何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດ​​ການນຳ​ພາ ແລະ ຮັບ​ປະ​ກັນ​ຂອງ​ການກໍ່​ສ້າງພັກ​ຢ່າງ​ເຄັ່ງ​ຄັດແລະ ຮອບ​ດ້ານ

2021-01-23 13:52:53 CRI

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດ​​ການນຳ​ພາ ແລະ ຮັບ​ປະ​ກັນ​ຂອງ​ການກໍ່​ສ້າງພັກ​ຢ່າງ​ເຄັ່ງ​ຄັດແລະ ຮອບ​ດ້ານ_fororder_1127014957_16113239578801n.JPG

 

ວັນ​ທີ 22 ມັງ​ກອນ​ນີ້, ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 5 ຂອງ​ຄະ​ນະ​ກຳ​ມະ​ການກວດກາສູນ​ກາງ​ພັກ​ກອມ​ມູ​ນິ​ດ​ຈີນ​ສະ​ໄໝ​ທີ 19 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ​ໂດຍ​ກ່າວ​ເນັ້ນ​ວ່າ: ຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດ​​ການນຳ​ພາ ແລະ ຮັບ​ປະ​ກັນ​ຂອງ​ການ​​ກໍ່​ສ້າງ​ພັກ​ຢ່າງ​​ເຄັ່ງ​ຄັດຮອບ​ດ້ານ ຮັບ​ປະ​ກັນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ​ໜ້າ​ທີ່​​ ແລະ ບັນ​ລຸເປົ້າ​ໝາຍໃນ​ແຜນ​ການ 5 ປີຄັ້ງ​ທີ 14.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດ​​ການນຳ​ພາ ແລະ ຮັບ​ປະ​ກັນ​ຂອງ​ການກໍ່​ສ້າງພັກ​ຢ່າງ​ເຄັ່ງ​ຄັດແລະ ຮອບ​ດ້ານ_fororder_1127014957_16113239578961n.JPG

 

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ການ​ສໍ້​ລາດ​ບັງຫຼວງ​ທີ່​ເປັນ​ຄວາມ​ສ່ຽງ​ໃຫຍ່​ທີ່​ສຸດ​ສຳ​ລັບ​ການ​ກຳ​ອຳ​ນາດ​ຂອງ​ພັກນັ້ນ​ຍັງ​ມີ​ຢູ່, ບັນ​ຫາ​ຄົງ​ຄ້າງ​ຍັງ​ບໍ່​ສາ​ມາດ​ແກ້​ໄຂ​ໃຫ້​ໝົດ​ໄດ້, ​ແຕ່​ກໍ​ມີ​ບັນ​ຫາ​ໃໝ່​ເກີດ​ຂຶ້ນ​ອີກ. ການ​ສໍ້​ລາດ​ບັງຫຼວງ ແລະ ການ​ຕໍ່​ສູ້​ຕ້ານ​ການ​ສໍ້​ລາ​ດ​ບັງຫຼວງ​ຈະ​ມີ​ຢູ່​ເປັນ​ໄລ​ຍະ​ຍາວ, ​ຖ້າເມື່ອ​ໃດ​ມີ​ຄວາມ​ລົດ​ລະ​ ໝາກ​ຜົນ​ທີ່​ຍາດ​ມາ​ໄດ້​ແລ້ວ​ນັ້ນກໍ​ອາດ​ຈະ​ສູນ​ເສຍ​ໄປ​ໝົດ, ການ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ບໍ່​ມີ​ທາງ​ເລືອກ​ອື່ນ, ຕ້ອງ​ເດັດ​ດ່ຽວ​ກ້າວ​ເດີນ​ໄປ​ໜ້າ​ເພື່ອ​ແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ຕ່າງໆ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ​ພາກ​ສ່ວນ​ຄຸ້ມ​ຄອງ​ການ​ເງິນ ອົງ​ການ​ຕິດ​ຕາມ​ຄຸ້ມ​ຄອງ ຄະ​ນະ​ພັກ​ທ້ອງ​ຖິ່ນ ແລະ ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນແມ່ນ​ຜູ້​ຮັບ​ຜິດ​ຊອບ​ຕົ້ນ​ຕໍ, ​ຕ້ອງປະ​ສານ​ສົມ​ທົບ​ເປັນ​ຢ່າງ​ດີ​ໃນ​ການ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ດ້ານ​ການ​ເງິນ ແລະ ​ການ​ແກ້​ໄຂ​ຄວາມ​ສ່ຽງ​ດ້ານ​ການ​ເງິນ, ເພີ່ມ​ທະ​ວີ​ການ​ຕິດ​ຕາມ​ຄຸ້ມ​ຄອງ ແລະ ການ​ປັບ​ປຸງ​ພາຍ​ໃນ​ໃນ​​ຂົງ​ເຂດ​ການ​ເງິນ. ພ້ອມ​ກັນ​ນັ້ນ, ຕ້ອງວາງ​ແຜນ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ການ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ ແລະ ມາດ​ຕະ​ການ​ປະ​ຕິ​ຮູບ​ໄປ​ພ້ອມ​ກັນ, ຊຸກ​ຍູ້​ການ​ປະ​ຕິ​ຮູບ​ກົນ​ໄກ​ຕິດ​ຕາມກວດ​ກາ​ໃນ​ຂົງ​ເຂດ​ສຳ​ຄັນ, ເພື່ອແກ້​ໄຂ​ຈຸດ​ອ່ອນ​ດ້ານ​ລະ​ບຽບ​ການ​​ຢ່າງ​ມີ​ເປົ້າ​ໝາຍ​ທີ່​ແນ່ນອນ.

 

ຕ້ອງແກ້​ໄຂ​ປະ​ກົດ​ການ​ສໍ້​ລາດ​ບັງຫຼວງ ແລະ ບັນ​ຫາ​ດ້ານ​ແບບ​ແຜນ​ທີ່​ເກີດ​ຂຶ້ນ​ຢູ່​ອ້ອມ​ຂ້າງ​ປະ​ຊາ​ຊົນ​ຢ່າງ​ຕໍ່​ເນື່ອງ, ເຮັດ​ໃຫ້​ປະ​ຊາ​ຊົນ​ໄດ້​ຮູ້​ໄດ້​ເຫັນ​ຄວາມ​ຍຸດ​ຕິ​ທຳ ແລະ ຄວາມ​ເປັນ​ທຳ. ​ຕ້ອງເດັດ​ດ່ຽວ​ແກ້​ໄຂ​ບັນ​ຫາ​ລະ​ເມີດ​ວິ​ໄນ ແລະ ກົດ​ໝາຍ​ໃນ​ແນວ​ໂຮມ​ການ​ເມືອງ ແລະ ກົດ​ໝາຍ, ເດັດ​ດ່ຽວ​ປາບ​ປາມ​ກຸ່ມ​ອິດ​ທິ​ພົນ​ມືດພ້ອມ ​ພວກ​ທີ່​ໃຫ້​ການ​ອາ​ລັກ​ຂາ​ຢູ່​ເບື້ອງຫຼັງ, ສຸມ​ໃສ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ທີ່​ຊຸກ​ຍູ້​ການ​ສ້າງ​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ, ປັບ​ປຸງ​ປະ​ກົດ​ການ​ສໍ້​ລາດ​ບັງຫຼວງ ແລະ ແບບ​ແຜນ​ທີ່​ບໍ່​ດີ​ໃນ​ຂົງ​ເຂດ​ການ​ສຶກ​ສາ ການ​ປິ່ນ​ປົວ ​ການ​ເບິ່ງ​ແຍງ​ດູ​ແລ​ຜູ້​ເຖົ້າ, ການປະ​ກັນ​ສັງ​ຄົມ, ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ​ການອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ.

 

ທ່ານ​ສີ​ຈິ້ນ​ຜິງ​ຍັງກ່າວ​ເນັ້ນ​​ຕື່ມວ່າ, ຕ້ອງ​ປັບ​ປຸງ​ບູ​ລະ​ນະ​ລະ​ບົບ​ຕິດ​ຕາມກວດ​ກາ​ຂອງ​ພັກ ແລະ ລັດ, ຖື​ເອົາ​ການ​ຕິດ​ຕາມກວດ​ກາ​ພາຍ​ໃນ​ພັກ​ເປັນ​ສິ່ງ​​ຊີ້ນຳ, ບູ​ລະ​ນະ​ລະ​ບຽບ​ການ​ຕິດ​ຕາມການ​ໃຊ້​ອຳ​ນາດ ແລະ ລະ​ບົບ​ປະ​ຕິ​ບັດ​ກົດ​ໝາຍ ແລະ ລະ​ບຽບ​ວິ​ໄນ​ໃຫ້​ສົມ​ບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດການ​ຕິດ​ຕາມກວດ​ກາ​ໃນ​ການ​ຄຸ້ມ​ຄອງ​​ຂັ້ນຮາກ​ຖານ​ຢ່າງ​ເຕັມ​ສ່ວນ, ໃຫ້​ປະ​ຊາ​ຊົນມີ​ສ່ວນ​ຮ່ວມ​ໃນ​ການ​ຕິ​ດ​ຕາມກວດ​ກາ.

 

ນອກ​ນີ້, ທ່ານ​ຍັງ​ກ່າວ​ຕື່ມ​ວ່າ, ອົງ​ການກວດກາທຸກ​ຂັ້ນ​ຕ້ອງ​​ຮັບ​ການ​ຜູກ​ມັດ ແລະ ການ​ຕິດ​ຕາມກວດ​ກາ​ຢ່າງ​ເຂັ້ມ​ງວດ​ທີ່​ສຸດ.

ຄຳ​ເຫັນ

0