黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະບານລາວ ກໍານົດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຕໍ່ໜ້າ

2021-01-13 17:11:58 cri

     

ລັດຖະບານລາວ ກໍານົດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ  5 ປີຕໍ່ໜ້າ_fororder_微信图片_20210113171037

ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 9 (2021-2025 ) ທີ່ສະເໜີໂດຍ ທ່ານ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູງການພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນຕອນເຊົ້າວັນທີ 13 ມັງກອນ 2021 ໃນວາລະດໍາເນີນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ.
      ທ່ານນາຍົກໄດ້ຍົກໃຫ້ເຫັນບາງເນື້ອໃນສຳຄັນວ່າ:  ແຜນພັດທະນາດັ່ງກ່າວ, ເປັນແຜນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ເຊິ່ງໄດ້ກໍານົດທິດທາງພື້ນຖານ ໃນການສ້າງບາດລ້ຽວໃໝ່ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໃນຊຸມປີຕໍ່ໜ້າຄື: ຕ້ອງເຮັດໃຫ້ບັນດາປະຖົມປັດໄຈທາງດ້ານການເມືອງ, ແນວຄິດ, ລະບົບເສດຖະກິດ ພື້ນຖານວັດຖຸເຕັກນິກ, ວັດທະນະທໍາ-ສັງຄົມ, ນັບທັງການສ້າງຄົນ, ການບໍລິຫານ-ການປົກຄອງລັດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການຕ່າງປະເທດທີ່ມີແລ້ວ ໃຫ້ໄດ້ຮັບການປັບປຸງຍົກລະດັບໃຫ້ມີຄວາມເຂັ້ມແຂງ, ທຸກຄວາມອາດສາມາດບົ່ມຊ້ອນຂອງຊາດ ໄດ້ຮັບການພັດທະນາເປັນບັນດາຂະແໜງການຜະລິດ ແລະບໍລິການເປັນປາຍແຫຼມ, ມີການພັດທະນາຕາມທິດສີຂຽວ ແລະຍືນຍົງ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ, ການຄ້າ ແລະ ການສໍາລະສະສາງສາກົນ ມີຄວາມສົມດຸນໝັ້ນຄົງ ແລະປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຢ່າງໜັກແໜ້ນ. ສືບຕໍ່ຖືເອົາການພັດທະນາເສດຖະກິດ ເປັນໜ້າທີ່ໃຈກາງຂອງທົ່ວພັກ ແລະ ທົ່ວປວງຊົນ ຕາມທິດມີຄຸນນະພາບ, ມີຈຸດສຸມ, ມີທິດຍືນຍົງ ແລະມີທິດສີຂຽວ ແລະປະຕິບັດໃຫ້ສໍາເລັດຕາມ 3 ຈຸດໝາຍລວມຄື: 
      ໜຶ່ງ, ສືບຕໍ່ນໍາພາປະເທດຊາດ ອອກຈາກສະຖານະພາບດ້ອຍພັດທະນາ, ປະຊາຊົນມີວຽກເຮັດງານທໍາ ຊີວິດການເປັນຢູ່ໄດ້ຮັບການປັບປຸງດີຂຶ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ 2030 ແລະ ຜັນຂະຫຍາຍຍຸດທະສາດການເຕີບໂຕສີຂຽວແຫ່ງຊາດໃຫ້ມີປະສິດທິຜົນ.
    ສອງ, ບຸກທະລຸແກ້ໄຂຈຸດອ່ອນຂໍ້ຄົງຄ້າງ, ອຸປະສັກຕ່າງໆໃນການພັດທະນາໃນໄລຍະຜ່ານມາ ບວກກັບສິ່ງທ້າທາຍທີ່ເກີດຂຶ້ນໃນໄລຍະໃໝ່ເຊັ່ນ: ຜົນກະທົບມາຈາກພະຍາດໂຄວິດ-19, ການປ່ຽນແປງດິນຟ້າອາກາດ, ສົງຄາມການຄ້າ ແລະ ສະພາບທີ່ບໍ່ແນ່ນອນຂອງສາກົນ ແລະຂົງເຂດ.
     ສາມ, ເສີມຂະຫຍາຍປັດໄຈ ແລະ ທ່າແຮງບົ່ມຊ້ອນຂອງຊາດ ໂດຍນໍາໃຊ້ເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ ທີ່ເໝາະສົມ ເພື່ອໃຫ້ກາຍເປັນຂະແໜງການຜະລິດ ແລະ ບໍລິການທີ່ເປັນປາຍແຫຼມ, ເປັນຫົວຈັກໃຫ້ແກ່ການເຕີບໂຕ ເພື່ອສ້າງພື້ນຖານໃຫ້ແກ່ຄວາມເຂັ້ມແຂງ ແລະ ເປັນເຈົ້າຕົນເອງ ເພີ່ງຕົນເອງ ທາງດ້ານເສດຖະກິດເປັນກ້າວໆ.

ຄຳ​ເຫັນ

0