何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາວພົບຜູ້ຕິດເຊື້ອໂຄວິດເພີ່ມ 2 ກໍລະນີ

2021-01-22 15:04:46 CRI

ໃນວັນທີ 22 ມັງກອນ 2021 ນີ້, ຄະນະສະເພາະກິດຕອບໂຕ້ໂຄວິດ-19 ລະດັບຊາດລາຍງານວ່າ: ໄດ້ກວດພົບຜູ້ຕິດເຊື້ອໃໝ່ 2 ກໍລະນີ ທີ່ເດີນທາງມາຈາກປະເທດໄທ.


ຜູ້ທໍາອິດຄື (ກໍລະນີທີ 42) ເພດຍິງ ອາຍຸ 33 ປີ ສັນຊາດລາວ ເດີນທາງມາຈາກບາງກອກ ວັນທີ 18 ມັງກອນ ໂດຍຜ່ານແຂວງຕ່າງໆຂອງປະເທດໄທ ແລະຮອດລາວ ວັນທີ 19 ໂດຍຜ່ານດ່ານຊ່ອງເມັກ ແຂວງຈໍາປາສັກ ແລະໄດ້ຖືກຈໍາກັດບໍລິເວນຢູ່ທີ່ສູນກັກບໍລິເວນ ຂອງແຂວງດັ່ງກ່າວ ພ້ອມທັງຖືກເກັບຕົວຢ່າງໄປກວດ 2 ຄັ້ງ ລວມທັງກວດຊໍ້າຄືນທີ່ນະຄອນຫຼວງວຽງຈັນ ແລະຖືກຢັ້ງຢືນຕິດເຊື້ອໂຄວິດ-19 ແລະຖືກນໍາສົ່ງໄປປິ່ນປົວທີ່ໂຮງໝໍໃນວັນທີ 21. ຜູ້ກ່ຽວຜູ້ໃກ້ຊິດທັງໝົດ 40 ຄົນ, ທັງໝົດໄດ້ຖືກກວດເຊື້ອ ແຕ່ບໍ່ພົບ ແລະຖືກຈໍາກັດບໍລິເວນຈົນກວ່າຄົບກໍານົດ.


ສ່ວນຜູ້ທີສອງ (ກໍລະນີທີ່ 43) ເພດຊາຍ ອາຍຸ 29 ປີ, ສັນຊາດຈີນ, ເດີນທາງຈາກປະເທດໄທ ຜ່ານເຂົ້າມາແຂວງບໍ່ແກ້ວ ວັນທີ 18 ມັງກອນໂດຍບໍ່ຜ່ານດ່ານທາງການ ແລະພັກຢູ່ໂຮງແຮມແຫ່ງໜຶ່ງໃນແຂວງດັ່ງກ່າວ ແລະເດີນທາງມາແຂວງຫຼວງນໍ້າທາວັນທີ 19 ແລະໄດ້ຖືກເຈົ້າໜ້າທີ່ເກັບຕົວຢ່າງໄປກວດ, ແລະກວດຊໍ້າຄືນອີກໃນວັນທີ 20, ແລະ ສົ່ງຕົວຢ່າງມາກວດທີ່ນະຄອນຫຼວງວຽງຈັນອີກເທື່ອໜຶ່ງ ຈຶ່ງຢັ້ງຍືນວ່າຕິດເຊື້ອ ໂຄວິດ-19 ໃນວັນທີ 21 ມັງກອນ. ຜູ້ກ່ຽວຜູ້ໃກ້ຊິດທັງໝົດ 37 ຄົນ ລວມທັງຄົນຂັບລົດ, ຜູ້ໃຫ້ບໍລິການບ້ານພັກ ທັງໝົດໄດ້ຖືກກວດເຊື້ອ ແຕ່ບໍ່ພົບ ແລະຖືກຈໍາກັດບໍລິເວນຈົນກວ່າຄົບກໍານົດ.
ປັດຈຸບັນມີຜູ້ຕິດເຊື້ອໂຄວິດ-19 ສະສົມແລ້ວ 43 ກໍລະນີ, ປິ່ນປົວຫາຍດີ 41 ແລະສືບຕໍ່ປິ່ນປົວຜູ້ທີ່ຕິດເຊື້ອໃໝ່ຈົນກວ່າຈະຫາຍດີ.

ຄຳ​ເຫັນ

0