尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ຟີ​ລິບ​ປິນ​ຍິງ​​ປະ​ຫານ​ຊີ​ວິດຜູ້​ປະ​ກອບ​ອາ​ວຸດ 12 ຄົນ

2021-01-24 16:15:11 cri

ວັນ​ທີ 23 ມັງ​ກອນ​ນີ້, ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ແຂວງ​ມາ​ກວິນ​ດາ​ນາວ​ທາງ​ພາກ​ໃຕ້​ຟີ​ລິບ​ປິນ​ກ່າວ​ວ່າ​: ໃນ​ມື້​ດັ່ງ​ກ່າວ, ຕຳ​ຫຼວດ​ຂອງ​ແຂວງ​ຕົນ​ໄດ້​ຍິງ​​​ປະ​ຫານ​ຊີ​ວິດຜູ້​ປະ​ກອບ​ອາ​ວຸດ 12 ຄົນ​ໃນ​ເວ​ລາ​ປະ​ຕິ​ບັດ​ໜ້າ​ທີ່​ຈັບກຸມ, ມີ​ຕຳ​ຫຼວດ 1 ຄົນ​ໄດ້​ເສຍ​ຊີ​ວິດ​ໃນ​ການ​ຍິງກັນ.
 

ທ່ານ ອິ​ສ​ເມວ ຜູ້​ຮັບ​ຜິດ​ຊອບ​ໜ່ວຍ​ສືບ​ສວນ​ອາ​ຍາ​ຂອງກອງ​ຕຳ​ຫຼວດ​ແຂວງ​ມາກວິນດາ​ນາວ​ຂອງ​ຟີ​ລິບ​ປິນ​ໄດ້​ກ່າວ​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ທ້ອງ​ຖິ່ນ​ວ່າ: ໃນ​ເວ​ລາ​ປະ​ມານ 3 ໂມງ​ຕອນ​ເຊົ້າ​ມືດ​ຂອງວັນ​ທີ 23 ມັງ​ກອນ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ​ເຈົ້າ​ໜ້າ​ທີ່ຕຳ​ຫຼວດ​ໄດ້​​ປະ​ຕິ​ບັດ​ໜ້າ​ທີ່ຢູ່​ຕາ​ແສງ​ຊຸ​ຕ​ານ ຄຸ​ດາ​ຣັດ​ຂອງ​ແຂວງ​ດັ່ງ​ກ່າວ, ໄດ້​ຈັບ​ຕົວ​ຜູ້​ຕ້ອງ​ສົງ​ໄສ​ຫຼາຍ​ຄົນ​ທີ່​ຖືກ​ສົງ​ໄສ​ກໍ່​ອາ​ຊະ​ຍາ​ກຳ​ຄາດ​ຕະ​ກຳ,ຄາ​ຂ້າຍ​ຢາ​ເສບ​ຕິດ,ປຸ້ນ​ຈີ້​ແລະ​ອື່ນໆ. ໃນ​ການ​​ປະ​ຕິ​ບັດ​ໜ້າ​ທີ່, ກຸ່ມ​ປະ​ກອບ​ອາ​ວຸດ​ກຸ່ມ​ໜຶ່ງ​ລວມ​ທັງ​ຜູ້​ຖືກ​ສົງ​ໄສ​ໄດ້​ຕໍ່​ຕ້ານ​ກັບ​ຕຳ​ຫຼວດ, ສອ​ງ​ຝ່າຍ​ໄດ້​ຍິງ​ກັນ​ປະ​ມານ 5 ຊົ່ວ​ໂມງ.
 

ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ກ່າວ​ວ່າ: ຍັງ​ມີ​ຕຳ​ຫຼວດ 4 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ຍິງ​ກັນ. ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຄັ້ງ​ນີ້, ຕຳ​ຫຼວດ​​ຍຶດ​ໄດ້​ປືນ​ດັກ​ສະ​ກັດ, ປືນ​ອັດ​ຕະ​ໂນ​ມັດ​, ປືນ​ມື​ແລະ​ອາ​ວຸດ​ອື່ນໆ.

ຄຳ​ເຫັນ

0