黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຕອ​ບ​ໂຕ້​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ ກໍ​ລະ​ນີ​ທີ່​ກ່າວ​ໂຈມ​ຕີ​ການ​ໃຊ້​ມາດ​ຕະ​ການ​ຂວ້ຳ​ບາດທ່ານ​ພົມ​ເພວ​ເປັນ​ຕົ້ນ

2021-01-23 15:25:21 CRI

ຕໍ່​ກໍ​ລະ​ນີ​ທີ່​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ກ່າວ​ໂຈມ​ຕີ​ຈີນ​ໃຊ້​ມາດ​ຕະ​ການ​ຂວ້ຳ​ບາດ​ຜູ້​ກ່ຽວ​​ຂອງອາ​ເມ​ຣິ​ກາ, ທ່ານ​ນາງ​ຮວ້າ​ຊຸ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ມັງ​ກອນນີ້​ວ່າ: ຖ້ອຍ​ຄຳ​ທີ່​ກ່ຽວ​ຂ້ອງ​ຂອງ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ບາງ​ຄົນ ໄດ້​ເປີດ​ເຜີຍ​ໃຫ້​ເຫັນຕັກ​ກະ​ອັນ​ບັງ​ບຽດ, ມະ​ຫາ​ອຳ​ນາດ ແລະ ການ​ໃຊ້​ອຳ​ນາດ​ບາດ​ໃຫຍ່​ຂອງ​ອາ​ເມ​ຣິ​ກາ ​ເຊິ່ງ​ມີ​ພຽງ​ແຕ່​ອາ​ເມ​ຣິ​ກາ​ເທົ່ານັ້ນ​ຈຶ່ງສາ​ມາດ​ກົດ​ດັນ​ຝ່າຍ​ອື່ນ​ຢ່າງ​ບັງ​ອາດໄດ້ ທັງ​ບໍ່​ໃຫ້​ຝ່າຍ​ອື່ນ​ປ້ອງ​ກັນ​ຕົວຢ່າງ​ເປັນ​ທຳ.

ຂ່າວ​ລາຍ​ງານ​ວ່າ, ຕໍ່​ກໍ​ລະ​ນີ​ທີ່​ຈີນ​ປະ​ກາດ​​ໃຊ້​ມາດ​ຕະ​ການ​ຂວ້ຳ​ບາດ​ທ່ານ​ໄມ ພົມ​ເພວ ​ເປັນ​ຕົ້ນ, ທ່ານໄມ​ເຄີນ ແມັກ​ເຄົາ ຫົວ​ໜ້າ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ໃນ​ກຳ​ມາ​ທິ​ການການ​ຕ່າງ​ປະ​ເທດ ຂອງ​ສະ​ພາ​ຕ່ຳ​ອາ​ເມ​ຣິ​ກາ​ກ່າວ​ວ່າ: ການ​ຂວ້ຳ​ບາດ​ທີ່​ກ່ຽວ​ຂ້ອງ​ນັ້ນ​ແມ່ນ​ບໍ່​ມີຫຼັກ​ອ້າງ​ອີງ​ແຕ່​ຢ່າງ​ໃດ. ທ່ານ​ນາງ​​ຮ​ວ້າ​ຊຸ່ນ​ຢິງ ກໍໄດ້ຊີ້​ໃຫ້​ເຫັນ​ໃນ​ຂະ​ນະ​ທີ່​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ວ່າ: ຈີນ​ຕັດ​ສິນ​ໃຈ​ຂວ້ຳ​ບາດ​ຜູ້​ກ່ຽວ​ຂອງ​ອ​າ​ເມ​ຣິ​ກາ ແມ່ນ​ເປັນ​ການ​ຕອບ​ໂຕ້​ຕໍ່​ຜູ້​ຄົນ​ເຫຼົ່າ​ນີ້​ທີ່​ກະ​ທຳ​ຢ່າງ​ຜິດ​ພາດ​ໃນ​ບັນ​ຫາ​ກ່ຽວ​ກັບ​ຈີນ ເຊິ່ງ​ເຂົາ​ເຈົ້າ​ໄດ້​ລ່ວງ​ລ້ຳ​ອະ​ທິ​ປະ​ໄຕ, ຄວາມ​ໝັ້ນ​ຄົງ ແລະ ຜົນ​ປະ​ໂຫຍດ​ດ້າ​ນການ​ພັດ​ທະ​ນາ​ຂອງ​ຈີນ​ຢ່າງ​ໜັກ​ໜ່ວງ, ແມ່ນການ​ຂວ້ຳ​ບາດ​ທີ່​ເປັນ​ທຳ ແລະ ມີ​ຄວາມ​ຈຳ​ເປັນທີ່​ສຸດ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ອັນ​ເດັດ​ດ່ຽວ​ຂອງ​ລັດ​ຖະ​ບານ​ຈີນ​ໃນ​ການ​ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ຂອງ​ຕົນ.

ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ ກ່າວ​ວ່າ: “​ອີງ​ຕາມ​ຂໍ້​ມູນ​ສະ​ຖິ​ຕິ​ຂອງ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ອາ​ເມ​ຣິ​ກາ, ໃນ​ໄລ​ຍະ​ທີ່​ລັດ​ຖະ​ບານ​ໂດ​ໂນ ທ​ຣຳ ປົກ​ຄອງ​ປະ​ເທດ​ນັ້ນ, ອາ​ເມ​ຣິ​ກາ​ໄດ້​ໃຊ້​ມາດ​ຕະ​ການ​ຂວ້ຳ​ບາດ​ຕ່າງໆ​ເຖິງ 3900 ກວ່າ​ລາຍ​ການ, ເທົ່າ​ກັບ​ວ່າ​ແຕ່​ລະ​ມື້​ໃຊ້​ມາດ​ຕະ​ການ​ຂວ້ຳ​ບາດ 3 ເທື່ອ. ການ​ກະ​ທຳ​ເຫຼົ່າ​ນີ້​ ໄດ້ລະ​ເມີດ​ກົດ​ໝາຍ​ສາ​ກົນ ແລະ ຫຼັກ​ການ​ພື້ນ​ຖານ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ປະ​ເທດຢ່າງ​ໜັກ​ໜ່ວງ, ໄດ້​ທຳ​ລາຍ​ອະ​ທິ​ປະ​ໄຕ, ຄວາມ​ໝັ້ນ​ຄົງ ແລະ ຜົນ​ປະ​ໂຫຍດ​ດ້ານ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຢ່າງ​ໜັກ​ໜ່ວງ ຈຶ່ງ​ເປັນ​ການ​ກະ​ທຳ​ທີ່​ບໍ່​ໄດ້​ໃຈ​ຄົນ ແລະ ຖືກ​ຄັດ​ຄ້ານ​ແລະ​ກ່າວ​ປະ​ນາມ​ຈາກ​ປະ​ຊາ​ຄົມ​ໂລກຢ່າງ​ເປັນ​ເອ​ກະ​ພາບ.

ຄຳ​ເຫັນ

0