郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນດັດ​ແກ້​ກົດ​ໝາຍ​ວ່າ​ດ້ວຍ​ປ້ອງ​ກັນ​ພະ​ຍາດ​ສັດ

2021-01-23 15:26:56 cri

   ວັນ​ທີ22ມັງ​ກອນນີ້ ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນແຫ່ງ​ຊາດ​ຈີນ ​ເຊິ່ງ​ເປັນອົງ​ການ​​ນິ​ຕິ​ບັນ​ຍັດຂອງ​ຈີນ​ໄດ້​ລົງ​ຄະ​ແນນ​ສຽງ​ແລະ​ຜ່ານການ​ຮັບ​ຮອງ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ປ້ອງ​ກັນ​ພະ​ຍາດ​ສັດ​ສະ​ບັບປັບ​ປຸງ​. ຫາງ​ສຽງ​ເຫັນ​ວ່າ,ກົດ​ໝາຍ​ສະ​ບັບ​ໃໝ່​ທີ່​ຈະ​ປະ​ຕິ​ບັດ​ແຕ່​ວັນ​ທີ1ພຶດ​ສະ​ພາ​ປີນີ້​ເປັນ​ຕົ້ນ​ໄປ ​ຈະ​ເປັນ​ການ​ປັບ​ປຸງ​ແລະ​ເພີ່ມ​ການ​ຮັບ​ປະ​ກັນ​ດ້ານ​ກົດ​ໝາຍ​ທີ່​ໝັ້ນ​ຄົງ​ກວ່າ​ເກົ່າ​ໃຫ້​ແກ່​ຄວາມ​ປອດ​ໄພ​ດ້ານ​ສາ​ທາ​ລະ​ນະ​ສຸກໃຫ້​ສົມ​ບູນ​ຂຶ້ນ​ຕື່ມ.

   ຕາມ​ສະ​ຖິ​ຕິ,ພະ​ຍາດ​​ສັດ​ມີການ​ພົວ​ພັນຢ່າງ​ແໜ້ນ​ແຟ້ນກັບ​ພະ​ຍາດ​ຕິດ​ແປດ​ຂອງ​ມະ​ນຸດ​, ພະ​ຍາດ​ສັດມີ70%ສາ​ມາດ​ລະ​ບາດ​ໃຫ້​ຄົນ, ສ່ວນ​ພະ​ຍາດ​ຕິດ​ແປດ​ທີ່​ເກີດ​ໃໝ່​ຂອງ​ມະ​ນຸດ​ມີ 75%ແມ່ນ​ມາ​ຈາກ​ສັດ. ​ດ້ວຍ​ເຫດນີ້,​​ການດັດ​ແກ້ກົດ​ໝາຍ​​ຄັ້ງ​ນີ້ຈະ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ຄວບ​ຄຸມ​ພະ​ຍາດ​​ສັດ ແລະ​ຮັບ​ປະ​ກັນຄວາມ​ປອດ​ໄພ​ດ້ານ​ສາ​ທາ​ລະ​ນະ​ສຸກ.

   ​​ການດັດ​ແກ້ກົດ​ໝາຍ​​ຄັ້ງ​ນີ້ ໄດ້​ຖືເອົາ​ການຮັບ​ປະ​ກັນຄວາມ​ປອດ​ໄພ​ດ້ານ​ສາ​ທາ​ລະ​ນະ​ສຸກ​ເປັນ​ຈຸດ​ເລີ່ມ​ຕົ້ນ​ແລະ​ຈຸດ​​ສຳ​ຄັນ,ບູ​ລະ​ນະ​ແລະ​ປັບ​ປຸງ​ລະ​ບົບ​ລະ​ບຽບການ​ປ້ອງ​ກັນ​ພະ​ຍາດ​ໃນ​ຂອດ​ຕ່າງໆ ເຊັ່ນ: ການ​ລ້ຽງ​ສັດ, ການຜະ​ລິດ, ການປຸງ​ແຕ່ງ​ແລະ​ການ​ທຸ​ລະ​ກິດ​ຂົນ​ສົ່ງ, ເຊິ່ງ​ໄດ້​ສະ​ໜອງ​ຫຼັກ​ອ້າງ​ອີງ​ດ້ານ​ກົດ​ໝາຍ​ແກ່​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຕິດ​ແປດ.

ຄຳ​ເຫັນ

0