黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນຊົນ ປະຕິວັດລາວ ໄດ້ໄຂຂຶ້ນຢ່າງເປັນທາງການແລ້ວ

2021-01-13 13:02:56 cri

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນຊົນ ປະຕິວັດລາວ ໄດ້ໄຂຂຶ້ນຢ່າງເປັນທາງການແລ້ວ_fororder_微信图片_20210113130311

ຕອນເຊົ້າວັນທີ 13 ມັງກອນນີ້, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນຊົນປະຕິວັດລາວ​ ໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍມີຜູ້ແທນເຂົ້າຮ່ວມທັງໝົດ 768 ສະຫາຍ ທີ່ໄດ້ຖືກຄັດເລືອກໃຫ້ຕາງໜ້າອົງຄະນະພັກຂະແໜງການ, ອົງການ ແລະທ້ອງຖິ່ນຕ່າງໆ​ ໃນຂອບເຂດທົ່ວປະເທດ ແລະແຂກຖືກເຊີນ ຈໍານວນ 147 ສະຫາຍ ທີ່ຕາງໜ້າໃຫ້ແກ່ພາກສ່ວນຕ່າງໆທັງພາກລັດ ແລະເອກະຊົນ, ປະຊາຊົນລາວບັນດາເຜົ່າໄດ້ເຂົ້າຮ່ວມ.
   ໃນກອງປະຊຸມໃຫຍ່ຄັ້ງນີ້, ຈະມີການສະເໜີຮ່າງລາຍງານການເມືອງ, ຮັບຟັງການລາຍງານຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ IX ແລະການປັບປຸງກົດລະບຽບຂອງພັກຕາມລຳດັບ. ທີ່ສໍາຄັນໃນກອງປະຊຸມຍັງຈະໄດ້ສະເໜີຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ພ້ອມທັງຈະເລືອກຕັ້ງຄະນະບໍລິຫານງານສູນກາງພັກຊຸດໃໝ່ ກໍ່ຄືສະໄໝທີ XI​  ອີກດ້ວຍ

ຄຳ​ເຫັນ

0