蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອິນ​ໂດ​ເນ​ເຊຍ​ໄດ້​ນຳ​ເອົາ​ກ່ອງ​ດຳ​ກ່ອງ​ໜຶ່ງ​ຂອງ​ເຮືອ​ບິນ​ໂດຍ​ສານ​ທີ່​ເກີດ​ອຸ​ບັດ​ເຫດ​ຂຶ້ນ​ມາ​ແລ້ວ

2021-01-13 16:12:11 CRI

ວັນ​ທີ 12 ມັງ​ກອນ​ນີ້, ເຈົ້າ​ໜ້າ​ທີ່​ທະ​ຫານ​ອິນ​ໂດ​ເນ​ເຊຍ​ໄດ້​ຢືນ​ຢັນ​ວ່າ: ​ໜ່ວຍ​ກູ້​ໄພອິນ​ໂດ​ເນ​ເຊຍ​ໄດ້​ນຳ​ເອົາ​ກ່ອງ​ດຳ​ທີ່​ບັນ​ທຶກ​ຕົວ​ເລກ​ຂໍ້​ມູນ​ການ​ບິນກ່ອງ​ໜຶ່ງ​ຂອງ​ເຮືອ​ບິນ​ໂດຍ​ສານ​ຕົກ​ເຂົ້າ​ທະ​ເລ​ຂອງບໍ​ລິ​ສັດ​ການ​ບິນ​ສະ​ຣີ​ວີ​ຈາ​ຢາ​ຂອງ​ອິນ​ໂດ​ເນ​ເຊຍ​​ທີ່​ຕົກ​ທະ​ເລ​ຂຶ້ນ​ມາ​ໄດ້​ແລ້ວໃນ​ຕອນ​ບ່າຍ​ມື້​ດຽວ​ກັນ ແລະ ກໍ​ໄດ້​ຄົ້ນ​ພົບ​ທີ່​ຕັ້ງ​ຂອງກ່ອງ​ດຳ​ບັນ​ທຶກ​​ສຽງ​ໃນ​ຫ້ອງ​ນັກບິນ​ອີກ​ກ່ອງ​ໜຶ່ງ.

ສື່ມ​ວນ​ຊົນ​ອິນ​ໂດ​ເນ​ເຊຍ​ລາຍ​ງານ​ວ່າ: ​ໄດ້​ນຳ​ເອົາກ່ອງ​ດຳ​ບັນ​ທຶກ​ຕົວ​ເລກ​ຂໍ້​ມູນ​ກາ​ນ​ບິນຂຶ້ນ​ມາ​ຈາກ​ພື້ນ​ທະ​ເລ​ໃນ​ເວ​ລາ 14 ໂມງ​ຂອງ​ມື້​ດຽວ​ກັນ ແລະ ​ກ່ອງ​ດຳ​ຍັງ​ມີ​ພາບ​ສົມ​ບູນ​ດີ. ທ່ານ​ໂຊ​ເອີ​ຈານ​ໂຕ ຈາ​ໂຮ​ໂນ ປະ​ທາ​ນ​ຄະ​ນະ​ກຳ​ມະ​ການ​ຄວາມ​ປອດ​ໄພ​ດ້ານ​ຄົມ​ມະ​ນາ​ຄົມ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ: ການ​ດາວ​ໂຫຼດ​ຂໍ້​ມູນ​ໃນ​ກ່ອງ​ດຳ​ທີ່​ບັນ​ທຶກ​ຕົວ​ເລກ​ຂໍ້​ມູນ​ການ​ບິນ​ຕ້ອງ​ການເວ​ລາ 2 ຫາ 5 ວັນ, ຫຼັງ​ຈາກ​ນັ້ນ, ຄະ​ນະ​ກຳ​ມະ​ການ​ຕົນ​ຈະ​ວິ​ເຄາະ​ຂໍ້​ມູນ​ເຫຼົ່າ​ນີ້. ທ່ານ​ກ່າວ​ຕື່ມ​ວ່າ: ​ຍັງບໍ່​ສາ​ມາດ​​ຢືນ​ຢັນສາຍ​ເຫດ​ເຮືອ​ບິນ​ຕົກ​ໄດ້​ເທື່ອ, ຕ້ອງ​ລໍ​ຖ້າ​ການ​ຢືນ​ຢັນຕົວ​ເລກ​ຂໍ້​ມູນ​ທັງ​ໝົດ.

ຄຳ​ເຫັນ

0