດຕັ້ງພື້ນຖານຂອງພັກ ເພື່ອຊີ້ນໍາວຽກງານກໍ່ສ້າງພັກ ໃຫ້ມີຄວາເປັນເອກະພາບທັງສອດຄ່ອງກັບຈຸດພິເສດ ແລະ ລັກສະນະຂອງການປະຕິວັດຢູ່ປະເທດລາວ ໃນແຕ່ລະໄລຍະ. ພ້ອມກັນນັ້ນ, ກົດລະບຽບພັກ ຍັງສະແດງອອກເຖິງການຍຶດໝັ້ນ, ໝູນໃຊ້ ແລະ ເສີມຂະຫຍາຍລັດທິມາກ-ເລນິນ ກ່ຽວກັບກໍ່ສ້າງພັກຂອງຊົນຊັ້ນກໍາມະກອນ ເຂົ້າໃນເງື່ອນໄຂຕົວຈິງຂອງການປະຕິວັດຢູ່ປະເທດລາວ ຢ່າງຖືກຕ້ອງ ແລະ ປະດິດສ້າງ.

ຄຳ​ເຫັນ

0