何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ສະ​ຫາຍ​ສີ​ຈິ້ນ​ຜິງ​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ​ສະ​ຫາຍ​ທອງ​ລຸນ ສີ​ສຸ​ລິດ

2021-01-22 08:28:13 CRI

ວັນ​ທີ 21 ມັງ​ກອນ​ນີ້,ສະຫາຍສີຈິ້ນຜິງ ເລຂາທິການໃຫຍ່ຄະນະ ກຳມະການສູນກາງພັກກອມມູນິດຈີນ,ປະທານປະເທດຈີນ ໄດ້ສົນທະນາ ກັບສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນ ກາງພັກ ປະຊາຊົນ ປະຕິວັດລາວທາງໂທລະສັບ.

 

ສະ​ຫາຍ​ສີ​ຈິ້ນ​ຜິງ​ໄດ້​ຕາງ​ໜ້າ​ພັກ ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ສະ​ຫາຍ​ທອງ​ລຸນ ສີ​ສຸ​ລິດ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ. ສະ​ຫາຍ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວໄດ້​​ໄຂ​ຂຶ້ນ​ຢ່າງ​ມີ​ໄຊ, ​ກອງ​ປະ​ຊຸມໄດ້​ສະ​ເໜີ​ແນວ​ຄິດ​ໃໝ່ ແລະ ມາດ​ຕະ​ການ​ໃໝ່ຕ່າງໆ​ໃນ​ການ​ຄຸ້ມ​ຄອງ​ພັກ ແລະ ​ການບໍ​ລິ​ຫານ​ປະ​ເທດ, ​ນີ້ມີ​ຄວາມ​ໝາຍ​ສຳ​ຄັນ​ຢ່າງ​ຍິ່ງ​ຕໍ່​ການ​ຊຸກ​ຍູ້​ພາ​ລະ​ກິດ​ສັງ​ຄົມ​ນິ​ຍົມ​ຂອງ​ລາວ​ໃຫ້​ພັດ​ທະ​ນາ​ກ້າວ​ໄປ​ໜ້າ​ຢ່າ​ງ​ບໍ່​ຢຸດ​ຢັ້ງ. ເຊື່ອ​ໝັ້ນ​ວ່າ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປ​ະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ຊຸດໃໝ່​ທີ່​ມີ​ສະ​ຫາຍ​ທອງ​ລຸນ ສີ​ສຸ​ລິດ​ເປັນ​ແກນ​ນຳ, ທົ່ວ​ພັກ ແລະ ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ລາວ​ຈະ​ສາ​ມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ, ພະ​ຍາ​ຍາມ​​ສູ້​ຊົນ​ເຮັດ​ສຳ​ເລັດ​ໜ້າ​ທີ່​ ແລະ​ເປົ້າ​ໝາຍ​ທີ່ໄດ້​ກຳ​ນົດ​ໄວ້​ໃນ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ.

 

​ສະ​ຫາຍ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ຈີນ ແລະ ລາວ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ ແລະ ມີ​ພູ​ຜາ​ແມ່​ນ້ຳ​ຕິດ​ຈອດ​ກັນ, ການ​ຍຶດ​ໝັ້ນ​ການ​ນຳ​ພາ​ຂອງ​ພັກ​, ຍຶດ​ໝັ້ນ​ທິດ​ທາງ​ສັງ​ຄົມ​ນິ​ຍົມ, ແມ່ນ​ຈຸດ​ພິ​ເສດ​ ແລະ ທາດ​ແທ້ຂອງ​ສາຍ​ພົວ​ພັນ​ຈີນ-ລາວ. ປະ​ຈຸ​ບັນ, ສາຍ​ພົວ​ພັນ​ຈີນ-ລາວພວມ​ຢູ່​ໃນ​ໄລ​ຍະ​ທີ່​ດີ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ, ເມື່ອ​ຜະ​ເຊີນ​ໜ້າ​ກັບ​ການ​ປ່ຽນ​ແປງ​ອັນ​ໃຫຍ່ຫຼວງ​ຂອງ​ໂລກ​ໃນ​ຮອບ​ຮ້ອຍ​ປີ​ຜ່ານ​ມາ ແລະ ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຈີນ​ຍິນ​ດີ​ຮ່ວມ​ກັບ​ລາວ, ​ເພີ່ມ​ທະ​ວີການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຕື່ມ​ອີກ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ທາງ​ຍຸດ​ທະ​ສາດ, ລົ​ງ​ເລິກ​ການ​ແລກ​ປ່ຽນ​ບົດ​ຮຽນ​ດ້ານ​ການ​ຄຸ້ມ​ຄອງ​ພັກ ແລະ ​ການບໍ​ລິ​ຫານ​​ປະ​ເທດ. ສອງ​ຝ່າຍ​ຄວນ​ຊຸກ​ຍູ້​ການ​ສ້າງ​ສາ​ໂຄງ​ການ​ສຳ​ຄັນ​ຂະ​ໜາດ​ໃຫຍ່​ຕ່າງໆ, ເຊັ່ນ: ແລວ​ເສດ​ຖະ​ກິດ​ຈີນ-ລາວ, ທາງ​ລົດ​ໄຟ​ຈີນ-ລາວ ແລະ​ອື່ນໆ, ຊຸກ​ຍູ້​ໃຫ້​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ຂອງ​ຈີນ ແລະ​ລາວ​ໄດ້​ຮັບໝາກ​ຜົນຫຼາຍກວ່າ​ເກົ່າ. ພ້ອມ​ກັນ​ນັ້ນ, ສອງ​ຝ່າຍ​ຄວນ​ລົງ​ເລິກ​ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ, ວຽກ​ງານ​ຊາວ​ໜຸ່ມ, ການ​ທ່ອງ​ທ່ຽວ ແລະ ອື່ນໆ, ​ພ້ອມ​ກັນເພີ່ມ​ເນື້ອ​ໃນ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ​ໃຫ້​ອຸ​ດົມ​ສົມ​ບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ຈີນ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ຂອງ​ລາວ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ​ຈີນຍິນ​ດີພິ​ຈາ​ລະ​ນາ​​ການ​ຊ່ວຍ​ເຫຼືອ​ວັກ​ຊີນ​ຕ້ານ​ເຊື້ອ​ພະ​ຍາດ​ໂຄວິດ-19 ຊຸດ​ໜຶ່ງ​ໃຫ້​ແກ່​ລາວ. ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ ແລະ ປະ​ສານ​ສົມ​ທົບ​ກັບ​ລາວໃນ​ວຽກ​ງານ​ສາ​ກົນ ກໍ​ຄື​ພາກ​ພື້ນ, ຊຸກ​ຍູ້​ການ​ພັດ​ທະ​ນາ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ. ສະ​ຫາຍ​ສີ​ຈິ້ນ​ຜິງ​ຍັງ​ໄດ້​ອວຍ​ພອນ​ໃຫ້​ສະ​ຫາຍ​ທອງ​ລຸນ ສີ​ສຸ​ລິດ​​ຈົ່ງປະ​ສົບ​ຜົນ​ສຳ​ເລັດ​ໃໝ່​ໃຫຍ່ຫຼວງກວ່າ​ເກົ່າ​ໃນ​​ໜ້າ​ທີ່ຕຳ​ແໜ່ງ​ໃໝ່​ທີ່​ສຳ​ຄັນ​ນີ້.

 

ສະ​ຫາຍ​ທອງ​ລຸນ ສີ​ສຸ​ລິດ​ກ່າວ​ວ່າ: ຂ້າ​ພະ​ເຈົ້າຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ທີ່​ໄດ້​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ​ຂ້າ​ພະ​ເຈົ້າຫຼັງ​ຈາກກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ອັດລົງ​ດ້ວຍ​ຜົນ​ສຳ​ເລັດ​ໄດ້​ບໍ່​ດົນ, ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ສາຍ​ພົວ​ພັນ​ລາວ-ຈີນ, ສາຍ​ສຳ​ພັນ​ທີ່​ເລິກ​ເຊິ່ງ ແລະ ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ສອ​ງ​ພັກ ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ​ລາວ-ຈີນ. ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວໄດ້​ຮັບ​ໝາກ​ຜົນຫຼາຍ​ດ້ານ, ພັກ​ປະ​ຊ​າ​ຊົນ​ປະ​ຕິ​ວັດ​ລາວ​ຈະ​ຍຶດ​ໝັ້ນ​ແນວ​ທາງ​ປ່ຽນ​ແປງ​ໃໝ່​ຮອບດ້ານ​ຢ່າງ​ມີຫຼັກ​ການ​ຂອງ​ພັກ, ນຳ​ພາ​ປະ​ຊາ​ຊົນ​ລາວ​ຍາດ​ເອົາ​ໄຊ​ຊະ​ນະ​ໃໝ່​ຕ່າງໆ, ສ້າງ​ພື້ນ​ຖານ​ທີ່​ໜັກ​ແໜ້ນ​ໃຫ້​ແກ່​ການ​ຊຸກ​ຍູ້​ພາ​ລະ​ກິດສ້າງ​ສັງ​ຄົມ​ນິ​ຍົມ​ຂອງ​ລາວ. ລາວ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ສຸດ​ໃຈ​ຕໍ່​ຈີນ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜູນ ແລະ ການ​ຊ່ວຍ​ເຫຼືອ​ທີ່​ລ້ຳ​ຄ່າ​​ແກ່​ລາວ​ໃນ​ແຕ່​ລະ​ໄລ​ຍະ​ການ​ພັດ​ທະ​ນາ​ຂອງ​ລາວ ເຊິ່ງ​ລວມ​ທັງ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ລາວຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ແມ່​ບົດ​ວ່າ​ດ້ວຍ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-ຈີນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຮ່ວມ​ກັນ ແລະ​ຂົງ​ເຂດ​ອື່ນໆ, ຊຸກ​ຍູ້​ການ​ແລກ​ປ່ຽນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ໃນ​ລະ​ດັບ​ຕ່າງໆ. ລາວ​ເຊື່ອ​ໝັ້ນ​ວ່າ​ພາຍ​ໃຕ້​ການ​ນຳ​​ພາ​ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ມີ​ສະ​ຫາຍ​ສີ​ຈິ້ນ​ຜິງ​ເປັນ​ແກນ​ນຳ, ປະ​ຊາ​ຊົນ​ຈີນ​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ​ໃໝ່​ໃນ​ການ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ, ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ​ຕາມ​ເວ​ລາ​ກຳ​ນົດ.

 

ໃນ​ເວ​ລາ​ສົນ​ທະ​ນາ, ສະ​ຫາຍ​ສີ​ຈິ້ນ​ຜິງ ແລະ ສະ​ຫາຍ​ທອງ​ລຸນ ສີ​ສຸດ​ລິດ​ໄດ້​ຮ່ວມ​ກັນ​ປະ​ກາດໂດຍ​ກຳ​ນົດ​ໃຫ້ປີ 2021 ເປັນປີມິດຕະພາບ ​ຈີນ-ລາວ, ສອງ​ຝ່າຍຈະ​ຈັດ​ກິດ​ຈະ​ກຳ​ສະ​ເຫຼີມ​ສະຫຼອງ​ຕ່າງໆ, ຊຸກ​ຍູ້​ໃຫ້​ມິດ​ຕະ​ພາບ​ຈີນ-ລາວ​ເຂົ້າ​ສູ່​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ໃຫ້​ເລິກ​ເຊິ່ງ​ກວ່າ​ເກົ່າ.

 

ຄຳ​ເຫັນ

0