吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສິງກະ​ໂປ​ສົ່ງ​ນັກວິຊາການ​ເຂົ້າ​ຮ່ວມ​ການ​ສືບສວນ​ເຫດການ​ເຮືອບິນ​ໂດຍສານ​ອິນ​ໂດ​ເນ​ເຊຍ​ຕົກ

2021-01-18 15:12:23 cri

ວັນ​ທີ 17 ມັງກອນ​ນີ້, ກະຊວງ​ຄົມມະນາຄົມ​ສິງກະ​ໂປ​ໄດ້ຖະ​ແຫຼງ​ວ່າ: ກົມ​ສຳ​ຫຼວດຄວາມ​ປອດ​ໄພ​ດ້ານ​ຄົມມະນາຄົມ​ສິງກະ​ໂປ​ໄດ້​ສົ່ງ​ນັກວິຊາການ 2 ຄົນ​ມາ​ເຂົ້າ​ຮ່ວມການ​ສືບສວນ​ເຫດການ​ເຮືອບິນ​ໂດຍສານ​ຂອງ​ບໍລິສັດ​ການບິນ​ສຣີວີຈາ​ຢາ​ອິນ​ໂດ​ເນ​ເຊຍ​ຕົກ ​ເຊິ່ງນັກວິຊາການ​ໄດ້​ເດີນ​ມາ​ຮອດ​ນະຄອນຫຼວງ​ຈາ​ກາ​ຕາປະ​ເທດ​ອິນ​ໂດ​ເນ​ເຊຍ​ໃນ​ຕອນຄ້າຍ​ແລ​ງວັນ​ທີ 13 ມັງກອນ​ຜ່ານ​ມາ.

​​ເຮືອບິນ​ໂດຍສານ​ລຸ້ນ SJ182 ຂອງ​ບໍ​ລິ​ສັດ​ການບິນ​ສຣີວີຈາ​ຢາ​ອິນ​ໂດ​ເນ​ເຊຍ​​ໄດ້​ເລີ່​ມບິນຈາກ​ນະຄອນຫຼວງ​ຈາ​ກາ​ຕາ​​ເພື່ອ​ເດີນທາງໄປ​ເມືອງ​ພົນ​ທິນາກ​ໃນ​ຕອນ​ບ່າຍ​ວັນ​ທີ 9 ມັງກອນ​ຜ່ານ​ມາ​ນັ້ນ ​ໄດ້​ຕົກຢູ່​ເຂດ​ທະ​ເລ​ໃກ້​ກັບ​ເກາະ​ປູລາວ ລາ​ກີ​ຫຼັງ​ຈາກບິນ​ຂຶ້ນ​ໄດ້​ບໍ່​ດົນ. ປັດຈຸບັນ​ນີ້​ຊອກ​ເຫັນ​ກ່ອງ​ດຳ​ອັນ​ໜຶ່ງ​ແລ້ວ. ນັກວິຊາການ​ທີ່​ເຂົ້າ​ຮ່ວມ​ການ​ສືບສວນ​ກ່າວ​ວ່າ: ປົກກະຕິ​ແລ້ວ​ເຫດການ​ເຮືອບິນ​ຕົກ​ເກີດ​ຈາກ​ອຸບັດ​ເຫດ​ຫຼາຍ​ຢ່າງ, ການ​ສືບສວນສ່ວນຫຼາຍ​ຈະ​ໃຊ້​ເວລາ​ຫຼາຍ​ເດືອນ ຫຼື​ຫຼາ​ຍປີ.

ຄຳ​ເຫັນ

0