吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

WHOກ່າວ​ວ່າ,ຈະ​ເລີ່ມສະ​ໜອງ​ວັກ​ຊິນ​​ພະ​ຍາດ​ໂຄວິດ-19 ແຕ່​ເດືອນ​ກຸມ​ພາ​ປີ​ນີ້

2021-01-23 13:48:34 CRI

    ​   ວັນ​ທີ 22 ມັງ​ກອນ​ນີ້, ໃນ​ກອງ​ປະ​ຊຸມ​ຂ່າວ​ກ່ຽວ​ກັບ​ພະ​ຍາດ​ໂຄວິດ-19 ທີ່​ອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHO ຈັດ​ຂຶ້ນ, ທ່ານ​ເຕ​ໂດຼ​ສ ອັດ​ຮາ​ນົມ ເກເບ​ຣ ​ເຢ​ຊຸ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ WHO ກ່າວ​ວ່າ, ຄາດ​ວ່າ“ແຜນ​ການ​ປະ​ຕິ​ບັດ​ງານ​ກ່ຽວ​ກັບ​ວັກ​ຊິນ​​ພະ​ຍາດ​ໂຄວິດ-19” ​ຈະ​ສະ​ໜອງ​ວິກ​ຊິນ​ໃຫ້​ແກ່​ປະ​ເທດ​ຕ່າງໆ​ນັບ​ແຕ່​ເດືອນ​ກຸມ​ພາ​ປີ​ນີ້ ແລະ ຈະ​ສະ​ໜອງວັກ​ຊິນ​ໃຫ້​ໄດ້​ເຖິງ 2 ຕື້​ຫຼອດ​ກ່ອນ​ທ້າຍ​ປີ​ນີ້. ພ້ອມ​ກັນ​ນັ້ນ, ທ່ານ​ເຕ​ໂດຼ​​ງ​ຍັງ​ກ່າວ​ເນັ້ນ​ວ່າ, ວັກ​ຊິນ​ຕ້ານ​ພະ​ຍາດ​ໂຄວິດ-19 ​ຈະ​ໃຊ້ແທນ​ມາດ​ຕະ​ການ​ສາ​ທາ​ລະ​ນະ​ສຸກ​​ທີ່​ໄດ້​ຢືນ​ຢັນ​ແລ້ວ​ວ່າ​ສາ​ມາດ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ແລະ ກອບ​ກູ້​ຊີ​ວິດ​ໄດ້​ນັ້ນ​ບໍ່​ໄດ້.


      ຕົວ​ເລກສະ​ຖິ​ຕິ​ຂອງ WHO ສະ​ແດງ​ໃຫ້​ເຫັນ​ວ່າ, ​ມາ​ຮອດປັດ​ຈຸ​ບັນ, ປະ​ເທດ​ທີ່​ມີ​ລາຍ​ຮັບ​ສູງຢ່າງ​ໜ້ອຍ 49 ປະ​ເທດ​ໄດ້​ນຳ​ໃຊ້​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ​ຫຼາຍກວ່າ 39 ລ້ານ​ຫຼອດ​ແລ້ວ, ແຕ່​ປະ​ເທດທີ່​ມີ​ລາຍ​ຮັບ​ຕ່ຳ​ທີ່​ສຸດ​ປະ​ເທດ​ໜຶ່ງ ​ໄດ້​ຮັບ​ວັກ​ຊິນ​ມີ​ພຽງ 25 ຫຼອດ​ເທົ່າ​ນັ້ນ, ວັກ​ຊິນ​​ທີ່​ໄດ້​ນຳ​ໃຊ້​ແລ້ວ​ນັ້ນ​ມີເກືອບ 95% ​ແມ່ນ​ໃຊ້​ຢູ່​ພຽງ 10 ປະ​ເທດ​ເທົ່າ​ນັ້ນ.

ຄຳ​ເຫັນ

0