吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ມີ​ຂໍ້​ສະ​ເໜີ 5 ຂໍ້​ກ່ຽວ​ກັບ​ບັນຫາ​ສິດທິ​ມະນຸດຂອງ​ອົດ​ສະຕາຣີລີ

2021-01-22 11:23:07 cri

ວັນ​ທີ 21 ມັງກອນ​ນີ້, ທ່ານ​ນາງ​ຮວ້າຊຸ່ນຢີງ ​ໂຄສົກ​ກະຊວງ​ການ​ຕ່າງປະ​​ເທດ​ຈີນ​​ໄດ້ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ວ່າ: ​ເມື່ອ​ບໍ່​ດົນ​ມາ​ນີ້, ໜ່ວຍງານພິຈາລະນາ​ບັນຫາ​ສິດທິ​ມະນຸດ​ຂອງ​ປະ​ເທດ​ຕ່າງໆ​ຂອງ​ສະພາ​ມົນຕີ​ສິດທິ​ມະນຸດ​​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ດຳ​ເນີນ​ການ​ພິຈາລະນາ​ສະພາບ​ສິດທິ​ມະນຸດ​ຢູ່ປະ​ເທດ​ອົດ​ສະ​ຕຣາ​ລີ, ຜູ້ຕາງໜ້າ​ຈີນ​ໄດ້ມີ​ຂໍ້​ສະ​ເໜີ 5 ຂໍ້ ຄື: ຈີນ​ສະ​ເໜີ​ໃຫ້​ອົດ​ສະຕຣາລີ​ຈົ່ງ​ໃຊ້​ມາດ​ຕະການ​ຕ້ານ​ການ​ກະທຳ​ທີ່​ເປັນ​ການຈຳ​ແນ​ກ​ເຊື້ອ​ຊາດ​ຜິ​ວພັນ, ຖ້ອຍ​ຄຳ​ທີ່​ກໍ່​ໃຫ້​ເກີດ​ຄວາມ​ກຽດ​ຊັງ ​ແລະ​ການ​ໃຊ້​ຄວາມ​ຮຸນ​ແຮງ, ຮັບປະກັນ​ສິດທິ​ຂອງ​ເຊື້ອ​ຊາດ​ອື່ນ​ສ່ວນ​ໜ້ອຍ; ຮັບປະກັນ​ສິດທິ​ຂອງ​ຜູ້​ອົບ​ພະຍົບ, ປິດ​ສູນ​ກົກ​ຕົວ​ຊາວ​ອົບ​ພະຍົບທີ່​ຕັ້ງ​ຢູ່ຕ່າງປະ​ເທດ; ສືບສວນ​ຢ່າງ​ລະອຽດ​ຮອບດ້ານ​ກ່ຽວ​ກັບ​ຄະດີອາ​ຊະ​ຍາ​ກຳ​ສົງຄາມ​ທີ່ທະຫານ​ອົດ​ສະ​ຕຣາ​ລີ​ກໍ່​ຂຶ້ນ​ໃນການ​ເຄື່ອນ​ໄຫວ​ທາງການ​ທະຫານຢູ່​ຕ່າງປະ​ເທດ, ລົງ​ໂທດ​ຜູ້​ກະທຳ​ຜິດ, ປ້ອງ​ກັນ​ບໍ່​ໃຫ້​ອາ​ຊະ​ຍະ​ກຳທີ່​ມີ​ລັກສະນະ​ຄ້າຍ​ຄື​ກັນນີ້ເກີດ​ຂຶ້ນ​ອີກ; ຢຸດຕິ​ການຈຳ​ແນ​ກ​ເຊື້ອ​ຊາດ​ຜິວ​ພັນ​ຢ່າງ​ເປັນ​ລະບົບ​ທີ່​ມີ​ຕໍ່​ຊາວ​ພື້ນ​ເມືອງ ຕ້ານ​ການ​ກະທຳ​ໃຊ້​ຄວາມ​ຮຸນ​ແຮງຕໍ່​ຊາວ​ພື້ນ​ເມືອງ; ຢຸດຕິການ​ນຳ​ໃຊ້​ຂໍ້​ມູນ​ຂ່າວສານ​ປອມເພື່ອ​ຕຳ​ໜິປະ​ເທດ​ອື່ນໆ​ໂດຍ​ບໍ່​ມີ​ເຫດຜົນ​​ເພື່ອ​ຈຸດປະສົງ​ທາງ​ການ​ເມືອງຂອງ​ຕົນ.

 

ຄຳ​ເຫັນ

0