何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຮ່ວມ​ມື​ລະ​ຫວ່າງກອງ​ທັບ​ຈີນ-ລາວໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ນັບ​ມື້​ນັບຫຼາຍ​ຂຶ້ນ​ໃນ​ຂົງ​ເຂດ​ທີ່ກວ້າງ​ຂວາງກວ່າ​ເກົ່າ

2021-01-21 17:29:52 CRI

ວັນ​ທີ 20 ມັງ​ກອນ 2021​ນີ້​ແມ່ນ​ວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ​ລາວ​ຄົບ​ຮອບ 72 ປີ.

 

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ພາຍ​ໃຕ້​ຄວາ​ມ​ເອົາ​ໃຈ​ໃສ່ ແລະ ການ​ຊຸກ​ຍູ້​ຂອງ​ຜູ້​ນຳ​ສອງ​ພັກ​ສອງ​ລັດ, ການ​ຮ່ວມ​ມື​ລະ​ຫວ່າງກອງ​ທັບ​ສອງ​ປະ​ເທດຈີນ-ລາວ​ໄດ້​ກ້າວ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ຂົງ​ເຂດ​ການ​ຮ່ວມ​ມື​ກໍ​ໄດ້​ເປີດກວ້າງ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ. ນອກ​ຈາກ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ທະ​ຫານ​ແລ້ວ, ກອງ​ທັບ​ສອງ​ປະ​ເທດ​ກໍ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ໃນ​ຂົງ​ເຂດການ​ກູ້​ໄພ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ແລະ​ຂົງ​ເຂດ​ອື່ນໆ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ.

ການ​ຮ່ວມ​ມື​ລະ​ຫວ່າງກອງ​ທັບ​ຈີນ-ລາວໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ນັບ​ມື້​ນັບຫຼາຍ​ຂຶ້ນ​ໃນ​ຂົງ​ເຂດ​ທີ່ກວ້າງ​ຂວາງກວ່າ​ເກົ່າ_fororder_b74ea8bcae654bb2a1c2206fa0f7442b

ຍົກຕົວ​ຢ່າງ, ໃນ​ເດືອນ​ກໍ​ລະ​ກົດ​ປີ 2018 ຢູ່​ແຂວງ​ອັດ​ຕະ​ປື​ໄດ້​ເກີດ​ເຫດ​ການ​ເຂື່ອນ​ແຕກ, ເຊິ່ງ​​ໄດ້​ສ້າງ​ຄວາມເສຍ​ຫາຍ​ດ້ານ​ຊີ​ວິດ ແລະ ຊັບ​ສິນ​ຢ່າງ​ໜັກ​ໜ່ວງ. ໃນ​ເວ​ລາ​ນັ້ນ, ​ກອງ​ປິ່ນ​ປົວ​ຂອງ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ທີ່​ພວມ​ປະ​ຕິ​ບັດ​ໜ້າ​ທີ່​​ຝຶກ​ແອບຮ່ວມ “ຂະ​ບວນ​ລົດ​ໄຟສັນ​ຕິ​ພາບ-2018” ຢູ່​ນະ​ຄອນຫຼວງວຽງ​ຈັນ​ກໍ​ຂຸ້ນ​ຂ້ຽວສົ່ງ​ໜ່ວຍ​ແພດ​ໝໍ 32 ຄົນ​ໄປ​ເຂົ້າ​ຮ່ວມ​ໜ້າ​ທີ່​ກູ້​ໄພ​ຮ່ວມ​​ກັບ​ກອງ​ທັບ​ປະ​ຊາ​ຊົນ​ລາວ, ເຊິ່ງ​ເປັນ​ໜ່ວຍ​ກູ້​ໄພ​ສາ​ກົນ​​ຄົບ​ຊຸດ​ທີ່​ເດີນ​ທາງ​ໄປ​ຮອດ​ເຂດ​ປະ​ສົບ​ໄພ​ກ່ອນ​ໝູ່. ເມື່ອ​ເດືອນ​ກັນ​ຍາ​ປີ 2019, ໃນ​ເວ​ລາ​ດຳ​ເນີນ​ການ​ປິ່ນ​ປົວ​ແບບ​ບໍ່​ເກັບ​ຄ່າ​ຢູ່​ແຂວງ​ຈຳ​ປາ​ສັກ, ກອງ​ປິ່ນ​ປົວຂອງກອງ​ທັບ​ຈີນ​ທີ່​ປະ​ຕິ​ບັດ​ໜ້າ​ທີ່ຝຶກ​ແອບ​ຮ່ວມ “ຂະ​ບວນ​ລົດ​ໄຟ​ສັນ​ຕິ​ພາບ-2019” ຍັງ​ໄດ້​ສົ່ງ​ໜ່ວຍ​ແພດ​ໝໍ​ໄປ​ແຂວງ​ອັດ​ຕະ​ປື​ບ່ອນທີ່​ເກີດ​ເຫດ​ການ​ເຂື່ອນ​ແຕກ​ໂດຍ​ສະ​ເພາະ, ເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ປະ​ຊາ​ຊົນ​ທ້ອງ​ຖິ່ນ, ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ຂອງຜູ້​ນຳ​ສອງ​ພັກ​ສອງ​ລັດ​ເວົ້າ​ລວມ ເວົ້າ​ສະ​ເພາະ​ກໍ​ແມ່ນ​ການ​ເອົາ​ໃຈ​ໃສ່​ສຸດ​ຂີດ​ຂອງ​ກອງ​ທັບ​ສອງ​ປະ​ເທດຕໍ່​ເຂດ​ປະ​ສົບ​ໄພ ແລະ ປະ​ຊາ​ຊົນ​ຜູ້​ປະ​ສົ​ບ​ໄພ. ​ສະ​ນັ້ນ​ຈຶ່ງສາ​ມາດ​ເວົ້າ​ໄດ້​ວ່າ, ​ໜ່ວຍ​ແພດ​ໝໍ “ຂະ​ບວນ​ລົດ​ໄຟ​ສັນ​ຕິ​ພາບ” ແລະ​ປະ​ຊາ​ຊົນ​ເຂດ​ປະ​ສົບ​ໄພ​ໄດ້​ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ມິດ​ຕະ​ພາບ​ອັນ​ເລິກ​ເຊິ່ງ​ລະ​ຫວ່າງ​ປະ​ຊ​າ​ຊົນ​ສອງ​ຊາດ.

ການ​ຮ່ວມ​ມື​ລະ​ຫວ່າງກອງ​ທັບ​ຈີນ-ລາວໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ນັບ​ມື້​ນັບຫຼາຍ​ຂຶ້ນ​ໃນ​ຂົງ​ເຂດ​ທີ່ກວ້າງ​ຂວາງກວ່າ​ເກົ່າ_fororder_d048a43c4ca440af808499c6309b3aa5

ເມື່ອ​ວັນ​ທີ 19 ສິງ​ຫາ​ປີ 2019, ນັກ​ທ່ອງ​ທ່ຽວ​ຈີນ​ໄດ້​ປະ​ສົບ​ອຸ​ບັດ​ເຫດ​ທາງ​ຖະ​ໜົນຢ່າງ​ໜັກ​ໜ່ວງ​ຢູ່​ລາວ, ​ມີ​ຜູ້​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ຢ່າງ​ໜັກ​ໜ່ວງ. ຫຼັງ​ຈາກ​ນັ້ນ​ບໍ່​ດົນ,ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ​ໜັກ​ກໍ​ຖືກ​ນຳ​ສົ່​ງ​ໄປ​ປິ່ນ​ປົວ​ຢູ່​ໂຮງ​ໝໍ 103, ແລະ​ໄດ້​ຮັບ​ການ​ປິ່ນ​ປົວ​ເປັນ​ຢ່າງ​ດີ​ຈາກ​ແພດ​ໝໍ​ຂອງກອງ​ທັບ​ລາວ ແລະ​ຈີນ. ໃນ​ເຫດ​ການ​ເທື່ອ​ນີ້, ຝ່າຍ​ລາວ​ໄດ້​ຈັດ​ຕັ້ງ​ກຳ​ລັງ​​ຈາກຫຼາຍ​ຝ່າຍ​ເຊິ່ງ​ລວມ​ທັງ​ກອງ​ທັບ ແລະ ຕຳຫຼວດ​ເພື່ອ​ດຳ​ເນີນ​ວຽກ​ງານ​ກູ້​ໄພ​ຢ່າງວ່ອງ​ໄວ, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ​ຝ່າຍ​ລາວ​ໄດ້ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​​ສາຍ​ພົວພັນ​ຈີນ-ລາວ.

ການ​ຮ່ວມ​ມື​ລະ​ຫວ່າງກອງ​ທັບ​ຈີນ-ລາວໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ນັບ​ມື້​ນັບຫຼາຍ​ຂຶ້ນ​ໃນ​ຂົງ​ເຂດ​ທີ່ກວ້າງ​ຂວາງກວ່າ​ເກົ່າ_fororder_u=1123303836,1370662781&fm=26&gp=0

ອີກ​ຢ່າງ​ໜຶ່ງ, ເລີ່ມ​ແຕ່​ເກີດມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ, ກອງ​ທັບ​ສອງ​ປະ​ເທດ​ຈີນ-ລາວ​ກໍ​ໄດ້​ແລກ​ປ່ຽນ​ກັນ​ຢ່າງ​ໃກ້​ຊິດ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ, ຮ່ວມ​ມື​ກັນ​ຕ້ານ​ກັບ​ພະ​ຍາດ, ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​​​ໃນ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ຢູ່ສອງ​ປະ​ເທດ​ຈີນ-ລາວ, ທັງ​ເປັນ​ແບບ​ຢ່າງ​ທີ່​ດີ​ໃນ​ພຶດ​ຕິ​ກຳ​ຕົວ​ຈິງ​ໃນ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ​-ລາວ ແລະ ສ້າງ​ປະ​ຊາ​ຄົມ​ສາ​ທາ​ລະ​ນະ​ສຸກ​ຂອງມວນ​ມະ​ນຸດ. ກ​ານ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ເຫຼົ່າ​ນີ້​ໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ຈາກ​ຝ່າຍ​ຕ່າງໆ​ຢ່າງກວ້າງ​ຂວາງ, ແລະ​ໄດ້​ເພີ່ມ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ໃຫ້​ແກ່​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງຂອງກອງ​ທັບ​ສອງ​ປະ​ເທດ​ຈີນ-ລາວ.

 

ການ​ຮ່ວມ​ມື​ລະ​ຫວ່າງກອງ​ທັບ​ຈີນ-ລາວໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ນັບ​ມື້​ນັບຫຼາຍ​ຂຶ້ນ​ໃນ​ຂົງ​ເຂດ​ທີ່ກວ້າງ​ຂວາງກວ່າ​ເກົ່າ_fororder_src=http___mmbiz.qpic.cn_mmbiz_jpg_azXQmS1HA7l7Uj4IvO7llialHhicLyLpJ3uUJVu5DxicibTXbjxQ9kMBEBxp1TQmac4Ea87GaO9q8sBldNDYlC4eTQ_0_wx_fmt=jpeg&refer=http___mmbiz.qpic

ຄຳ​ເຫັນ

0