何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ອຳ​ນວຍ​ການ​ໃຫຍ່CMG ແລະ ຜູ້​ອຳ​ນວຍ​ການ​ໃຫຍ່​ສື່​ສຳ​ຄັນ​ຂອງ​ລາວ​​ໄດ້ສົ່ງ​ສານອວຍ​ພອນ​ປີ​ໃໝ່​ໃຫ້​ກັນ​ແລະ​ກັນ​ເພື່ອລົງ​ເລິກ​ການ​ຮ່ວມ​ມືມິດ​ຕະ​ພາບ

2021-01-22 14:47:42 CRI

ຫວ່າງ​ມໍ່​ໆ​ມາ​ນີ້, ທ່ານ​ເຊີ້ນ​ໄຫ​ຊົງ ຜູ້​ອຳ​ນວຍ​ການ​ໃຫຍ່​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ແລະຜູ້​ອຳ​ນວຍ​ການ​ໃຫຍ່​ສື່​ສຳ​ຄັນ​ຂອງ​ລາວ​ໄດ້​ສົ່ງ​ສານອວຍ​ພອນ​ປີ​ໃໝ່​ໃຫ້​ກັນ​ແລະ​ກັນ​ເພື່ອ​ສົ່ງ​ພອນ​ໄຊ​ອັນ​ປະ​ເສີດ​ທັງ​ຄວາມ​ປາ​ຖະ​ໜາ​ດີ​ໃນ​ການລົງ​ເລິກ​ການ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ສື່ມວນ​ຊົນ​ຈີນ-ລາວ​ເນື່ອງ​ໃນ​ໂອ​ກາດ​ທີ່​ຈີນ ແລະ​ລາວ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​​ນຳ​ກັນ​ຄົບ​ຮອບ 60 ປີ.

 

ໃນ​ສານອວຍ​ພອນ​ຂອງ​ທ່ານ​ເຊີ້ນ​ໄຫ​ຊົງ​ລະ​ບຸ​ວ່າ, ຈີນ ແລະ​ລາວ​ແມ່ນ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ພູ​ຜາ​ແມ່​ນ້ຳ​ຕິດ​ຈອດ​ກັນ, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ ແລະ ຜູ້​ນຳ​​ຂອງລາວ, ມິດ​ຕະ​ພາບ​ຈີນ-ລາວ​ໄດ້​ເຂົ້າ​ສູ່​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ຢ່າງ​ເລິກ​ເຊິ່ງ. CMG ໄດ້​​ສືບ​ຕໍ່ຮັກ​ສາ​ການ​ຮ່ວມ​ມື​ທີ່​ດີ​ກັບ​ສື່​ສຳ​ຄັນ​ຕ່າງໆ​ຂອງ​ລາວ, ເຊັ່ນ: ໂທ​ລະ​ພາບ​ແຫ່ງ​ຊາດ​ລາວ, ຂາວ​ສານ​ປະ​ເທດ​ລາວ ແລະ​ສື່​ອື່ນໆ. ປີ 2020, ໄດ້​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ຂອບ​ເຂດ​ທົ່ວ​ໂລກ, CMGໄດ້​ສະ​ໜອງ​ບົດ​ຂ່າວ​ຢ່າງຫຼວ​ງຫຼາຍ​ໃຫ້​ແກ່​​ໂທ​ລະ​ພາບ​ແຫ່ງ​ຊາດ​ລາວ ແລະສື່​ສຳ​ຄັນ​​ອື່ນໆ​ຂອງ​ລາວ,  ແລະ​ໄດ້​ຮ່ວມ​ມື​ລາຍ​ງານ​ຂ່າວຫຼາຍ​ເທື່ອ, ເພື່ອ​ເຜີຍ​ແຜ່​ຄວາມ​ຈິງ ແລະ ສົ່ງ​​ສຽງ​ແຫ່ງ​ຄວາມ​ເປັນ​ທຳ​ຢ່າງ​​ທ່ວງ​ທັນ​ກັບ​ເວ​ລາ. ປີ 2021 ແມ່ນ​ປີ​ທີ່ ຈີນ ແລະ ລາວ​ສ້າງ​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດ​ນຳ​ກັນ​ຄົບ​ຮອບ 60 ປີ, CMGຍິນ​ດີ​ຮ່ວມ​ມື​ກັບ​ສື່ມວນ​ຊົນ​ລາວ, ສົ່ງ​ເສີມ​ມິດ​ຕະ​ພາ​ບ​ອັນ​ເປັນ​ມູນ​ເຊື້ອ, ລົງ​ເລິກ​ການ​ແລ​ກ​ປ່ຽນ ແລະ ການ​ຮ່ວມ​ມື, ເກາະ​ແຂນ​ຮ່ວມ​ມື​ກັນ​ຊຸກ​ຍູ້​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ.

 

ທ່ານ​ບຸນ​ເຈົ້າ ພິ​ຈິດ ຜູ້​ອຳ​ນວ​ຍ​ການ​ໃຫຍ່​ໂທ​ລະ​ພາບ​ແຫ່ງ​ຊາດ​ລາວ, ທ່ານ​ຄຳ​ເຜີຍ ພິ​ລາພາ ຜູ້​ອຳ​ນວຍ​ການ​ໃຫຍ່​ຂ່າວ​ສານ​ປະ​ເທດ​ລາວໄດ້​ສົ່ງ​ສານອວຍ​ພອນ​ປີ​ໃໝ່​ເຖິງ​ພະ​ນັກ​ງານ CMG​ທັງຫຼາຍ. ແລະ​ກ່າວ​ວ່າ, ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ສື່ມວນ​ຊົນ​ລາວ​ ​ກັບ CMG ​ໄດ້​ມີ​ການ​ຮ່ວມ​ມື​ກັນ ແລະກ້າວ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ໄດ້​ສ້າງ​ກົນ​ໄກ​ຮ່ວມ​ມືຫຼາຍ​ຢ່າງ, ເຊັ່ນ, ​ການແລກ​ປ່ຽນ​​ຂ່າວ​ສານ, ​ການແລກ​ປ່ຽນບຸກ​ຄະ​ລາ​ກອນ ແລະ​ອື່ນໆ, ເຊິ່ງ​ໄດ້​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ນຳ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ລາວ-ຈີນ, ​ທັງ​ໄດ້​ຊຸກ​ຍູ້​ການ​ຮ່ວມ​ມື​ມິດ​ຕະ​ພາບຂອງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ ທຸ​ລະ​ກິດ​ການ​ຄ້າ ແລະ​ອື່ນ​ໆ. ຫວັງ​ວ່າ​ການ​ຮ່ວມ​ມື​ກັບ CMG ເພື່ອປະ​ຕິ​ບັດ​ໜ້າ​ທີ່​ຂອງ​ສື່​ມວນ​ຊົນ, ຈະ​ເປັນ​ການຕອບ​ໂຕ້​ການ​ລາຍ​ງານ​ຂ່າວ​ທີ່​ບໍ່​ຖືກ​​ຕ້ອງກັບ​ຄວາມ​ຈິງ, ຮ່ວມ​ກັນ​​ນຳ​ສະ​ເໜີ​ສຽງ​ທີ່​ຖືກ​ຕ້ອງ​ກັບ​ຄວາມ​ຈິງ​ສູ່​ຊາວ​ໂລກ.

ຄຳ​ເຫັນ

0